ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ພວມສົ່ງ ກຳປັ່ນ ບັນທຸກເຮືອບິນ ໄປຍັງ ຟິລິບປີນ (ວີດີໂອ/ສະໄລດ໌)


ກໍາ​ປັ່ນບັນທຸກ​ເຮືອບິນ USS George Washington ກໍາລັງມຸ້ງໜ້າ ​​ໄປ​ຍັງ​ຟີ​ລິບ​ປິນ.
ກໍາ​ປັ່ນບັນທຸກ​ເຮືອບິນ USS George Washington ກໍາລັງມຸ້ງໜ້າ ​​ໄປ​ຍັງ​ຟີ​ລິບ​ປິນ.
ທໍານຽບຫ້າ​ແຈ​ຂອງ​ສະຫະລັດ​ ພວມ​ສົ່ງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​
ລຳ​ນຶ່ງ ​ໃນການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ເລັ່ງລັດ​ການ​ໃຫ້
​ຄວາມ​ຊ່ອຍ​ເຫຼືອ​ແກ່ເຂດ​ພາກ​ກາງຂອງ​ຟີ​ລິບ​ປິນທີ່​ປະສົບ​ກັບ​
ຄວາມ ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ລົມ​ໄຕ້​ຝຸ່ນ ບ່ອນ​ທີ່​ມີ​ຄວາມ​
ຢ້ານ​ກົວ​ກັນ​ວ່າ ອາດ​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ເຖິງ 10 ພັນ​ຄົນ​ ​
ແລະ​ອີກ​ຈຳນວນ​ຫຼວງຫລາຍ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ.

​ບາງ​ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນກະທົບຍັງ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ເທື່ອ
​ໃນ​ວັນ​ອັງຄານ​ມື້​ນີ້​ 4 ​ມື້ຫຼັງຈາກ ​ໄຕ້ຝຸ່ນ Haiyan ​ໄດ້ພັດ​ຖະຫຼົ່ມ
​ພວກ​ເກາະດອນທີ່ຢູ່​ສອກຫລີກ​ຫ່າງ​ໄກ ດ້ວຍ​ລົມ​ທີ່​ມີ​ຄວາມ​ແຮງ
​ເປັນ​ປະຫວັດ​ການ ​ແລະ​ຄື້ນ​ຟອງ​ໃຫຍ່ ຄ້າຍໆ​ກັນ​ກັບສຸນາ​ມິນັ້ນ.

ອົງການ​ສະຫະ​ປະຊາ​ຊາດ ຄາດ​ຄະເນ​ວ່າ ລົມ​ໄຕ້​ຝຸ່ນ​ຫົວນີ້ຍັງ​ເຮັດ​ໃຫ້ຜູ້​ຄົນ​ຈໍານວນ 660
ພັນ​ຄົນບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ. ຫລາຍໆ​ຄົນ​ບໍ່​ມີ​ອາຫານ​ການ​ກິນ ນໍ້າ​ດື່ມ​ນໍ້າ​ໃຊ້ ຫຼືຢາ​ປົວ​
ພະຍາດ ​ແລະ​ກໍ​ມີ​ລາຍ​ງານ​ວ່າມີ​ການ​ປຸ້ນ​ຈີ້​ເອົາ​ເຄື່ອງ​ຂອງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງທີ່
​ເມືອງ Tacloban ​ຊຶ່ງ​ເປັນເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ​ທີ່​ສຸດ​ນັ້ນ.


ການ​ດຳ​ເນີນຄວາມ​ພະຍາຍາມ​ບັນ​ເທົາ​ທຸກ​ຂອງນາໆ​ຊາດ ​ໄດ້​ຄ່ອຍ​ເລີ່​ມ​ຂຶ້ນ​ແລ້ວ​ ຊຶ່ງ​ສະຫະ
ລັດ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຕົນຈະໃຫ້​ການ​ຊ່ອຍ​ເຫຼືອທາງດ້ານ​ມະນຸດສະ​ທໍາ​
ຈໍານ​ວນ 20 ລ້ານ​ໂດ​ລ່າ ​ແລະ​ຕົນຍັງ​ໄດ້​ສົ່ງ​ກໍາ​ປັ່ນບັນທຸກ​ເຮືອບິນ USS George
Washington ພ້ອມ​ທັງ ທະຫານເຮືອ 5 ພັນ​ຄົນ ​ແລະເຮືອບິນຈໍານວນ 80 ກວ່າລໍາ
ໄປ​ຍັງ​ຟີ​ລິບ​ປິນ.

​ມີ​ກໍາລັງທະຫານສະຫະລັດ ເກືອບ 200 ຄົນ​ແລ້ວ​ທີ່​ກໍາລັງ​ຊ່ອຍ​ເຈົ້າໜ້າ​ທີ່ຟິລິບ​ປີນ ​
ໃນ​ຄວາມ​ພະຍາຍາມ​ບັນ​ເທົາ​ທຸກ. ຮ້ອຍ​ເອກ Cassandra Gesecki ​ແມ່ນ​ນາຍທະຫານ
​ຈາກ​ກອງພັນ ທີ 3 ຂອງ​ທະຫານ​ມາຣີນກ່າວ​ຕໍ່ VOA ວ່າ ຂອບ​ເຂດ​ຂອງຄວາມເສຍຫາຍ
ຈາກໄພທໍາມະຊາດ ຄັ້ງນີ້ ແມ່ນເປັນການຍາກ​ສຳລັບການຈັດ​ສົ່ງ​ຄວາມ​ຊ່ວຍ​ເຫຼືອບັນເທົາ
ທຸກ​ໄປ​ໃຫ້ ຊຶ່ງທ່ານ​ນາງ ກ່າວວ່າ “ມີພວກຕົ້ນໄມ້ໂຄ່ນ ກິ່ງກ້ານຫັກ ​ເຮືອນ​ບໍ່​ມີ​ຫລັງ​ຄາ
ບໍ່​ມີ​ຝາ. ​ເ​ຈົ້າຮູ້ດີຢູ່ແລ້ວຕົ​ວະວ່າ ຖະໜົນຫົນທາງນັ້ນແມ່ນໃຊ້ການບໍ່ໄດ້​ ເຈົ້າບໍ່
ສາມາດໄປໃສມາໃສໄດ້ ຊຶ່ງເປັນການລໍາບາກ ເພາະວ່າ ຖ້າຫາກວ່າ​ບໍ່ສາມາດ​
ສົ່ງ​ເຮືອບິນນໍາເອົາສິ່ງຂອງບັນເທົາທຸກຕ່າງໆ​ໄປ​ໃຫ້ ມັນ​ກໍ​ຍາກ ຫຼາຍທີ່​ຈະ​ແຈກ​ຢາຍ​
ການ​ຊ່ວຍ​ເຫຼືອ​ເຫຼົ່ານັ້ນ ​ໄປ​ຍັງ​ບ່ອນ​ທີ່​ພວກ​ເຮົາ​ຕ້ອງການ.”


ຮ້ອຍ​ເອກ Gesecki ກ່າວວ່າ ໜ່ວຍຂອງ​ລາວພວມ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອບັນເທົາທຸກຕ່າງໆ​
ໄປ ​ໃຫ້ ດ້ວຍການໃຊ້ເຮືອບິນຂົນສົ່ງ KC-130 ແລະເຮືອບິນ MD-22 Osprey ທີ່ສາມາດ
ບິນຂຶ້ນ ແລະລົງຈອດ​ໂດຍ​ບໍ່​ຕ້ອງ​ໃຊ້​ເດີ່ນ​ນັ້ນ.

International Relief Efforts Picking up in Typhoon-Hit Philippines
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ
XS
SM
MD
LG