ດິນຟ້າອາກາດບໍ່ດີ ໄດ້ບັງຄັບໃຫ້ງົດການຊອກຫາເຮືອບິນ
ໂດຍສານອາຍພົ່ນຂອງສາຍການບິນມາເລເຊຍທີ່ຫາຍໄປ
ນັ້ນໄວ້ ຊຶ່ງບັດນີ້ບັນດາເຈົ້າໜ້າທີ່ໄດ້ລົງຄວາມເຫັນວ່າ ໄດ້
ເກີດອຸບັດເຫດຕົກລົງໃນພາກໃຕ້ຂອງມະຫາສະມຸດອິນເດຍ
ນັ້ນ.
ອົງການຮັກສາຄວາມປອດໄພໃນການເດີນເຮືອທາງທະເລ
ຂອງອອສເຕຣເລຍ ກ່າວວ່າ ຄື້ນຟອງທະເລສູງ ພ້ອມທັງລົມ
ພັດແຮງແລະຟ້າມືດຄຶ້ມ ກຳລັງເປັນອຸບປະສັກຂັດຂວາງສຳ
ລັບພວກເຮືອບິນແລະເຮືອຕ່າງໆຫຼາຍລຳໃນການຊອກຄົ້ນ
ຫາເຮືອບິນລຳນີ້ ໃນຂົງເຂດ 2 ພັນ 500 ຫລັກກິໂລແມັດຫ່າງ
ຈາກເມືອງ Perth ໄປທາງທິດຕາເວັນຕົກ.
ການຊອກຫາເຮືອບິນລຳນີ້ ຊຶ່ງບັນທຸກຄົນໂດຍສານພ້ອມດ້ວຍ
ຈຸບິນ 239 ຄົນ ຈະງົດໄວ້ 24 ຊົ່ວໂມງເປັນການຊົ່ວຄາວ ແລະ
ຈະເລີ້ມຄືນໃນວັນພຸດມື້ອື່ນ ຖ້າດິນຟ້າອາກາດຫາກອຳນວຍໃຫ້.
ໃນແລງວັນຈັນວານນີ້ ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ກ່າວວ່າ ການວິເຄາະເບິ່ງຂໍ້ມູນດ້ານດາວທຽມຄືນໃໝ່ ສະແດງໃຫ້ເຫັນວ່າ ຖ້ຽວບິນດັ່ງກ່າວ
“ໄດ້ຢຸດລົງ” ໃນເຂດສອກຫຼີກຫ່າງໄກ ໄກໄປຈາກແຜ່ນດິນໃດໆ.
ບັນດາເຈົ້າໜ້າທີ່ມາເລເຊຍ ບໍ່ໄດ້ໃຫ້ລາຍລະອຽດອື່ນໆຫຍັງຫຼາຍ ໃນການກ່າວ ກອງປະຊຸມນັກຂ່າວໃນວັນອັງຄານມື້ນີ້ ເຮັດໃຫ້ພວກຍາດຕິພີ່ນ້ອງຂອງພວກທີ່ຫາຍສາບສູນໄປໃນເຮືອບິນລຳນັ້ນ ຍິ່ງເກີດຄວາມໂມໂຫໂທໂສຂຶ້ນຕື່ມ ຊຶ່ງບາງຄົນໄດ້ພາກັນ
ທຳການປະທ້ວງ ໃນກຸງປັກກິ່ງນັ້ນ.
ຫົວໜ້າບໍລິຫານບໍລິສັດສາຍການບິນມາເລເຊຍ ທ່ານ Ahmad Jauhari Yahya ຍອມຮັບຮູ້ວ່າ “ ພວກເຮົາກໍບໍຮູ້ວ່າເປັນຫຍັງ ແລະກໍບໍ່ຮູ້ຈັກວ່າ ໂສກນາຕະກຳດັ່ງ
ກ່າວເກີດຂຶ້ນມາແນວໃດນັ້ນ ແຕ່ທ່ານກ່າວວ່າ ບໍ່ມີຫຼັກຖານໃດໆທີ່ສະແດງໃຫ້ເຫັນ
ວ່າ ມີຜູ້ໃດລອດຊີວິດມາ ຊຶ່ງທ່ານກ່າວວ່າ: “ເປັນທີ່ຈະແຈ້ງທີ່ສຸດວ່າ ເຮືອບິນລຳ
ນີ້ ຈົບຖ້ຽວບິນລົງ ໃນໃຈກາງໃນພາກໃຕ້ຂອງມະຫາສະມຸດອິນເດຍ. ພວກເຮົາຈຳເປັນຈະຕ້ອງເຮັດ ໄປຕາມຫຼັກຖານທີ່ພວມສະເໜີຕໍ່ພວກເຮົາ. ສິ່ງທີ່ພວກເຮົາໄດ້ກະທຳໄປໃນມື້ ວານນີ້ ກໍແມ່ນແຈ້ງຂ່າວຂໍ້ມູນນີ້ ໃຫ້ຜູ້ຄົນຊາບ
ໃນເວລາອັນໄວເທົ່າທີ່ຈະເປັນໄປໄດ້ໃຫ້ຍາດຕິພີ່ນ້ອງຂອງເຂົາເຈົ້າຮູ້.”
ບັນດາເຈົ້າໜ້າທີ່ມາເລເຊຍ ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະຖານທີ່ແທ້ໆທີ່ສົງໄສວ່າເຮືອບິນລຳນີ້ຕົກ ແລະກໍບໍ່ໄດ້ພົບເຫັນຊາກຫັກພັງໃດໆ ເຖິງແມ່ນຮູບຖ່າຍທາງດາວທຽມແລະເຮືອບິນສຳຫຼວດ ໄດ້ພົບເຫັນວັດຖຸຕ່າງໆທີ່ເປັນໄປໄດ້ທີ່ວ່າ ອາດແມ່ນຊິ້ນ
ສ່ວນຂອງເຮືອບິນລຳນີ້.
ລັດຖະມົນຕີປ້ອງກັນປະເທດອອສເຕຣເລຍ ທ່ານ David Johnston ກ່າວວ່າ
ການວິເຄາະຂອງມາເລເຊຍນີ້ ເປັນ”ຂ່າວຂໍ້ມູນທີ່ດີທີ່ສຸດ ທີ່ພວກເຮົາໄດ້ຮັບມາຮອດປັດຈຸບັນນີ້.” ແຕ່ທ່ານກ່າວຢ່າງລະມັດລະວັງວ່າ ຖ້ຽວບິນນີ້ “ຍັງເປັນສິ່ງ ລຶກລັບ
ຢູ່” ແລະວ່າ “ເກືອບທຸກສິ່ງທຸກຢ່າງໄດ້ມີການຄາດການກັນ” ຈົນຮອດເວລາ
ໃດ ມີການພົບເຫັນເສດຊາກຫັກພັງແລະໄດ້ຮັບການຢັ້ງຢືນກັນເສຍກ່ອນ.”