ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນຈີນ ພົບເຫັນວັດຖຸ ທີ່ໜ້າສົງໄສ ທີ່ອາດເປັນ ຊິ້ນສ່ວນຂອງ ເຮືອບິນມາເລເຊຍ (ສະໄລດ໌/ວີດີໂອ)


ສື່​ຂອງຈີນ​ກ່າວ​ວ່າ ​ເຮືອບິນ​ລຳ​ນຶ່ງ​ທີ່​ກຳລັງ​ຊອກ​ຫາ​ເຮືອບິນ
ຂອງ​ສາຍ​ການບິນ ມາ​ເລ​ເຊັຍ​ທີ່​ຫາຍ​ໄປ​ນັ້ນ ​ໄດ້​ພົບ​ເຫັນ​ອັນ
​ທີ່ບັນ​ລະ​ຍາຍ​ວ່າ​ເປັນ “ວັດຖຸທີ່​ໜ້າ​ສົງ​ໄສ​ຈຳນວນ​ນຶ່ງ” ​ໄຫລ​
ຟູ​ໄປ​ຕາມ​ໜ້າ​ນ້ຳ​ ໃນ​ພາກ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ​.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ​ລາຍ​ງານວ່າ ​ເຫັນວັດຖຸ
​ “​ໃຫຍ່​ສົມຄວນ” 2 ອັນ ​ແລະແຜ່ນ​ນ້ອຍໆ​ສີຂາວ​ຫລາຍ​ອັນ
​ລອຍ​ກະ​ຈັດກະ​ຈາ​ຍ​ຢູ່​ຕາມ​ໜ້ານ້ຳ ​ໃນ​ເນື້ອ​ທີ່​ຫຼາຍ​ຫຼັກກິ​ໂລ​
ແມັດ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ວາງ​ແຜນ ​ທີ່​ຈະ​ທຳ​ການ​ຊອກ​ຄົ້ນ​ຫາ​ໃນ
​ຂົງ​ເຂດ​ດັ່ງກ່າວ ​ເພື່ອເບິ່ງ​ວ່າ ຊິ້ນ​ສ່ວນເຫຼົ່າ​ນີ້​ອາດ​ຈະ​ມາ​ຈາກ​ເຮືອບິນ Boeing
777 ລຳທີ່​ໄດ້​ຫາຍ​ສາບ​ສູນ​ໄປ 2 ອາທິດ​ປາຍ​ຜ່ານ​ມາ​ແລ້ວນັ້ນ ກໍ​ເປັນ​ໄດ້.

​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ ກອງທັບ​ເຮືອ​ສະຫະລັດ ກ່າວ​ວ່າ ຕົນ​ກຳລັງ​ສົ່ງ
ເຄື່ອງ​ຈັບ black box ຫລື​ ກັບ​ສີດຳ ທີ່​ບັນທຶກ​ການບິນນັ້ນ ເພື່ອ​ຊ່ອຍ​ໃນ​ການ
​ຊອກ​ຫາ​ເຮືອບິນ​ລຳ​ນີ້.

malaysiaplane24mar14
please wait
Embed

No media source currently available

0:00 0:02:15 0:00

ກອງ​ບັນຊາ​ການ​ກອງທັບ​ເຮືອ​ສະຫະລັດປະຈຳ​ພາກ​ພື້ນ​ມະຫາສະມຸດ​ປາຊີ​ຟິກ ກ່າວ​ຢູ່
​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ໃນ​ວັນ​ຈັນ​ມື້​ນີ້ວ່າ ​ເຄື່ອງ​ຈັບທີ່​ເອີ້ນ​ວ່າ “Towed Pinger
Locator” ມີ​ຄວາມ​ສາມາດສູງ​ໃນ​ການ​ຮັບ​ຟັງສຽງ​ທີ່ຄ່ອຍໆ ແລະ​ຢູ່​ໄກໆໄດ້ ຊຶ່ງຖ້າ​
ຫາກ​ຮູ້ຈັກ​ບ່ອນ​ຢູ່​ຂອງ​ຊາກ​ເຮືອບິນ​ແລ້ວ ມັນ​ກໍ​ຈະສາ ມາດໄດ້​ຍິນ​ສຽງ​ຈາກ​ກັບ​ສີດຳ ​
ທີ່​ຈົມ​ຢູ່​ພື້ນ​ນ້ຳ​ເລິກ​ລົງ​ໄປ​ຮອດ 6.100 ​ແມັດ​ໄດ້. ກັບ​ສີດຳ ຫຼື Black box ແມ່ນ​ສັບທີ່
ໃຊ້ເອີ້ນ ​ເຄື່ອງ​ອັດ​ສຽງ​ຂອງ​ຖ້ຽວ​ບິນ ຊຶ່ງ​ບັນຈຸ​ຂໍ້​ມູນ ກ່ຽວກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເຮືອບິນນັ້ນ.

ການ​ຊອກ​ຄົ້ນ​ຫາ​ເຮືອ​ບິນ​ໂດຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ທີ່​ກຳລັງ​ຫາຍ​ໄປ
​ຢູ່​ນີ້ ມາ​ຮອດວັນ​ຈັນປັດຈຸບັນ​ນີ້ບໍ່​ໄດ້​ຮັບ​ຜົນ​ໃດໆ ​ເຖິງ​ແມ່ນ​ໄດ້​ມີ​ລາຍ​ງານ ຫລາຍໆ
ກະ​ແສ ​ກ່ຽວ​ກັບ​ການ​ພົບ​ເຫັນ​ວັດຖຸ​ຕ່າງໆ ທີ່ອາດ​ຈະ​ມາ​ຈາກ​ເຮືອບິນ​ລຳ​ນີ້ ​ລອຍໄປ
​ຕາມ​ໜ້າ​ນ້ຳ​ໃນ​ມະຫາ​ສະມຸດ​ອິນ​ເດຍນັ້ນ​ກໍ​ຕາມ.

ພວກ​ເຮືອບິນ ​ແລະ​ກຳ​ປັ່ນ​ຫຼາຍ​ລຳ​ຈາກ​ຫຼາຍ​ປະ​ເທດ ​ໄດ້​ທຳ​ການ​ຊອກ​ຫາ​ໃນ​ນ່ານ
ນ້ຳ​ໃນ​ເຂດ​ສອກຫຼີກ​ຫ່າງ​ໄກ ກ້ວາງ 2.500 ຫຼັກ​ກິ​ໂລ​ແມັດ ​ໃນ​ຝັ່ງ​ທະ​ເລ​ທາງ​ກ້ຳ​ຕາ​
ເວັນ​ຕົກ​ສຽງ​ໃຕ້​ຂອງ​ອອສ​ເຕຣ​ເລຍ ​ເປັນ​ມື້​ທີ​ສີ່​ ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ບໍ່​ໄດ້​ພົບ​ເຫັນ​
ສິ່ງ​ໃດໆ​ທີ່​ສຳຄັນ ​ແລະ​ການ​ຊອກ​ຄົ້ນ​ກໍ​ຍັງ​ດຳ​ເນີນ​ສືບ​ຕໍ່​ໄປ​ໃນ​ວັນ​ຈັນ​ມື້​ນີ້.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG