ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜ່ວຍ Navy SEALs ເຂົ້າຍຶດເອົາ ກຳປັ່ນທີ່ບັນທຸກ ນ້ຳມັນຜິດກົດໝາຍ ມາຈາກທ່າເຮືອລີເບຍ (ວີດີໂອ)


U.S. LIBYA TANKER VO
please wait
Embed

No media source currently available

0:00 0:00:50 0:00

ວີດີໂອ ກ່ຽວກັບຂ່າວນີ້.

ທຳນຽບຫ້າ​ແຈ ກ່າວ​ວ່າ ທະຫານ Navy SEALS ຫລື​ໜ່ວຍ
ກ້າ​ຕາຍ​ພິ​ເສດ ​ຂອງ​ກອງທັບ​ເຮືອຂອງ​ສະຫະລັດ ​ໄດ້​ຍຶດ​ເອົາ
​ກຳ​ປັ່ນບັນທຸກ​ນ້ຳມັນ​ ທີ່​ບັນທຸກ​ນ້ຳມັນ​ດິບ​ຜິດ​ກົດໝາຍ ທີ່​ໄດ້​ມາ​
ຈາກ​ທ່າ​ກຳ​ປັ່ນ​ແຫ່ງ​ນຶ່ງ ​ທີ່​ຄວບ​ຄຸມ​ໂດຍ​ພວກ​ກະບົດ​ໃນ​ລີ​ເບຍ.

ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ບໍ່​ມີ​ຜູ້​ໃດໄດ້​
ຮັບ​ບາດ​ເຈັບ​ໃນ​ການ​ເຂົ້າ​ຍຶດ​ເອົາ​ກຳ​ປັ່ນ​ໄຮ້​ສັນຊາດ ​ທີ່ຖືກ​
ຍຶດ​ເອົາໃນ​ຕົ້ນ​ເດືອນ​ນີ້ ​ໂດ​ຍຊາວ​ລີ​ເບຍ​ປະກອບ​ອາວຸດ 3 ຄົນ.

ຄຳຖະ​ແຫຼ​ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເວົ້າ​ວ່າ ການເຄື່ອນ
​ໄຫວ​ທີ່​ວ່າ​ນີ້ ​ແມ່ນດຳເ​ນີນ​ໄປ​ຕາມ​ຄຳ​ຂໍ​ຮ້ອງ​ ຈາກ​ພວກ​ລັດຖະ
ບານ​ລີ​ເບຍ​ແລະໄຊ​ປຣັສ ​ແລະ​ໄດ້​ຮັບການອະນຸມັດ ​ຈາກ​ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​.

ການ​ຍຶດ​ເອົາ​ເຮືອ​ລຳ​ດັ່ງກ່າວ​ມີ​ຂຶ້ນ ຫຼັງ​ 10:00 ​ໂມງ​ແລງ​ເລັກ​ນ້ອຍຕາມ​ເວລາ​ທ້ອງຖິ່ນ ​
ໃນ​ວັນ​ອາທິດ​ວານ​ນີ້ ຢູ່​ເຂດນ່ານນ້ຳ​ລະຫວ່າງ​ຊາດ ​ທາງ​ຕາ​ເວັນ​ອອກສຽງ​ໃຕ້​ ຂອງ​ເກາະ
​ໄຊ​ປຣັສ.

ຖະ​ແຫຼ​ງການເວົ້າ​ຕື່ມວ່າ ​ເວລາ​ນີ້​ ພວກ​ທະຫານ​ເຮືອ​ສະຫະລັດ​ໄດ້​ເຂົ້າ​ຄວບ​ຄຸມ​ກຳ​ປັ່ນ
ທີ່​ຊື່ວ່າ Morning Glory ນັ້ນ​ແລ້ວ ​ແລະ​ກໍຈະເອົາກຳ​ປັ່ນ​ ພ້ອມ​ທັງ​ນ້ຳມັນ​ຢູ່​ໃນ​ກຳ​ປັ່ນ
ກັບ​ຄືນ​ໄປ​ຍັງ​ທ່າ​ເຮືອ​ທີ່​ລີ​ເບຍ ​ໃນເວລາ​ອີກ​ບໍ່​ດົນ​ນີ້.

ກຳ​ປັ່ນ​ The Morning Glory ໄດ້ບັນທຸກເອົານ້ຳມັນ​ດິບໃນ​ຕົ້ນ​ເດືອນ​ນີ້ ທີ່​ທ່າ​ກຳ​ປັ່ນ
As-Sadra ຂອງ​ລີ​ເບຍ ຊຶ່ງ​ຄວບ​ຄຸມ​ໂດຍພວກ​ທະຫານ​ບ້ານ​ກະບົດກຸ່ມ​ນຶ່ງ.

ວີດີໂອກ່ຽວກັບ ວິກິດການໃນລີເບຍ ຍ້ອນການຍຶດເອົານ້ຳມັນ ຂອງພວກກະບົດ:

Rebel Oil Shipment Prompts Political Chaos in Libya
please wait

No media source currently available

0:00 0:02:59 0:00

ກຳ​ປັ່ນລຳ​ນີ້​ໄດ້​ຕິດ​ທຸງຊາດ​ເກົາຫຼີ​ເໜືອ ​ແຕ່​ກຸງ​ພຽງ​ຢາງ​ໄດ້​ປະຕິ​ເສດຄວາມ​ຮັບຜິດຊອບ​
​ໂດຍ​ກ່າວ​ວ່າ ກຳ​ປັ່ນ​ລຳ​ນີ້​ມີ​ສ່ວນ​ພົວພັນ​ກັບ​ບໍລິສັດ​ນຶ່ງ​ຂອງ​ອີ​ຈິບ. ຫຼັງຈາກ​ນັ້ນ ​ເກົາ​ຫຼີ
​ເໜືອ​ກໍໄດ້​ຖອນໃບ​ລົງທະບຽນ​ຂອງ​ກຳ​ປັ່ນ​ລຳ​ນີ້​ຄືນ.

ກຳ​ປັ່ນ The Morning Glory ​ໄດ້​ລອດ​ພົ້ນຈາກ​ການ​ພະຍາຍາມຈະ​ຍຶດ​ເອົາ​ຄືນຂອງ
​ລີ​ເບຍ ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບຢ່າງ​ຮຸນ​ແຮງ​ຕໍ່​ນາຍົກລັດຖະມົນຕີ Ali Zeidan ທີ່ໄດ້​ຖືກ
​ປົດ​ຈາກ​ຕຳແໜ່​ງ​ ​ແລະ​ໄດ້​ຫລົບໜີໄປ​ອາ​ໄສ​ຢູ່​ໃນ​ປະ​ເທດ​ອື່ນ.

ລັດຖະບານ​ລີ​ເບຍ ກ່າວ​ວ່າ ຕົນ​ໄດ້​ສັ່ງ​ໃຫ້ ​ສົ່ງໜ່ວຍ​ລົບ​ພິ​ເສດ​ຂອງ​ຕົນອອກ​ປະຕິບັດ​
ການ ພາຍ​ໃນ​ສອງ​ອາທິດ ເພື່ອ​ຍຶດ​ເອົາ​ພວກ​ທ່າ​ກຳ​ປັ່ນ​ທັງ​ໝົດ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​
ຄຸມ​ຂອງ​ພວກ​ກະບົດ​ກັບ​ຄືນ​ມາ​.

ການ​ປະ​ເຊີນ​ໜ້າ​ກັນ​ດັ່ງກ່າວ ​ໄດ້​ຕັດ​ການ​ສົ່ງ​ອອກ​ນ້ຳມັນ​ຂອງ​ລີ​ເບຍ​ລົງ​ ຫຼາຍ​ກວ່າ
80 ​ເປີ​ເຊັນ.

ວີດີໂອ: ສະພາລີເບຍປົດ ນາຍົກ ລມຕ ຍ້ອນປ່ອຍໃຫ້ ພວກກະບົດ ລັກເອົານ້ຳມັນ:

Libyan Parliament Dumps PM Over Oil Dispute
please wait

No media source currently available

0:00 0:01:21 0:00
XS
SM
MD
LG