ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສົບຂອງທະຫານເຮືອ ສະຫະລັດ ທີ່ຫາຍສາບສູນ 10 ຄົນຖືກກອບກູ້ ອອກມາໄດ້ ຈາກກຳປັ່ນ ພິຄາດ USS McCain


ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS John S. McCain ຢູ່ນ່ານນໍ້າປະເທດ ສິງກະໂປ ຫຼັງຈາກອຸບັດຕິເຫດຕຳກັນ. 21 ສິງຫາ, 2017.
ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS John S. McCain ຢູ່ນ່ານນໍ້າປະເທດ ສິງກະໂປ ຫຼັງຈາກອຸບັດຕິເຫດຕຳກັນ. 21 ສິງຫາ, 2017.

ກອງທັບເຮືອ ສະຫະລັດ ກ່າວວ່າ ບັນດານັກດຳນໍ້າໄດ້ກອບກູ້ເອົາສົບຂອງທະຫານເຮືອ
ທັງໝົດ 10 ຄົນຈາກກຳປັ່ນ USS John S. McCainເຊິ່ງແມ່ນກຳປັ່ນທີ່ໄດ້ຕຳກັບກຳ
ປັ່ນສິນຄ້າໃນສັບປະດາທີ່ຜ່ານມາ.

ໃນວັນຈັນອາທິດແລ້ວນີ້, ກຳປັ່ນ USS McCain ໄດ້ກາຍເປັນກຳປັ່ນພິຄາດຕິດລູກ
ສອນໄຟນຳວິຖີລຳທີສອງ ທີ່ໄດ້ຕຳກັບກຳປັ່ນສິນຄ້າໃນຮອບຫຼາຍເດືອນຜ່ານມາ.

ບັນດານັກສືບສວນສອບສວນ ສະຫະລັດ ກຳລັງພະຍາຍາມທີ່ຈະພິຈາລະນາວ່າ ແມ່ນ
ຫຍັງທີ່ເປັນສິ່ງນຳໄປສູ່ການຕຳກັນກັບກຳປັ່ນບັນທຸກນໍ້າມັນຂອງປະເທດ ລາຍບີເຣຍ
ໃກ້ໆກັບຊ່ອງແຄບ ມາລັກການັ້ນ. ຮູບຫຼາຍໃບຂອງກອງທັບເຮືອໄດ້ສະແດງໃຫ້ເຫັນ
ຮູໃຫຍ່ຢູ່ຕໍ່າກວ່າເສັ້ນນໍ້າເລິກໃນດ້ານຂ້າງຂອງກຳປັ່ນພິຄາດ. ບ່ອນສຳລັບນອນບາງ
ບ່ອນ ແລະ ຫ້ອງສື່ສານຕ່າງໆແມ່ນໄດ້ຖືກນໍ້າຖ້ວມຈາກຜົນກະທົບຂອງມັນ.

ໃນການຕອບໂຕ້ຕໍ່ເຫດການດັ່ງກ່າວນັ້ນ, ກອງທັບເຮືອໄດ້ສັ່ງໃຫ້ຢຸດການປະຕິບັດງານ
ທົວກອງທັບ ສະຫະລັດ ໃນທັນທີ ແລະ ໄດ້ປົດຜູ້ບັນຊາການກອງທັບເຮືອທີ 7 ພົນເຮືອ
ໂທ Joseph Aucoin ອອກຈາກຕຳແໜ່ງ.

ໃນອຸບັດຕິເຫດຕຳກັນທີ່ລວມມີເຮືອພິຄາດ ສະຫະລັດ ກ່ອນໜ້ານີ້, ທະຫານເຮືອ 7 ຄົນ
ຈາກກຳປັ່ນ USS Fitzgerald ໄດ້ເສຍຊີວິດເມື່ອກຳປັ່ນລຳນັ້ນ ໄດ້ຕຳກັບກຳປັ່ນຂົນຕູ້
ສິນຄ້າ ໃນນ່ານນໍ້າຂອງ ຍີ່ປຸ່ນ. ກອງທັບເຮືອໄດ້ປົດກັບຕັນຂອງກຳປັ່ນລຳດັ່ງກ່າວ
ອອກຈາກການບັນຊາການ, ແລະ ຄາດວ່າຈະມີການເອົາມາດຕະການລົງໂທດຕໍ່ໄປ,
ລຸນຫຼັງການສອບສວນທີ່ພົບວ່າ ຂາດຄວາມສາມາດໃນການເດີນເຮືອ ແລະ ມີຂໍ້ບົກ
ຜ່ອງໃນການເອົາໃຈໃສ່ເຝົ້າຍາມ ທີ່ມີສ່ວນ ເຮັດໃຫ້ກຳປັ່ນຕຳກັນ.

ທ່ານ Brad Glosserman ຜູ້ອຳນວຍການຂອງຄະນະວິໄຈ ສະພາປາຊີຟິກ ກ່າວວ່າ
ອຸບັດຕິເຫດຢ່າງຫຼວງຫຼາຍທີ່ລວມມີກອງທັບດຽວກັນ ໄດ້ຊີ້ໃຫ້ຮູ້ວ່າ ມັນມີບັນຫາກັບຂະບວນການ ຫຼື ການຝຶກຊ້ອມຂອງກອງທັບເຮືອ. ທ່ານໄດ້ອ້າງເຖິງຄວາມສຳຄັນຂອງ
ພາກພື້ນເອເຊຍປາຊີຟິກ ແລະ ສິ່ງທ້າທາງຫຼາກຫຼາຍໃຫ້ພາກພື້ນນັ້ນ, ລວມທັງໄພຂົ່ມ
ຂູ່ລະເບີດນິວເຄລຍ ເກົາຫຼີເໜືອ, ການອ້າງເຂດແດນຂອງ ຈີນ ໃນທະເລຈີນໃຕ້ ແລະ
ກິດຈະກຳຕ່າງໆຂອງພວກກໍ່ການຮ້າຍ. ທັງໝົດແມ່ນການປະຕິບັດການຂອງກອງທັບ
ສະຫະລັດ ທີ່ນອກເໜືອໄປຈາກ ອີຣັກ ແລະ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG