ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ ກອງ​ທັບ​ເຮືອ ສ​ຫລ 2 ລຳ ແລ່ນ​ຜ່ານ ຊ່ອງ​ແຄບ ໄຕ້​ຫວັນ


ຊ່ອງ​ແຄ​ບ​ໄຕ້​ຫວັນ ທີ່ກວ້າງ 180 ກິ​ໂລ​ແມັດ ​ແມ່ນ​ຕັ້ງ​ຢູ່​ລະ​ຫວ່າງ ເກາະ​ໄຕ້​ຫວັນ ແລະ​ຈີນ​ແຜ່ນ​ດິນ​ໃຫຍ່.
ຊ່ອງ​ແຄ​ບ​ໄຕ້​ຫວັນ ທີ່ກວ້າງ 180 ກິ​ໂລ​ແມັດ ​ແມ່ນ​ຕັ້ງ​ຢູ່​ລະ​ຫວ່າງ ເກາະ​ໄຕ້​ຫວັນ ແລະ​ຈີນ​ແຜ່ນ​ດິນ​ໃຫຍ່.

ກຳ​ປັ່ນ​ລົບ​ຂອງ​ສະ​ຫະ​ລັດ 2 ລຳ​ໄດ້​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ທ່າ​ທ​າງວ່າ ຈະ​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້ແກ່​ຈີນ.

ເຮືອ​ພິ​ຄາດ​ລຳ​ນຶ່ງ ແລະ​ກຳ​ປັ່ນ​ລຳ​ລຽງ​ນ້ຳ​ມັນ​ລຳ​ນຶ່ງ ເຂົ້າ​ຮ່ວມ​ການ​ເດີນ​ທາງ​ດັ່ງກ່າວ.

ນີ້​ແມ່ນ​ເທື່ອ​ທີ​ສາມ​ໃນ​ປີນີ້ ທີ່ກອງ​ທັບ​ເຮືອ​ສະ​ຫະ​ລັດ ໄດ້​ປະ​ຕິ​ບັດ​ງານ​ໃນ​ອັນ​ທີ່​ເອີ້ນ​ວ່າ “ການ​ແລ່ນ​ຜ່ານ​ຕາມ​ປົກ​ກະ​ຕິ.”

ກອງ​ທັບ​ເຮືອ​ສະ​ຫະ​ລັດ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງວ່າ “ການ​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ກຳ​ປັ່ນ ສະ​ຫະ​ລັດ​ໃຫ້ເຫັນ​ເຖິງ​ຄວາ​ໝ​າຍ​ໝັ້ນ​ຂອງ​ສະ​ຫະ​ລັດ ຕໍ່​ເຂດ​ອິນ​ໂດ-ປາ​ຊີ​ຟິກ​ທີ່​ເສ​ລີ ແລະເປີດກວ້າງ. ກອງ​ທັບ​ເຮືອ​ສະ​ຫະ​ລັດ ຈະ​ສຶບ​ຕໍ່​ສົ່ງ​ເຮືອ​ບິນ ກຳ​ປັ່ນ ແລະ​ປະ​ຕິບັດ​ງານ​ຢູ່​ທຸກໆ​ແຫ່ງ​ທີ່​ກົດ​ໝາຍ​ສາ​ກົນ​ອຳ​ນວຍ​ໃຫ້.”

ເຈົ້າ​ໜ້າ​ທີ່​ສະ​ຫ​ະ​ລັດ ກ່າວ​ຕໍ່​ອົງ​ກາ​ນ​ຂ່າວ AFP ຂອງ​ຝ​ຣັ່ງ​ວ່າ ກຳ​ລັງ​ປັ່ນ​ແມ່​ນຢູ່​ໃນ​ທ່າ​ກຽມ​ພ້ອມ ແລະ​ໄດ້​ຕິດ​ຕາມ​ເບິ່ງ​ກຳ​ປັ່ນ​ຂອງ​ສະ​ຫະ​ລັດ ແຕ່​ກໍ​ກ່າວ​ວ່າທັງ​ສອງ​ຝ່າຍ​ໄດ້​ວາງ​ໂຕ ໃນ​ວິ​ທີ​ທີ່​ “ປອດ​ໄພ​ແລະ​ເປັນ​ມື​ອາ​ຊີບ.”

ຈີນ​ໄດ້​ຍື່ນ​ປະ​ທ້ວງ​ກ່ອນ​ໜ້ານີ້ ຕໍ່​ການ​ແລ່ນ​ຜ່ານ​ຂອງ​ກຳ​ປັ່ນ​ສະ​ຫະ​ລັດ​ວ່າ ​ເປັນການ​ທ້າ​ທາຍ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ຕົນ. ຈີນ​ຖື​ວ່າ​ໄຕ້​ຫວັນ ເປັນ​ສ່ວນ​ນຶ່ງ​ຂອງ​ຈີນແຜ່ນ​ດິນ​ໃຫຍ່. ຈີນ​ໄດ້​ຂູ່​ວ່າ​ຈະ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຕໍ່​ໄຕ້​ຫວັນ ຖ້າ​ປະເທດ​ເກາະ​ດັ່ງ​ກ່າວ​ປະ​ກາດ​ເອກ​ກະ​ລາດ​ຈາກ​ຈີນ ທັງໆ​ທີ່​ໄຕ້​ຫວັນ​ໄດ້​ປົກ​ຄອງຕົນ​ເອງ​ມາ ນັບ​ຕັ້ງ​ແຕ່​ພວກ​ຄອມ​ມູ​ນິ​ສ​ໄດ້​ເຂົ້າ​ຍຶດ​ອຳ​ນາດ​ຢູ່​ຈີນ​ໃນ​ປີ 1949.

ສະ​ຫະ​ລັດ​ມີ​ພັນ​ທະ​ທີ່​ຈະ​ຊ່ວຍ​ໄຕ້​ຫວັນ ໃນ​ການ​ປ້ອງ​ກັນ​ຕົວ ຖ້າ​ປະ​ເທດ​ດັ່ງກ່າວ​ຫາກ​ຖືກ​ໂຈມ​ຕີ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG