ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອ ສຫລ ກ່າວວ່າ ທະຫານເຮືອຜູ້ໃດ ທີ່ປະຕິເສດຕໍ່ການສັກຢາວັກຊີນ ກັນພະຍາດໂຄວິດ-19 ຈະຖືກປົດອອກຈາກໜ້າ​ທີ່


ກອງກຳລັງດ້ານການແພດ ໜ່ວຍທີ 15 ທີ່ Hickam ຈັດການສັກຢາວັກຊີນກັນພະຍາດ COVID-19 ຢູ່ທີ່ຖານທັບຮ່ວມ Pearl Harbor-Hickam, ວັນທີ 9 ກຸມພາ 2021, ໃນພາບນີ້ສະໜອງໂດຍ ກະຊວງປ້ອງກັນປະເທດຂອງສະຫະລັດ.
ກອງກຳລັງດ້ານການແພດ ໜ່ວຍທີ 15 ທີ່ Hickam ຈັດການສັກຢາວັກຊີນກັນພະຍາດ COVID-19 ຢູ່ທີ່ຖານທັບຮ່ວມ Pearl Harbor-Hickam, ວັນທີ 9 ກຸມພາ 2021, ໃນພາບນີ້ສະໜອງໂດຍ ກະຊວງປ້ອງກັນປະເທດຂອງສະຫະລັດ.

ພວກທະຫານເຮືອຂອງສະຫະລັດ ຜູ້ທີ່ປະຕິເສດ ຕໍ່ການສັກຢາວັກຊີນກັນພະຍາດໂຄວິດ-19 ທັງຫຼາຍຈະຖືກປົດອອກຈາກກອງທັບເຮືອ ແລະອາດຈະສູນເສຍສະຫວັດດີການ ໃນການເປັນນັກລົບເກົ່າຂອງພວກເຂົາເຈົ້າ ອີງຕາມນະໂຍບາຍຂອງກອງທັບເຮືອ ທີ່ໄດ້ຖືກເປີດເຜີຍ ໃນວັນອັງຄານວານນີ້.

ວັນເສັ້ນຕາຍ ສຳລັບການສັກຢາວັກຊີນຄົບຖ້ວນ ແມ່ນວັນທີ 28 ພະຈິກ. ທະຫານເຮືອທັງຊາຍແລະຍິງສາມາດຍື່ນເອກະສານຂໍຍົກເວັ້ນ ດ້ວຍເຫດຜົນທາງດ້ານການແພດ ຫຼືສາສະໜາ ຖ້າຫາກຄຳຮ້ອງນີ້ ຖືກປະຕິເສດ ພວກເຂົາຕ້ອງໄດ້ສັກຢາວັກຊີນພາຍໃນ 5 ວັນ ຂອງການໄດ້ຮັບໜັງສືບໍ່ອະນຸມັດ.

“ຄັນກາຍວັນເສັ້ນຕາຍນັ້ນ ກອງບັນຊາການ ຈະເລີ້ມດຳເນີນການເພື່ອປົດພວກເຂົາເຈົ້າ ອອກຈາກກອງທັບເຮືອ” ນັ້ນແມ່ນຄຳເວົ້າ ຂອງຫົວໜ້າເສນາທິການກອງທັບເຮືອ ນັກວິຊາການພິເສດດ້ານການສື່ສານມວນຊົນ ທ່ານມາກ ຟາຣາມ ທີ່ໄດ້ກ່າວໄປ ໂດຍອ້າງເຖິງກົດລະບຽບທີ່ຕ້ອງໄດ້ປະຕິບັດສຳລັບຄວາມພ້ອມໃນການປະຕິບັດງານ.

ພວກທະຫານເຮືອຜູ້ທີ່ບໍ່ຍອມສັກຢາວັກຊີນ ຍັງອາດຈະສູນເສຍສະຫວັດດີການດ້ານການສຶກສາ ການຂຶ້ນຊັ້ນ ແລະເງິນອຸດໜຸນນຳດ້ວຍ.

ພວກທະຫານເຮືອ ຫຼາຍກວ່າ 99 ເປີເຊັນ ທີ່ປະຈຳການໃນຂະນະນີ້ ກໍໄດ້ຮັບການ​ສັກຢາວັກຊີນກັນໂຄວິດ-19 ຢ່າງໜ້ອຍນຶ່ງເຂັມ ພ້ອມກັນນັ້ນ 95 ເປີເຊັນຂອງກອງກຳລັງ ໄດ້ສັກຢາວັກຊີນຢ່າງຄົບຖ້ວນແລ້ວ. ສ່ວນພວກທະຫານເຮືອກອງໜຸນ ມີເວລາຈົນຮອດວັນທີ 28 ພະຈິກ ທີ່ຈະຕ້ອງໄດ້ສັກຢາວັກຊີນ.

ເຈົ້າໜ້າທີ່ຂອງກອງທັບເຮືອທ່ານນຶ່ງ ໄດ້ກ່າວຕໍ່ວີໂອເອ ໃນວັນອັງຄານວານນີ້ ວ່າ ກອງທັບເຮືອມາເຖິງປັດຈຸບັນນີ້ ໄດ້ອະນຸມັດການຍົກເວັ້ນທາງດ້ານການແພດຢ່າງຖາວອນ ໃຫ້ແກ່ຫົກຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG