ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເຮືອ ສ​ຫລ ສອງຄົນຖືກຈັບໃນ ຂໍ້ຫາສົ່ງ​ຂໍ້​ມູນ​ດ້ານການ​ທະ​ຫານ ທີ່​ສຳ​ຄັນໄປ​ໃຫ້​ຈີນ


ທ່ານ Randy S. Grossman ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ປະ​ຈ​ຳ​ເຂດ​ເມືອງ ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ (ກາງ) ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫລວງ​ຂ່າວ ໃນ​ວັນ​ທີ 3 ສິງ​ຫາ, 2023 ຢູ່​ນະ​ຄອນ San Diego
ທ່ານ Randy S. Grossman ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ປະ​ຈ​ຳ​ເຂດ​ເມືອງ ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ (ກາງ) ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫລວງ​ຂ່າວ ໃນ​ວັນ​ທີ 3 ສິງ​ຫາ, 2023 ຢູ່​ນະ​ຄອນ San Diego

ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ທະຫານ​ເຮືອ​ສອງ​ຄົນ​ໄດ້​ຖືກ​ຈັບ​ໃນ​ຂໍ້​ຫາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະມີຄວາມ​ສຳພັນ​ກັບ​ຈີນ. ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ ກ່າວ​ໃນ​ກອງ​ປະຊຸມຖ​ແຫລງ​ຂ່າວ​ໃນ​ວັນ​ພະຫັດ​ວານນີ້​ວ່າ ທະຫານ​ເຮືອ ຈິນ​ສາວ ເຫວີຍ (Jinchao Wei) ​ອາ​ຍຸ 22 ປີ ​ໄດ້​ຖືກ​ຈັບ​ໃນ​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ການ​ສອດ​ແນມທີ່​ມີການ​ສົມ​ຮູ້​ຮ່ວມ​ຄິດ​ໃນ​ການ​ສົ່ງ​ຂໍ້​ມູນ​ດ້ານປ້ອງ​ກັນ​ປະ​ເທດ ໄປ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ. ຄຳຟ້ອງ​ຮ້ອງ​ກ່າວ​ຫາ​ ທ້າວເຫວີຍ (Wei) ວ່າ ໄດ້​ຕິດ​ຕໍ່​ກັບ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ລັດ​ຖະ​ບານ​ຈີນ​ ໃນ​ເດືອນ​ກຸມ​ພາ 2022 ແລະ​ໄດ້​ສົ່ງ​ຮູບ​ພາບ ແລະ​ວິ​ດີ​ໂອ​ຂອງ​ກຳ​ປັ່ນ​ທະ​ຫານ​ເຮືອ​ຂອງ​ສະ​ຫະ​ລັດ ໄປ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ​ຜູ້ນັ້ນ. ສະມາຊິກກອງທັບເຮືອຄົນທີສອງ, ທ້າວ ເຫວນ​ເຮັງ ສ້າວ (Wenheng Zhao) ຖືກກ່າວຫາໃນສານລັດຖະບານກາງ ໃນນະ​ຄອນ​ລອ​ສ ແອນ​ເຈ​ແລ​ສ (Los Angeles) ວ່າຮັບສິນບົນເພື່ອແລກປ່ຽນກັບການສົ່ງຮູບພາບ ແລະວິດີໂອທີ່ມີ​ຄວາມ​ຫລໍ່​ແຫລມຂອງທະຫານສະຫະລັດ ໄປ​ໃຫ້ເຈົ້າຫນ້າ ທີ່ສືບລັບຂອງຈີນ. ທະ​ຫານ​ເຮືອ​ທັງ​ສອງ​ຄົນໄດ້​ຍອມຮັບ​ວ່າ ​ບໍ່​ມີ​ຄວາມ​ຜິດ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ ອີງຕາມອົງການຂ່າວເອພີ (AP).

(ພາບ​ໃນ​ແຟມ) ກຳ​ປັ່ນ USS Essex ຈອດ​ຢູ່​ທ່າ​ເຮືອ ໃນ​ອ່າວ​ໄທ ໃກ້​ກັບ​ເມືອງ​ສີ​ຫາ​ນຸກ​ຂອງກຳ​ປູ​ເຈຍ ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ 20 ກິ​ໂລ​ແມັດ, ວັນ​ທີ 26 ພະ​ຈິກ, 2007
(ພາບ​ໃນ​ແຟມ) ກຳ​ປັ່ນ USS Essex ຈອດ​ຢູ່​ທ່າ​ເຮືອ ໃນ​ອ່າວ​ໄທ ໃກ້​ກັບ​ເມືອງ​ສີ​ຫາ​ນຸກ​ຂອງກຳ​ປູ​ເຈຍ ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ 20 ກິ​ໂລ​ແມັດ, ວັນ​ທີ 26 ພະ​ຈິກ, 2007

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG