ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ລົບ ​ສຫລ ​ໄດ້​​​ຊ່ອຍ​ເຫຼືອ ອົບພະຍົບ 282 ຄົນ ​​ຢູ່​​ທະ​ເລ​ Mediterranian (ວີດີໂອ)


ນາງແພດທະຫານເຮືອຈ່າຕຣີ Katherine Stafford ກຳລັງໃຫ້ການພະຍາບານແກ່ ແມ່ແລະລູກຊາຍ ຢູ່ໃນ​ເຮືອ​ລົບ USS Bataan ຫຼັງຈາກໄດ້ຊ່ອຍເຫຼືອຊາວອົບພະຍົບ ຂຶ້ນມາຈາກທະເລ ເມື່ອວັນທີ 7 ມິຖຸນານີ້.
ນາງແພດທະຫານເຮືອຈ່າຕຣີ Katherine Stafford ກຳລັງໃຫ້ການພະຍາບານແກ່ ແມ່ແລະລູກຊາຍ ຢູ່ໃນ​ເຮືອ​ລົບ USS Bataan ຫຼັງຈາກໄດ້ຊ່ອຍເຫຼືອຊາວອົບພະຍົບ ຂຶ້ນມາຈາກທະເລ ເມື່ອວັນທີ 7 ມິຖຸນານີ້.
ບັນ​ດາເຮືອ​ລົບ​ສະຫະລັດ ​ໄດ້ໃຫ້ການ​ຊ່ອຍ​ເຫຼືອ ພວກອົບ
ພະຍົບ 282 ຄົນ ຢູ່​ໃນ​ທະ​ເລ​ Mediterranian ຫຼັງຈາກ​ທີ່ໄດ້
​ຮັບ​ສັນຍານ​ ຮ້ອງຂໍ​ຄວາມ​ຊ່ອຍ​ເຫຼືອສຸກເສີນ ຍ້ອນ​ເຮືອ​ກຳລັງ
ຈະຫລົ້ມ.

​ເຮືອ​ລົບ USS Bataan ​ແລະ ​ເຮືອ​ພິຄາດ USS Elrod ​ໄດ້
​ປະຕິ ບັດ​ການ​ກູ້ໄພຊ່ອຍ​ເຫຼືອ ຫຼັງຈາກ​ທີ່ໄດ້ຮັບ​ລາຍ​ງານ ຈາກ​
ເຮືອ​ບິນລາດຕະ​ເວນທະຫານ​ຂອງ​ Italy ຊຶ່ງ​ໄດ້​ແນມ​ເຫັນ​ ເຮືອ​
ບັນ​ທຸກຂະໜາດນ້ອຍ ຈຳນວນ 6 ລຳ ​ຊຶ່ງນຶ່ງໃນຈຳນວນນັ້ນ ​
ກຳລັງ​ຫລົ້ມ​ຢູ່.

ບັນດາ​ເຈົ້າໜ້າ​ທີ່​ກອງທັບ​ເຮືອສະຫະລັດ ​ໄດ້ຖະ​ແຫລ​ງ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ເຮືອ 2 ລຳ
ຂອງ​ຕົນໄດ້​ປະຕິບັດ​ງານຊ່ອຍ ເອົາພວກອົບພະຍົບ ຂຶ້ນມາຈາກທະເລ ແລະໃຫ້ການ​ຊ່ອຍ
​ເຫຼືອ​ຕ່າງໆຮວມທັງອາຫານການກິນ ປິ່ນປົວພະຍາບານ ​ແລະ​ທີ່​ພັກ​ອາ​ໄສ.

​ເຮືອ​ລົບ Bataan ​ໄດ້​ມອບສົ່ງພວກ​ອົບພະຍົບ​ດັ່ງກ່າວ ຈຳນວນ 277 ຄົນ ໃຫ້​ແກ່​ເຮືອ​
ລົບ​ຂອງປະ​ເທດ Malta ​ໃນວັນ​ສຸກ​ທີ່​ຜ່ານ​ມາ. ສ່ວນ ອີກ 5 ຄົນ​ ໄດ້​ຖື​ກຊ່ອຍນຳ​ສົ່ງ​ໄປ​
ຍັງ Malta ​ເພື່ອ​ຮັບການຮັກສາ​ພະ ຍາບານທາງ​ການ​ແພດ​ຕໍ່​ໄປ ໃນ​ວັນ​ເສົາວານ​ນີ້.
ITALY US MIGRANTS VO
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG