ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບເຮືອ ສຫລ ຍ້າຍກຳປັ່ນລົບ ຂະນະທີ່ ເຮີຣິເຄນ ກຳລັງ ມຸ້ງໜ້າ ສູ່ ລັດຮາວາຍ


ທ້າວ ຟອລ ອາກາມິນ ຕື່ມແກັສໃສ່ຖັງ ໃຫ້ແກ່ພວກລູກຄ້າ ໃນຂະນະທີ່ ພາຍຸເຮີຣິເຄນ ເລນ ກຳລັງມຸ້ງໜ້າສູ່ ນະຄອນຫຼວງ ຮາໂນລູລູ ຂອງລັດຮາວາຍ, ວັນທີ 22 ສິງຫາ 2018.
ທ້າວ ຟອລ ອາກາມິນ ຕື່ມແກັສໃສ່ຖັງ ໃຫ້ແກ່ພວກລູກຄ້າ ໃນຂະນະທີ່ ພາຍຸເຮີຣິເຄນ ເລນ ກຳລັງມຸ້ງໜ້າສູ່ ນະຄອນຫຼວງ ຮາໂນລູລູ ຂອງລັດຮາວາຍ, ວັນທີ 22 ສິງຫາ 2018.

ກອງທັບເຮືອສະຫະລັດ ໄດ້ເລີ້ມເຄື່ອນຍ້າຍພວກກຳປັ່ນລົບ ແລະ ເຮືອດຳນ້ຳຂອງຕົນ
ອອກຈາກລັດຮາວາຍ ໃນຂະນະທີ່ ພາຍຸເຮີຣິເຄນ ຊື່ວ່າ ເລນ ກຳລັງຈະພັດຂຶ້ນຝັ່ງ ຂອງ
ລັດດັ່ງກ່າວນີ້.

ພົນຕີ ບຣາຍແອນ ຝອຣຕ໌ ຜູ້ບັນຊາການ ກຸ່ມກຳປັ່ນລົບ ຂອງກອງທັບເຮືອ ໃນເຂດ
ປາຊີຟິກຕອນກາງ ໄດ້ກ່າວໃນວັນພຸດວານນີ້ ວ່າ ກຳປັ່ນລົບທັງໝົດ ທີ່ບໍ່ໄດ້ຮັບການ
ສ້ອມແປງ ໃນປັດຈຸຸບັນນີ້ ແມ່ນຈະຖືກເຄື່ອນຍ້າຍອອກຈາກ ອ່າວ Pearl Harbor
ແລະ ຈະຢູ່ໃນທ່າກຽມພ້ອມ ເພື່ອໃຫ້ການຊ່ອຍເຫຼືອ ຫຼັງຈາກພາຍຸ ໄດ້ພັດຜ່ານ
ຖ້າຫາກວ່າມີຄວາມຕ້ອງການ.

ພາຍຸເຮີຣິເຄນ ເລນ ພວມຢູ່ນອກຝັ່ງກ້ຳໃຕ້ ຫ່າງຈາກເກາະ ຄາຍລູອາ-ໂຄນາ ປະມານ
490 ກິໂລແມັດ ແລະ ກຳລັງມຸ່ງໜ້າໄປທາງທິດຕາເວັນຕົກສຽງເໜືອ ຫາພວກໝູ່ເກາະ
ຮາວາຍ.

ລົມຂອງພາຍຸເຮີຣິເຄນ ເລນ ໄດ້ອ່ອນກຳລັງລົງ ໃນເວລາຂ້າມຄືນ ຈາກທີ່ມີຄວາມແຮງ
259 ກິໂລແມັດຕໍ່ໍຊົ່ວໂມງ ມາເປັນ 250 ກິໂລແມັດຕໍ່ໍຊົ່ວໂມງ ຈຶ່ງໄດ້ເຮັດໃຫ້ມີການລົດ
ລະດັບຄວາມຮ້າຍແຮງຂອງເຮີຣິເຄນ ຈາກລະດັບ 5 ມາເປັນ ລະດັບ 4.

ອົງການບໍລິການສະພາບອາກາດແຫ່ງຊາດ ຫຼື NWS ໄດ້ເຕືອນຊາວຮາວາຍ ໃຫ້ຄາດ
ວ່າ ຈະມີນ້ຳຖ້ວມຢ່າງກະທັນຫັນ ແລະ ດິນເຈື່ອນຫຼາຍແຫ່ງ ໂດຍຈະມີ ຝົນຕົກລົງມາ
ທັງໝົດ ປະມານ 40 ຊັງຕີແມັດ. “ຄື້ນທະເລໃຫຍ່ ແລະ ອາດຈະເປັນຄື້ນທີ່ສາມາດ
ສ້າງຄວາມເສຍຫາຍ”
ຈະກະທົບຕໍ່ຊາຍຝັ່ງທາງທິດຕາເວັນຕົກ ອີງຕາມຄຳຖະແຫຼງ
ການຂອງກົມ NWS.

ກົມ NWS ຍັງກ່າວຕື່ມວ່າ ໂດຍບໍ່ຄຳນຶງວ່າ ເສັ້ນທາງຂອງພາຍຸແທ້ໆ ຈະພັດໄປທາງ
ໃດນັ້ນ ລັດຮາວາຍ ຄວນກຽມຮັບມື ກັບຜົນກະທົບທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ຊຶ່ງອາດເກີດ
ຂຶ້ນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG