ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນໂຮງໝໍ ກອງທັບເຮືອ ສະຫະລັດ ຖືກສົ່ງໄປຍັງໂຄລອມເບຍ


ສິບຕີທາຍຣິນ ອາມິງຕັນ ແລະ ລູກເຮືອດາຣຽນ ໂຈເຊຟ ກຳລັງກວດເບິ່ງສາຍໂສ້ມັດກຳປັ່ນ ທີ່ຈະປ່ອຍອອກເດີນທາງ.
ສິບຕີທາຍຣິນ ອາມິງຕັນ ແລະ ລູກເຮືອດາຣຽນ ໂຈເຊຟ ກຳລັງກວດເບິ່ງສາຍໂສ້ມັດກຳປັ່ນ ທີ່ຈະປ່ອຍອອກເດີນທາງ.

ສະຫະລັດ ສົ່ງກຳປັ່ນໂຮງໝໍ ຂອງກອງທັບເຮືອສະຫະລັດ ໄປຍັງໂຄລອມເບຍ ເພື່ອ
ຊ່ອຍປິ່ນປົວ ພວກຄົນຈຳນວນຫຼາຍແສນຄົນ ຜູ້ທີ່ໄດ້ລັ່ງໄຫລເຂົ້າໄປໃນເຂດຊາຍ
ແດນ ເພື່ອຫລົບໜີ ຄວາມຮຸນແຮງທີ່ເກີດຂຶ້ນ ໃນເວເນຊູເອລາ.

ທ່ານຈິມ ແມັດຕິສ ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ໄດ້ກ່າວບອກບັນດານັກ
ຂ່າວ ທີ່ກຳລັງເດີນທາງໄປກັບທ່ານ ຈາກນະຄອນຫຼວງ ໂບກາຕາ ຂອງໂຄລອມເບຍ ກັບຄືນໄປຍັງ ນະຄອນຫຼວງ ວໍໍຊິງຕັນ ໃນວັນສຸກວານນີ້ ວ່າ ເປັນໄປໄດ້ສູງທີ່ທ່ານ ຈະ
ສົ່ງກຳປັ່ນ USNS Comfort ທີ່ຈອດຢູ່ຖານທັບ ໃນເມືອງ ໂນຣຟົກຄ໌ (Norfolk) ລັດ
ເວີຈີເນຍ.

ທ່ານແມັດຕິສ ໄດ້ກ່າວວ່າ ພວກຄົນທີ່ທ່ານໄດ້ໂອ້ລົມນຳ ຢູ່ໃນ ໂບໂກຕາ ນັ້ນ ແມ່ນ “ໂອບອ້ອມຮັບເອົາ” ແລະ “ກະຕືລືລົ້ນ” ກ່ຽວກັບ ການສົ່ງກຳປັນໄປປະຈຳການ ທີ່ກຳ
ລັງຈະເກີດຂຶ້ນ ເຊິ່ງທ່ານໄດ້ເນັ້ນຢ້ຳວ່າ ເປັນ “ພາລະກິດດ້ານມະນຸດສະທຳເທົ່ານັ້ນ.”

ທ່ານແມັດຕິສ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ສົ່ງພວກທະຫານ ພວກເຮົາສົ່ງບັນດາທ່ານ
ໝໍ” ແລະບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບວ່າ ເວລາໃດ ກຳປັ່ນດັ່ງກ່າວ ຈະມີກຳນົດ
ອອກເດີນທາງ.

ບັນດາກຳປັ່ນໂຮງໝໍ ຕາມປົກກະຕິແລ້ວ ຈະຖືກສົ່່ງໄປປະຈຳການ ເພື່ອສະໜອງການ
ຮັກສາປິ່ນປົ່ວຊ່ອຍຊີວິດ ແລະການເບິ່ງແຍງໃນດ້ານການແພດ ແລະ ບັນເທົາຄວາມ
ກົດດັນ ໃຫ້ແກ່ລະບົບສາທາລະນະສຸກຂອງປະເທດນັ້ນ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານເຈມສ໌ ແມັດຕິສ ກ່າວຢູ່ຄ່ຽງຂ້າງ ລັດຖະມົນຕີປ້ອງກັນປະເທດ ຊີເລ ທ່ານອາລເບີໂຕ ແອສປີນາ ມັນທີ 16 ສິງຫາ 2018.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານເຈມສ໌ ແມັດຕິສ ກ່າວຢູ່ຄ່ຽງຂ້າງ ລັດຖະມົນຕີປ້ອງກັນປະເທດ ຊີເລ ທ່ານອາລເບີໂຕ ແອສປີນາ ມັນທີ 16 ສິງຫາ 2018.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໄດ້ກ່າວວ່າ ທ່ານໄດ້ຮັບຂໍ້ມູນສະເພາະເຈາະ
ຈົງ ເຊັ່ນວ່າ ບ່ອນດີທີ່ສຸດ ສຳລັບການສົ່ງກຳປັ່ນໄປປະຈຳການ ໃນລະຫວ່າງການເຈ
ລະຈາ ໃນວັນສຸກວານນີ້ ກັບ ຄູ່ຕຳແໜ່ງຂອງທ່ານ ຈາກໂອລອມເບຍ ແລະ ປະທານາ
ທິບໍດີ ໂຄລອມເບຍ ທ່ານອີວານ ດູເກ ທີ່ຫາກໍໄດ້ສາບານໂຕເຂົ້າຮັບຕຳແໜ່ງ.

ທ່ານແມັດຕິສໄດ້ເວົ້າວ່າ “ພວກຜູ້ນຳຂອງໂຄລອມເບຍ ບໍ່ພຽງແຕ່ຕົກລົງໃນຫລັກການ|
ແລ້ວ ພວກເພິ່ນຍັງໄດ້ໃຫ້ລາຍລະອຽດຕ່າງໆ ຂອງວິທີ ທີ່ດີທີ່ສຸດ ທີ່ພວກເຮົາອາດແລ່ນ
ກຳປັ່ນຜ່ານຂົງເຂດ.”

ແມ່ຍິງຊາວເວເນຊູເອລາ ກຳລັງອູ້ມເດັກນ້ອຍແມ່ຍິງ ຢູ່ສູນກາງຄົນເຂົ້າເມືອງ ໃນກູກູຕາ ຊາຍແດນໂຄລອມເບຍ ວັນທີ 16 ກໍລະກົດ 2018.
ແມ່ຍິງຊາວເວເນຊູເອລາ ກຳລັງອູ້ມເດັກນ້ອຍແມ່ຍິງ ຢູ່ສູນກາງຄົນເຂົ້າເມືອງ ໃນກູກູຕາ ຊາຍແດນໂຄລອມເບຍ ວັນທີ 16 ກໍລະກົດ 2018.

ຊີເລ ອາເຈັນຕີນາ ແລະ ບຣາຊີລ ເປັນບ່ອນຢຸດແວ່ແຫ່ງອື່ນໆ ໃນການເດີນທທາງໄປທະ
ວີບອາເມຣິກາໃຕ້ ກໍຍັງໄດ້ສະໜອງຂໍ້ມູນ ໃນການສົ່ງກຳປັ່ນໂຮງໝໍ ໄປປະຈຳການນຳ
ດ້ວຍ ອີງຕາມ ທ່ານແມັດຕິສ.

ໂດຍທີ່ຮັບຮູ້ດີ ວ່າ ເວເນຊູເອລາ ເປັນເລື້ອງລະອຽດອ່ອນ ທ່ານແມັດຕິສ ຈຶ່ງໄດ້ເນັ້ນຢ້ຳ
ວ່າ ກຳປັ່ນໂຮງໝໍ ຂອງສະຫະລັດ ຈະບໍ່ເຂົ້າໄປໃນນ່ານນ້ຳຂອງເວເນຊູເອລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG