ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ລົບ ສ​ຫລ ແລ່ນ​ຜ່ານ ຊ່ອງ​ແຄບ​ໄຕ້​ຫວັນ ເລື້ອຍ​ຂຶ້ນ ເພື່ອ​ສົ່ງ​ສັນ​ຍານ ເຕືອນ​ຈີນ​


​ເຮືອ​ພິ​ຄາດ ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Benfold ແລ່ນ​ຢູ່​ທະ​ເລ​ຟ​ີ​ລິບ​ປິນ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ ປີ 2018 ແລະ​ກຳ​ປັ່ນ​ລຳ​ນີ້ ກໍ​ໄດ້​ແລ່ນ​ຜ່ານ ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ບໍ່​ດົນ​ມານີ້.
​ເຮືອ​ພິ​ຄາດ ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Benfold ແລ່ນ​ຢູ່​ທະ​ເລ​ຟ​ີ​ລິບ​ປິນ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ ປີ 2018 ແລະ​ກຳ​ປັ່ນ​ລຳ​ນີ້ ກໍ​ໄດ້​ແລ່ນ​ຜ່ານ ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ບໍ່​ດົນ​ມານີ້.

ການ​ແລ່ນ​ຜ່​ານ​ຊ່ອງ​ແຄບ​ໄຕ້​ຫວັນ ຂອງ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ 2 ລຳ ໃນ​ເດືອນກຸມ​ພາ​ຜ່ານ​ມານີ້ ແມ່ນ​ການ​ແລ່ນ​ຜ່ານ​ເທື່ອ​ທີ 4 ຂອງ​ກຳ​ປັ່ນ​ລົບ​ສະ​ຫະ​ລັດນັບແຕ່​ກາງ​ປີ 2018 ເປັນ​ຕົ້ນ​ມາ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າວໍ​ຊິງ​ຕັນ​ໃຫ້​ການ​ສະ​ໜັບສະ​ໜຸນ​ເພີ້ມ​ຂຶ້ນ​ຕໍ່​ໄຕ້​ຫວັນ ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຈາກ​ຈີນ ນັ້ນ​ຄື​ຄຳ​ເວົ້າ​ຂອງພວກ​ນັກ​ຊ່ຽວ​ຊານ​ເຂດ​ເອ​ເຊຍ​ ທີ່​ໄດ້​ກ່າວ​ໃນ​ອາ​ທິດນີ້.

ພວກ​ນັກ​ສັງ​ເກດ​ການ​ເວົ້າ​ວ່າ ການ​ແລ່ນ​ຜ່ານ​ຂອງ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ​ແມ່ນ​ມີຈຸດ​ປະ​ສົງ ​ເພືື່ອ​ສະ​ແດງ​ໃຫ້ຈີນ​ເຫັນວ່າ ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ​ແມ່ນ​ໄດ້​ແລ່ນລາດ​ຕະ​ເວນ​ເປັນ​ປະ​ຈຳ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ແລະ​ທະ​ເລ​ຈີນ​ໃຕ້ ແລະເປັນ​ຍ້ອນ​ການ​ຂະ​ຫຍາຍ​ຕົວ​ທາງ​ທະ​ເລ​ຂອງ​ຈີນ.

ກຳ​ປັ່ນ​ລົບ USS Stethem ພວມ​ແລ່ນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ ນອກ​ແຫຼມ​ເກົາ​ຫຼີ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ Foal Eagle ທີ່​ມີ​ທັງ​ກຳ​ປັ່ນ​ລົບ ສ​ຫລ ແລະ​ເກົາ​ຫຼີ​ໃຕ້ ເຂົ້າ​ຮ່ວມ.
ກຳ​ປັ່ນ​ລົບ USS Stethem ພວມ​ແລ່ນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ ນອກ​ແຫຼມ​ເກົາ​ຫຼີ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ Foal Eagle ທີ່​ມີ​ທັງ​ກຳ​ປັ່ນ​ລົບ ສ​ຫລ ແລະ​ເກົາ​ຫຼີ​ໃຕ້ ເຂົ້າ​ຮ່ວມ.

​ທ່ານ​ແອນດ​ຣູ ຢັງ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ສະ​ພາ​ຈີນ​ເພື່ອ​ການ​ສຶກ​ສາດ້ານນະ​ໂຍ​ບາຍທີ່​ໄຕ້​ຫວັນ ຊຶ່ງ​ເປັນ​ສະ​ພາ​ຂອງ​ພວກ​ນັກ​ຊ່ຽວ​ຊານ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດວ່າ ສະ​ຫະ​ລັດ ດ້ວຍ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ຕົນ ແລະ​ຕັດ​ສິນໃຈ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ເລ​ຢ່າງ​ຂຸ້ນ​ຂ້ຽວນັ້ນ ແມ່ນ​ເພື່ອ​ສົ່ງ​ສັນ​ຍານ​ໃຫ້​ຈີນ​ຮູ້​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ມັກ​ນະ​ໂຍ​ບາຍ​ແບບ​ຮຸກ​ຮານແລະ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຕົນ​ຫຼາຍ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ.”

ເມື່ອ​ວັນ​ທີ 25 ແລະ 26 ກຸມ​ພາ​ຜ່ານ​ມານີ້ ເຮືອພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ Stethem ແລະ​ກຳ​ປັ່ນ​ບັນ​ທຸກ Cesar Chavez ໄດ້​ແລ່ນ​ຜ່ານ​ຊ່ອງ​ແຄບ ທີ່​ມີຄວາມກວ້າງ 160 ກິ​ໂລ​ແມັດ​ທີ່​ແບ່ງ​ແຍກໄຕ້ຫວັນອອກ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG