ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ກໍ່າປັ່ນ ສຫລ ຍິງເຮືອນ້ອຍ ທີ່ແລ່ນເຂົ້າຫາ ນອກຝັ່ງ UAE


ກໍ່າປັ່ນລົບຂອງສະຫະລັດ ຍິ່ງປືນໄສ່ເຣືອນ້ອຍ ທີ່ແລ່ນມູ້ງໜ້າ ຫາກໍ່າປັ່ນ ລົບດ້ວຍຄວາມໄວສູງໃນບໍລິເວນຝັ່ງທະເລ ຂອງ United Arab Emirates.

ເຈົ້າ​ໜ້າ​ທີ່ທະຫານຂອງສະຫະລັດກ່າວ​ວ່າ ​ກຳ​ປັ່ນ​ລົບຂອງ​ກອງທັບ​ເຮືອ​ສະຫະ ລັດ​ໄດ້​ຍິງ
ປືນ​ໃສ່​ເຮືອ​ນ້ອຍລຳ​ນຶ່ງທີ່ແລ່ນມຸ່ງ​ໜ້າ​ຫາ​ກຳ​ປັ່ນ​ລົບດ້ວຍ​ຄວາມ​ໄວສູງ ​ໃນ​ບໍລິ​ເວນ​ແຄມ​ຝັ່ງ
​ທະ​ເລ​ຂອງສະຫະລັດອາຣັບ​ເອ​ເມີ​ເຣັສ.

ສະຫະລັດອາຣັບ​ເອ​ເມີ​ເຣັສ ກ່າວ​ວ່າ ຄົນສັນຊາດ​ອີນ​ເດຍຜູ້​ນຶ່ງ​ທີ່ຢູ່​ໃນ​ເຮືອນ້ອຍ ​ໄດ້​ເສຍຊີ
ວິດ ​ແລະ​ອີກ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ເຂົາ​ເຈົ້າ​ກ່າວ​ວ່າ ​ເຮືອ​ດັ່ງກ່າວແມ່ນ​ເຮືອ​ຫາ​ປາ.

​ກອງທັບ​ເຮືອສະຫະລັດກ່າວ​ວ່າ ​ກຳ​ປັ່ນ​ເຕີມນໍ້າມັນ USNS Rappahannock ​ໄດ້​ຍິງປືນ​
ໃສ່​ເຮືອ​ນ້ອຍ​ ໃນ​ວັນ​ຈັນວານ​ນີ້ ຫລັງ​ຈາກ​ເຮືອ​ນ້ອຍ​ດັ່ງກ່າວ ​ບໍ່​ໄດ້​ເອົາຫົວຊາ​ຕໍ່ການເຕືອນ
​ໃຫ້​ຢຸດຫຼາຍໆ ຊຶ່ງກອງທັບເຮືອສະຫະລັດ​ຮ້ອງວ່າ ​ເປັນ “ການ​ລ່ວງ​ລໍ້າ​ເຂົ້າ​ມາ​ດ້ວຍ​ເຈ​ດ
ຕະນາ” ຫາເຮືອ​ລົບ​ຂອງສະຫະລັດ. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ຍິງປືນໃສ່​ນັ້ນ ເປັນວິ​ທີ​ປ້ອງ​ກັນ​
ຂັ້ນສຸດ​ທ້າຍ.

ທະຫານ​ເຮືອ ສະຫະລັດ ບໍ່​ໄດ້​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການບາດ​ເຈັບ ​ແລະ​ກ່າວວ່າ ອຸປະ
ຕິ​ເຫດຄັ້ງນີ້ ກໍາລັງ​ຢູ່​ໃນລະຫວ່າງ​ການ​ສືບສວນ.

XS
SM
MD
LG