ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນລົບ ​ສຫລ ປະ​ຕິບັດ​ງານ ເພື່ອ​ເສລີພາບ ໃນການ​ເດີນ​ເຮືອ ​ຢູ່ທະເລຈີນໃຕ້


ເຮືອ​ພິຄາດ ຕິດລູກສອນໄຟ ນຳວິຖີ ຂອງ​ກອງທັບ​ເຮືອ​ສະຫະລັດ USS Mustin ຢູ່ຫ່າງຈາກທ່າກຳປັ່ນ ສີຫະນຸກວິລ ຂອງກຳປູເຈຍ ປະມານ 185 ກິໂລແມັດ .
ເຮືອ​ພິຄາດ ຕິດລູກສອນໄຟ ນຳວິຖີ ຂອງ​ກອງທັບ​ເຮືອ​ສະຫະລັດ USS Mustin ຢູ່ຫ່າງຈາກທ່າກຳປັ່ນ ສີຫະນຸກວິລ ຂອງກຳປູເຈຍ ປະມານ 185 ກິໂລແມັດ .

ເຮືອ​ພິຄາດຂອງ​ກອງທັບ​ເຮືອ​ສະຫະລັດລຳນຶ່ງ ​ໄດ້ອອກປະ​ຕິບັດ​ງານເພື່ອ “​ເສລີພາບ
ໃນການ​ເດີນ​ເຮືອ” ​ໃນ​ວັນ​ສຸກ​ມື້​ນີ້​ຢູ່ທະ​ເລ​ຈີນ​ໃຕ້ ອີງຕາມລາຍງານຂອງ ອົງການ​ຂ່າວ
ຣອຍ​ເຕີ້.

​ໃນການຖະແຫຼງເປັນ​ພິ​ເສດ​ຕໍ່​ອົງການ​ຂ່າວຣອຍ​ເຕີ້​ແບບຂໍສະຫງວນຊື່ນັ້ນ ພວກ​ເຈົ້າ​
ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ກຳ​ປັ່ນ​ລົບ USS Mustin ​ໄດ້ແລ່ນ​ເຂົ້າ​ໄປ ໃນ ລັດສະໝີ
12 ​ໄມ​ລທະເລ ຂອງເກາະ​ມິ​ສຈີ​ຟ ຣີຟ (Mischief Reef) ​ຊຶ່ງ​ເປັນ​ເກາະ​ທຽມທີ່​ສ້າງຈີນສ້າງຂຶ້ນໃນ​ໝູ່ເກະ​ສະ​ແປຣດລີ ​ແລະກໍ​ໄດ້ປະຕິບັດ​ງານ​ເຝິກ ຊ້ອມຢູ່ນັ້ນ.

ກະຊວງ​ຕ່າງປະ​ເທດ​ ​ແລະ​ກະຊວງປ້ອງ​ກັນ​ປະ​ເທດຈີນ ຕ່າງກໍ​ບໍ່​ໄດ້​ໃຫ້ຄຳຕອບ ໂດຍ
ທັນທີ​ ໃນ​ການຂໍຄວາມເຫັນ ຂອງອົງການ​ຂ່າວ​ຮອຍ​ເຕີ້.

ສະຫະລັດໄດ້​ຕິຕຽນ​ການ​ກໍ່ສ້າ​ງເກາະທຽມຂອງ​ຈີນ​ ​ແລະສ້າງ​ຄ້າຍ​ທະຫານ​ຢູ່​ທະ​ເລ
ຈີນໃຕ້ ​ແລະ​ໄດ້​ສະ​ແ​ດງຄວາມ​ເປັນ​ຫ່ວງ​ທີ່​ເຂົາ​ເຈົ້າ​ອາດຈະ​ນຳ​ໃຊ້​ເພື່ອ​ຈຳກັດການ
​ເດີນ​ເຮືອ​ຢ່າງ​ເສລີ​ ​ຢູ່ໃນເຂດ​ນ່ານນໍ້າ​ຍຸດ​ທະ​ສາດດັ່ງກ່າວ.

ຈີນ​ໄດ້​ມີບັນຫາຂັດແຍ້ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ກັບບັນດາ​ເພື່ອນ​ບ້ານ​ ຢູ່ໃນ​ທະ​ເລ
​ຈີນ​ໃຕ້.

ການ​ປະຕິບັດ​ງານ​ໃນ​ວັນ​ສຸກ​ມື້​ນີ້ ​ເປັນ​ເທື່ອທຳ​ອິດ​ນັບ​ແຕ່​ເດືອນ​ມັງ​ກອນ​ຊຶ່ງມີ​ຂຶ້ນ ​
ນຶ່ງ​ມື້​ຫຼັງ​ຈາກ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາໄດ້​ເຊັນ​ເອກ​ກະສາ​ນ ທີ່
​ຈະ​ແນ​ເປົ້າ​ໝາຍໃສ່ ການເກັບພາສີສິນຄ້າຂອງຈີນ ​ເຖິງ 60 ພັນ​ລ້ານ​ໂດ​ລາ​ ​ແຕ່
​ຫຼັງຈາກ 30 ມື້​ຂອງ​ໄລຍະເວລາໃນການປຶກສາ ​ທີ່​ເລີ້ມແຕ່ເວລາ​ໃດ​ລາຍ​ຊື່​ສິນຄ້າ
ດັ່ງກ່າວໄດ້ພິມ​ເຜີ​ຍ​ແຜ່.

ການກໍ່ສ້າງທີ່ເຫັນຢູ່ເກາະມິ​ສຈີ​ຟ ຣີຟ (Mischief Reef) ​ຊຶ່ງ​ເປັນ​ເກາະ​ທຽມທີ່​ຈີນສ້າງຂຶ້ນໃນ​ໝູ່ເກະ​ສະ​ແປຣດລີ
ການກໍ່ສ້າງທີ່ເຫັນຢູ່ເກາະມິ​ສຈີ​ຟ ຣີຟ (Mischief Reef) ​ຊຶ່ງ​ເປັນ​ເກາະ​ທຽມທີ່​ຈີນສ້າງຂຶ້ນໃນ​ໝູ່ເກະ​ສະ​ແປຣດລີ

ກອງທັບ​ສະຫະລັດ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ມີທ່າທີມາເປັນເວລາດົນນານແລ້ວວ່າ​ ​ການ
ປະຕິບັດ​ງານຂອງຕົນຢູ່ໃນ​ທົ່ວ​ໂລກຮວມທັງ​ຢູ່​ໃນ​ເຂດ​ທີ່​ໄດ້​ອ້າງກຳມະສິດ​ ​ໂດຍ​ບັ
ນດາ​ພັນທະມິດ ທີ່​ແຍກ​ອອກ​ຈາກ​ການ​ພິຈາລະນາທາງ​ດ້ານ​ການ​ເມືອງ.

​ໃນ​ຂະນະ​ດຽວ​ກັນ ໜັງສືພິມ​ກອງທັບ​ຈີນ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ກອງທັບ​ເຮືອ​ຂອງ
ຕົນ ກໍ​ຈະ​ເລີ້ມການປະຕິບັດ​ງານ​ເພື່ອ​ຊ້ອມ​ລົບຢູ່​ໃນ​ທະ​ເລ​ຈີນ​ໃຕ້ ໂດຍກ່າວເຖິງ​ການ
​ເຄື່ອນ​ໄຫວ​ນີ້ວ່າ ​ເປັນ​ສ່ວນນຶ່ງຂອງການຊ້ອມລົບປະຈຳປີຕາມປົກກະຕິ
ຂອງຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG