ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເຮືອ ສຫລ 10 ຄົນ ຫາຍສາບສູນ ຫຼັງຈາກ ກຳປັ່ນພິຄາດ ສຫລ ແລ່ນຕຳ ກຳປັ່ນສິນຄ້າ


ກຳປັ່ນພິຄາດ ສະຫະລັດ USS John S. McCain ທີ່ຕິດ
ຕັ້ງດ້ວຍລູກສອນໄຟນຳວິຖີ (DDG 56) ແລ່ນເຂົ້າທຽບທ່າ ຖານທັບກອງທັບເຮືອ Changi, ສາທາລະນະລັດ ສິງກະໂປ ຫຼັງຈາກຕຳກັນກັບ ກຳປັ່ນ ສິນຄ້າ Alnic MC ໃນຂະນະທີ່ ເດີນທາງມຸ້ງໜ້າໄປຍັງ ຊ່ອງແຄບ ຂອງ Malacca ແລະ ສິງກະໂປ.
ກຳປັ່ນພິຄາດ ສະຫະລັດ USS John S. McCain ທີ່ຕິດ ຕັ້ງດ້ວຍລູກສອນໄຟນຳວິຖີ (DDG 56) ແລ່ນເຂົ້າທຽບທ່າ ຖານທັບກອງທັບເຮືອ Changi, ສາທາລະນະລັດ ສິງກະໂປ ຫຼັງຈາກຕຳກັນກັບ ກຳປັ່ນ ສິນຄ້າ Alnic MC ໃນຂະນະທີ່ ເດີນທາງມຸ້ງໜ້າໄປຍັງ ຊ່ອງແຄບ ຂອງ Malacca ແລະ ສິງກະໂປ.

ມີລາຍງານວ່າ ທະຫານເຮືອສະຫະລັດ 10 ຄົນ ຫາຍສາບສູນ ແລະ ອີກ 5 ຄົນ ໄດ້
ຮັບບາດເຈັບ ຫຼັງຈາກທີ່ກຳປັ່ນພິຄາດ USS John S. McCain ຂອງກອງທັບເຮືອ
ສະຫະລັດ ໄດ້ແລ່ນຕຳກັບກຳປັ່ນສິນຄ້າ ລຳໜຶ່ງ ຢູ່ທາງກ້ຳຕາເວັນອອກ ຂອງສິງກະໂປ
ໃກ້ໆກັບ ຊ່ອງແຄບ Malacca.

ແຜນທີ່ສະແດງໃຫ້ເຫັນ ຈຸດເກີດເຫດ ບ່ອນທີ່ ກຳປັ່ນບັນທຸກສິນຄ້າ Alnic MC ໄດ້ຢຸດຈອດຢູ່ ຫຼັງຈາກທີ່ເກີດອຸບັດເຫດຕຳກັນ ກັບກຳປັ່ນພິຄາດ ສະຫະລັດ USS John S. McCain ທີ່ຕິດຕັ້ງດ້ວຍລູກສອນໄຟນຳວິຖີ ຢູ່ທາງພາກຕາເວັນອອກຂອງສິງກະໂປ ເມື່ອວັນທີ 21 ສິງຫາ 2017.
ແຜນທີ່ສະແດງໃຫ້ເຫັນ ຈຸດເກີດເຫດ ບ່ອນທີ່ ກຳປັ່ນບັນທຸກສິນຄ້າ Alnic MC ໄດ້ຢຸດຈອດຢູ່ ຫຼັງຈາກທີ່ເກີດອຸບັດເຫດຕຳກັນ ກັບກຳປັ່ນພິຄາດ ສະຫະລັດ USS John S. McCain ທີ່ຕິດຕັ້ງດ້ວຍລູກສອນໄຟນຳວິຖີ ຢູ່ທາງພາກຕາເວັນອອກຂອງສິງກະໂປ ເມື່ອວັນທີ 21 ສິງຫາ 2017.

ກອງທັບເຮືອ ທີ 7 ຂອງສະຫະລັດ ໄດ້ກ່າວໃນຖະແຫລງການສະບັບໜຶ່ງ ເມື່ອຕອນເຊົ້າ
ວັນຈັນມື້ນີ້ ວ່າ ກຳປັ່ນພິຄາດ ຕິດຕັ້ງດ້ວຍລູກສອນໄຟນຳວິຖີ ໄດ້ແລ່ນຕຳກັບ ກຳປັ່ນ
ຕິດທຸງຂອງປະເທດໄລບີເຣຍ ຊື່ວ່າ Alnic MC ໃນເວລາ ປະມານ 6 ໂມງ 20 ນາທີ
ຕອນເຊົ້າຕາມເວລາໃນທ້ອງຖິ່ນ. ກຳປັ່ນ McCain ໄດ້ມຸ້ງໜ້າໄປຍັງ ທ່າເຮືອສິງກະໂປ
ເພື່ອທຽບທ່າ ຕາມປົກກະຕິ ໃນເວລາທີ່ເກີດອຸບັດຕິເຫດ.

ກຳປັ່ນ McCain ລຳນີ້ ໄດ້ຮັບ “ຄວາມເສຍຫາຍພໍສົມຄວນ” ຕໍ່ໂຕເຮືອ ແຕ່ໄດ້ແລ່ນ
ໄປຮອດຖານທັບເຮືອ Changi ຂອງສິງກະໂປ ພາຍໃຕ້ກຳລັງຂອງຕົນເອງ ຫຼາຍຊົ່ວ
ໂມງຫຼັງຈາກນັ້ນ.

ກົມຄຸ້ມຄອງທາງເດີນເຮືອ ແລະ ທ່າເຮືອ ຂອງສິງກະໂປ ກ່າວວ່າ ກຳປັ່ນ Alnic ກໍໄດ້
ຮັບຄວາມເສຍຫາຍ ແຕ່ວ່າບໍ່ມີລູກເຮືອຜູ້ໃດ ໄດ້ຮັບບາດ.

ເຮືອບິນເຮລິຄອບເຕີ ຂອງກອງທັບເຮືອ ສິງກະໂປ ໄດ້ນຳເອົາທະຫານເຮືອສະຫະລັດ
4 ຄົນ ທີ່ໄດ້ຮັບບາດເຈັບ ໄປຍັງໂຮງໝໍ ໃນສິງກະໂປ ເພື່ອການຮັກສາປິ່ນປົວ ສຳລັບ
ບາດແຜທີ່ບໍ່ເປັນໄພຕໍ່ຊີວິດ. ກອງທັບເຮືອ ທີ 7 ຂອງ ສະຫະລັດ ກ່າວວ່າ ທະຫານເຮືອ
ອີກຄົນໜຶ່ງ ແມ່ນຕ້ອງໄດ້ຮັບການຮັກສາປິ່ນປົວ ຕື່ມອີກ.

ກອງທັບເຮືອ ແລະ ໜ່ວຍລາດຕະເວນ ຂອງສິງກະໂປ ຍັງໄດ້ໃຫ້ການຊ່ວຍເຫຼືອ
ພາລະກິດ ການຊອກຫາ ແລະ ເກັບກູ້ຢູ່.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ສະແດງອອກ ເຖິງຄວາມເຫັນໃຈ ໃນ
Twitter ໂດຍຂຽນຂໍ້ຄວາມວ່າ “ຈິດໃຈ ແລະ ຄວາມວິ້ງວອນ” ຂອງທ່ານນັ້ນ ແມ່ນຢູ່ກັບ
ພວກທະຫານເຮືອ ຢູ່ເທິງເຮືອ McCain.

ອຸບັດຕິເຫດເຮືອຕຳກັນ ແມ່ນເປັນຄັ້ງທີສອງ ທີ່ກ່ຽວພັນກັບກຳປັ່ນຈາກ ກອງທັບເຮືອທີ
7 ຂອງສະຫະລັດ ຢູ່ໃນມະຫາສະໝູດປາຊີຟິກ ພາຍໃນສອງເດືອນຜ່ານມາ. ທະຫານ
ເຮືອ ສະຫະລັດ 7 ຄົນ ໄດ້ເສຍຊີວິດ ເມື່ອເດືອນມິຖຸນາ ໃນເວລາ ເຮືອລົບ USS
Fitzgerald ແລະ ກຳປັ່ນບັນທຸກຕູ້ສິນຄ້າ ແລ່ນຕຳກັນ ຢູ່ນ່ານນ້ຳ ນອກຝັ່ງທະເລຂອງ
ຍີ່ປຸ່ນ.

ກັບຕັນເຮືອ Fitzgerald ໄດ້ຖືກປົດອອກຈາກຜູ້ບັງຄັບບັນຊາ ແລະ ບັນດາທະຫານ
ເຮືອຄົນອື່ນໆ ກໍຈະຖືກລົງໂທດ ຫຼັງຈາກທີ່ກອງທັບເຮືອ ໄດ້ພົບເຫັນ ຄວາມສາມາດ
ໃນການເດີນເຮືອ ທີ່ຂີ້ຮ້າຍ ແລະ ຂໍ້ບົກຜ່ອງຕ່າງໆ ໃນການສອດຊ່ອງເບິ່ງ ທີ່ມີສ່ວນ
ເຮັດໃຫ້ເກີດອຸບັດເຫດຕຳກັນ ດັ່ງທີ່ກອງທັບເຮືອ ສະຫະລັດ ໄດ້ກ່າວເມື່ອສັບປະດາ
ແລ້ວນີ້.

ສ່ວນເຮືອ USS McCain ແມ່ນໄດ້ເອົາຊື່ຂອງບິດາແລະພໍ່ຕູ້ຂອງສະມາຊິກສະພາສູງ
ຈອນ ມັກເຄນ ອະດີດນາຍພົນທະຫານເຮືອມາຕັ້ງໃຫ້.

US Navy Collision
please wait
Embed

No media source currently available

0:00 0:02:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG