ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ກອງ​ທັບ​ເຮືອ ສ​ຫລ ຢຶດ​ເຊື້ອ​ໄຟ ລູກ​ສອນ​ໄຟ 70 ໂຕນ ທີ່​ສົ່ງ​ຈາກ​ອີ​ຣ່ານ ໄປ​ເຢ​ເມນ


ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ພວກ​ທະ​ຫານ​ພວມ​ນັບ​ຖົງ​ສານ​ຢູ​ເຣຍ ແລະ​ແອມ​ໂມ​ນຽມ​ເພີ​ຄ​ລໍ​ເຣດ ທີ່​ພົບ​ເຫັນ​ຢູ່​ເທິງ​ເຮືອ ແລ່ນ​ຢູ່​ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 9 ພະ​ຈິກ 2022.
ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ພວກ​ທະ​ຫານ​ພວມ​ນັບ​ຖົງ​ສານ​ຢູ​ເຣຍ ແລະ​ແອມ​ໂມ​ນຽມ​ເພີ​ຄ​ລໍ​ເຣດ ທີ່​ພົບ​ເຫັນ​ຢູ່​ເທິງ​ເຮືອ ແລ່ນ​ຢູ່​ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 9 ພະ​ຈິກ 2022.

ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ກ່າ​ວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ຕົນ​ໄດ້​ພົບ​ອົງ​ປະ​ກອບ​ເຊື້ອ​ໄຟ​ລູກ​ສອນ​ໄຟ 70 ໂຕນ ເຊື່ອງ​ໄວ້​ປົນ​ກັນ​ກັບ​ຖົງ​ຝຸ່ນ​ວິ​ທະ​ຍາ​ສາດ ຢູ່​ເທິງເຮືອ​ລຳ​ນຶ່ງທີ່​ພວມແລ່ນ​ຈາກ​ອີ​ຣ່ານ​ໄປ​ປະ​ເທດ​ເຢ​ເມນ ຊຶ່ງເປັນ​ການ​ຢຶດ​ໄດ້ເທື່ອ ​ທຳ​ອິດ​ ໃນ​ການ​ເຮັດ​ສົງ​ຄາມ​ມາ​ຕະ​ຫຼອດ​ປີ ຂະ​ນະ​ທີ່​ການ​ຢຸດ​ຍິງ​ຢູ່​ທີ່ນັ້ນ ​ກຳ​ລັງ​ແຕກ​ຫັກ​ລົງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ກ່າວ​ວ່າ ປະ​ລິ​ມານ​ຂອງ​ສານ​ອາມ​ໂມ​ນຽມເພີ​ຄ​ລໍ​ເຣດ (ammonium perchlorate) ທີ່​ຄົ້ນ​ພົບ​ນັ້ນສາ​ມາດໃຊ້​ເປັນ​ເຊື້ອ​ໄຟ​ສຳ​ລັບ​ລູກ​ສອນ​ໄຟ​ຂະ​ໜາດ​ກາງ​ໄດ້​ສິບກວ່າ​ລູກ ຊຶ່ງ​ເປັນ​ອາ​ວຸດ​ທີ່​ພວກ​ກະ​ບົດ​ຮູ​ຕີ​ທີ່ອີ​ຣ່ານ​ຫຼັງ​ ໃຊ້ໂຈມ​ຕີ​ທັງ​ພັນ​ທະ​ມິດ​ຂອງ​ລັດ​ຖະ​ບານ ​ທີ່​ນາໆ​ຊາດ​ຮັບ​ຮູ້ ແລະ​ກຸ່ມ​ແນວ​ໂຮມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ດັ່ງ​ກ່າວ.

ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕິດ​ອາ​ວຸດ​ຄືນ​ໃໝ່ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ອີ​ຣ່ານໄດ້​ຂົ່ມ​ຂູ່​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ຫະ​ລັດແລະ​ປະ​ເທດ​ອື່ນໆ​ອີກ​ກ່ຽວ​ກັບ​ການ​ປະ​ທ້ວງ​ທີ່​ມີ​ມາ​ເປັນ​ເວ​ລາ​ນຶ່ງ​ເດືອນ ທີ່​ຮຽກ​ຮ້ອງ​ໃຫ້​ໂຄ່ນ​ລົ້ມ​ ລະ​ບອບ​ການ​ປົກ​ຄອງ ​ຂອງ​ພວກສອນ​ສາ​ສະ​ໜາ​ອິ​ສ​ລາມ. ເຕ​ຫະ​ຣ່ານ​ໄດ້​ຖິ້ມ​ໂທດ​ໃສ່​ມະ​ຫາ​ອຳ​ນາດ​ຕ່າງ​ປະ​ເທດແທນ​ທີ່​ຈະ​ແມ່ນ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ໂກດ​ແຄ້ນ​ຂອງ​ຕົນ ໃນ​ການ​ຈັດ​ຕັ້​ງ​ການ​ປະ​ທ້ວງ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ 344 ຄົນ ແລະ​ຖືກ​ຈັບ​ອີກ 15,820 ຄົນ ທ່າມ​ກາງ​ທີ່​ມີ​ການ​ປາບ​ປາມ​ຢ່າງກວ້າງ​ຢູ່​ທີ່​ນັ້ນ.

ໃນ​ເວ​ລານີ້ຍັງ​ບໍ່​ສາ​ມາດ​ຂໍ​ຄວາມ​ເຫັນ​ຈາກ​ພວກ​ກະ​ບົດ​ຮູ​ຕີ​ໄດ້​ເທື່ອ. ສຳ​ນັກ​ງານ ​ຜູ້ຕາງ​ໜ້າ​ອີ​ຣ່ານ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກໍ​ບໍ່​ໄດ້​ຕອບ​ຄຳ​ຖາມ​ໃນ​ທັນທີ ​ກ່ຽວ​ກັບ​ເລື້ອງນີ້.

ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ຖ​ົງ​ສານ​ຢູ​ເຣຍ ແລະ​ແອມ​ໂມ​ນຽມ​ເພີ​ຄ​ລໍ​ເຣດ ຢູ່​ເທິງ​ເຮືອ​ທີ່​ຖືກ​ຈັບ​ ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 8 ພະ​ຈິກ 2022.
ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ຖ​ົງ​ສານ​ຢູ​ເຣຍ ແລະ​ແອມ​ໂມ​ນຽມ​ເພີ​ຄ​ລໍ​ເຣດ ຢູ່​ເທິງ​ເຮືອ​ທີ່​ຖືກ​ຈັບ​ ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 8 ພະ​ຈິກ 2022.

ຜູ້​ບັນ​ຊາ​ການ​ທີ​ໂມ​ທີ ຮອກ​ກິນ​ສ໌ ໂຄ​ສົກ​ຂອງກອງ​ທັບ​ເຮືອ​ທີ 5 ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ “ການ​ຈັດ​ສົ່ງ​ແບບນີ້ ແລະ​ປະລິ​ມານ​ຫຼວງ​ຫຼາຍ​ຂອງວັດ​ຖຸ​ລະ​ເບີດແມ່ນ​ໄດ້ພາ​ໃຫ້​ມີຄວາມ​ເປັນ​ຫ່ວງ​ຢ່າ​ງ​ໃຫຍ່​ເພາະ​ມັນ​ພາ​ໃຫ້​ເກີດ​ການ​ຂາດ​ສະ​ຖຽນ​ລະ​ພາບ​ໄດ້. ການ​ຂົນ​ສົ່ງ​ອາ​ວຸດ​ຈາກ​ອີຣ່ານ​ໄປ​ຍັງ​ປະ​ເທດ​ເຢ​ເມນ ນຳ​ໄປ​ສູ່​ການ​ບໍ່​ມີ​ສະ​ຖຽນ​ລະ​ພາບ ​ແລະ​ຄວາມ​ຮຸນ​ແຮງ.”

ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ສະ​ຫະ​ລັດ John Scheuerman ແລະ​ກຳປັ່ນ​ພິ​ຄາດ Sullivans ​ໄດ້​ຢຸດເຮືອ​ສຳ​ເພົາ​ໄມ້ ທີ່​ແລ່ນ​ຢູ່​ໃນ​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 8 ພະຈິກ ອີງ​ຄຳ​ເວົ້າ​ຂອງກອງ​ທັບ​ເຮືອ. ໃນ​ລະ​ຫວ່າງ​ການກວດ​ຄົ້ນ​ເປັນ​ເວ​ລາ​ນຶ່ງ​ອາທິດນັ້ນ ພວກ​ລູກ​ເຮືອ​ໄດ້​ຄົ້ນ​ພົບ​ຖົງອາມ​ໂມ​ນຽມເພີ​ຄ​ລໍ​ເຣດທີ່​ເຊື່ອງ​ໄວ້​ຢູ່​ຂ້າງ​ໃນ ຢູ່​ໃນ​ຖົງ​ ຊຶ່ງ​ໃນ​ຂັ້ນ​ຕົ້ນ​ປາ​ກົດ​ວ່າ​ເປັນ​ສານ​ຢູ​ເຣຍ 100 ໂຕນ.

ຢູ​ເຣຍ ຊຶ່ງ​ເປັນ​ຝຸ່ນ​ວິ​ທະ​ຍາ​ສາດ ກໍ​ສາ​ມາດ​ໃຊ້​ໃນ​ການ​ເຮັດ​ລະ​ເບີດ​ໄດ້ເຊັ່ນ​ກັນ​.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG