ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ເນໂຕ ສິ້ນສຸດພາລະກິດ ຢູ່ອັຟການິສຖານ


US, NATO War in Afghanistan Formally Over
please wait

No media source currently available

0:00 0:03:11 0:00

ເບິ່ງວີດີໂອ ລາຍງານໂດຍຜູ້ສື່ຂ່າວວີໂອເອ Michael Bowman

ອາທິດ​ນີ້ ​ເປັນ​ຂີດ​ໝາຍ ​ໃນ​ການ​ເລີ້ມ​ຕົ້ນຂອງ​ບົດໃໝ່ ລະຫວ່າງ
ວໍ​ຊິງ​ຕັນ ກັບ ກາ​ບູລ ​ໃນ​ຂະນະ​ທີ່ສົງຄາມ​ ທີ່​ສະຫະລັດ ​ແລະ
​ອົງການ​ເນ​ໂຕ ​ໄດ້​ດຳ​ເນີນ​ມາ​ເ​ປັນ​ເວລາ 13 ປີ ​ໄດ້​ສິ້ນ​ສຸດ​ລົງ
​ໃນ​ອັຟກາ​ນິສຖານ.

ສົງຄາມ​ພາກ​ພື້ນ​ດິນ​ອັນ​ຍາວ​ນານ​ທີ່​ສຸດ ຂອງ​ອາ​ເມຣິກາ ​ທີ່​ຖືກ​
ກະ​ຕຸ້ນ​ຂຶ້ນ ໂດຍ​ການ​ໂຈມ​ຕີທີ່ໂຫດຮ້າຍ ​ແລະສ້າງ​ຄວາມເຈັບ
ປວດ​ເປັນ​ທີ່​ສຸດ ຂອງ​ວັນ​ທີ 11 ກັນຍາ 2011 ນັ້ນ ບັດ​ນີ້ ​ໄດ້
ສິ້ນ​ສຸດ​ລົງ​ແລ້ວ. ພົນ​ເອກສະຫະລັດ John Campbell ຜູ້​ບັນ
ຊາ​ການ ກອງ​ກຳລັງ​ ຊ່ວຍ​ເຫຼືອດ້ານຄວາມ​ໝັ້ນຄົງນາໆຊາດ ຫຼື
ISAF ​ໄດ້ປະກອບສ່ວນ​ໃນ​ພິທີຂີດໝາຍດັ່ງກ່າວ ​ໃນ​ກາ​ບູລ
​ແລະ​ປະກາດ​ວ່າ:

“ມື້​ນີ້ເປັນ​ຂີດ​ໝາຍ ຂອງ​ການ​ຍຸດຕິລົງ​ຂອງຍຸກ​ໜຶ່ງ ​ແລະການ​ເລີ້ມ​ຕົ້ນຂຶ້ນ​ຂອງ
ຍຸກໃໝ່. ມື້​ນີ້ ອົງການ​ເນ​ໂຕ ​ໄດ້​ເສັດ​ສິ້ນພາລະກິດ​ສູ້​ລົບ​ຂອງ​ຕົນ ຊຶ່ງ​ເປັນຄວາມ​
ພະຍາຍາມ ລະຍະ 13 ປີ ທີ່​ເຕັມ​ໄປ​ດ້ວຍຜົນສຳ​ເລັດ​ທີ່​ສຳຄັນໆ ​ແລະ ພ້ອມ​ກັນ​
ກັບ ການ​ເສຍ​ສະລະ​ອັນ​ຍິ່ງ​ໃຫຍ່ ​ພິ​ເສດ​ສຸດ ​ຂອງ​ບັນດາ​ທະຫານແນວ​ໂຮມຫຼາຍ
ພັນ​ຄົນ ພ້ອມ​ທັງ​ທະຫານ​ ແລະຕຳຫລວດອັຟກາ​ນິສຖານ ​ຜູ້​ທີ່​ໄດ້ເສຍ​ສະລະ​ຢ່າງ​
ຫລວງຫຼາຍ ​ເພື່ອ​ສ້າງ​ອະນາຄົດ​ທີ່​ສົດ​ໃສຂຶ້ນ​ກ່ວາ​ເກົ່າ ສຳ​ຫລັບດິນ​ແດນ​ທີ່​ຖືກ
ລ້າງຜານ​ໂດຍ​ສົງຄາມ​ ​ແຫ່ງນີ້.”

ການຍຸດຕິ​ສົງຄາມ ທີ່ໄດ້​ເອົາ​ຊີວິດ ທະຫານ​ເນ​ໂຕ ​ເກືອບ 3,500 ຄົນ ລວມທັງກອງທະຫານ ສະຫະລັດຫຼາຍກວ່າ 2,000 ຄົນ ​ໂດຍ​ສິ້ນເປືອງ​ ຄ່າ​ໃຊ້​ຈ່າຍສຳ​ຫລັບ​ທຳ​ສົງຄາມ ຫຼາຍກວ່າ 1 ພັນ​ຕື້​ດອລລ່ານັ້ນ ​ໄດ້​ເປັນ​ເປົ້າໝາຍຫລັກ​ອັນ​ໜຶ່ງ ຂອງ​ລັດຖະບານປະທານາທິບໍດີໂອບາ​ມາ.

ເບິ່ງວີດີໂອອີກເລື່ອງໜຶ່ງ ກ່ຽວກັບລາຍງານນີ້:

US Reduces Troops in Afghanistan as Security, Budget Problems Remain
please wait

No media source currently available

0:00 0:02:26 0:00

XS
SM
MD
LG