ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊະນະເລີດ 2 ຄົນ ທີ່ໄດ້ຮັບ ລາງວັນແຂ່ງຂັນ ສະກົດຄຳ ຂອງ ສຫລ


ທ້າວ Jairam Hathwar ອາຍຸ 13 ປີ ຈາກເມືອງ Painted Post, N.Y (ຊ້າຍ) ແລະທ້າວ Nihar Janga ອາຍຸ 11 ປີ (ຂວາ) ຈາກເມືອງ Austin ລັດ Texas (ຂວາມື) ໄດ້ເປັນຜູ້ຊະນະເລີດ ຂອງການແຂ່ງຂັນສະກົດຄຳ.
ທ້າວ Jairam Hathwar ອາຍຸ 13 ປີ ຈາກເມືອງ Painted Post, N.Y (ຊ້າຍ) ແລະທ້າວ Nihar Janga ອາຍຸ 11 ປີ (ຂວາ) ຈາກເມືອງ Austin ລັດ Texas (ຂວາມື) ໄດ້ເປັນຜູ້ຊະນະເລີດ ຂອງການແຂ່ງຂັນສະກົດຄຳ.

ການ​ແຂ່ງຂັນ​ສະກົດ​ຄໍາ​ຂອງ​ອົງການ Scripps National Spelling Bee ແມ່ນຕື່ນເຕັ້ນ ​ທີ່​ສຸດ ​ແລະ​ຢາກ​ຮູ້​ຢາກ​ເຫັນ​ລື່ນ​ກິລາ​ໃດໆ ທີ່​ມັກ​ຈະເຫັນ​ຢູ່ທາງ​ໂທລະພາບ ESPN ຊຶ່ງ ເປັນຕາໜ່າງ​ໂທລະພາບ​ກິລາ ​ທີ່​ອອກ​ອາກາດການ​ແຂ່ງຂັນ​ປະຈຳ​ປີດັ່ງກ່າວ.

ການ​ແຂ່ງຂັນ​ໃນ​ປີ​ນີ້ແມ່ນ​ເປັນ​ກາ​ນຊໍ້າ​ຄືນ​ຂອງ​ປີ​ກາຍ​ ຊຶ່ງອີກ​ຄັ້ງ​ນຶ່ງ​ຊາວໜຸ່ມອາເມ​ຣິກັນ ເຊື້ອສາຍ​ອິນ​ເດ​ຍສອງ​ຄົນ ​ໄດ້​ເປັນ​ຄູ່ຊະນະ​ເລີດ​ຮ່ວມ​ກັນ ​ຊຶ່ງແຕ່ລະຄົນ​ໄດ້​ຮັບ​ຖ້ວຍ​ລາງ ວັນ ແລະ​ລາງວັນ​ເງິນສົດ 45,000 ​ໂດ​ລາ​ແລະ​ລາງວັນ​ອື່ນໆອີກ.

ທ້າວ Nihar Janga ອາຍຸ​ສິບເອັດ​ປີ ​ເປັນ​ຜູ້​ຊະນະ​ເລີດທີ່​ໜຸ່ມ​ສຸດເປັນປະຫວັດການ​ ​ໃນ ​ການແຂ່ງ​ຂັນ​ສະກົດ​ຄຳ. ຄຳ​ສະກົດ​ທີ່​ໄດ້ໄຊຊະນະ​ຂອງ​ລາວ​ແມ່ນ “gesellschaft” ຊຶ່ງ ​ເປັນຄວາມ​ສຳພັນ​ທາງ​ດ້ານ​ສັງຄົມ.

ສ່ວນ​ທ້າວ Jairam Hathwar ອາຍຸ 13 ປີ ​ແມ່ນ​ນ້ອງ​ຂອງ​ອະດີດ​ຜູ້​ທີ່​ເຄີຍ​ຊະນະ​ເລີດ​ມາ ແລ້ວ. ລາວ​ໄດ້​ສະກົດ​ຄຳ “Feldenkrais” ຢ່າງ​ຖືກຕ້ອງ ຊຶ່ງ​ເປັນ ຫ​ລັກ​ສູດ​ການສືກສາ ນຶ່ງ.

ຜູ້​ເຂົ້າ​ແຂ່ງຂັນ​ສິບ​ຄົນ​ຈາກ​ຫລາຍ​ລັດ​ໃນ​ສະຫະລັດໄດ້​ຢູ່​ເທິງ​ເວ​ທີ ​ໃນ​ວັນພະຫັດ​ວານ​ນີ້ ເພື່ອແຂ່ງ​ຂັນ​ຮອບ​ສຸດ​ທ້າຍ​ໃນ​ການ​ສະກົດ​ຄຳແຫ່ງຊາດ.

ບັນດາ​ຜູ້​ແຂ່ງຂັນ​ ກ້້າວຂຶ້ນມາ​ຈາກ​ການ​ແຂ່ງ​ຂັນ​ປະຈຳ​ທ້ອງ​ຖິ່ນ ​ແລະກໍ​ກ້າວ​ຂຶ້ນ​ໄປ​ຫາ​ແຕ່ ລະ​ຂົງ​ເຂດ ​ແລະ​ໃນ​ທີ່​ສຸດກໍມາ​ນະຄອນຫລວງ​ວຊິງ​ຕັນ ​ເພື່ອ​ເຂົ້າຮ່ວມ ການແຂ່ງຂັນ​ອັນມີ​ກຽດ. ບັນດາ​ນັກສະກົດ​ຄໍາ ມາ​ຈາກ​ລັດ​ຕ່າງ​ ຂອງ​ສະຫະລັດ ​ແລະ​ດິນ​ແດນ​ອຶ່ນໆ ຕະ ຫລອດ​ທັງ​ຖານ​ທັບ​ສະຫະລັດ​ຢູ່ຕ່າງປະ​ເທດ. ບັນດາ​ນັກ​ສະກົດ​ຄຳ ສ່ວນ​ໃຫຍ່​ມີອາຍຸ ລະຫວ່າງ 13 ຫາ 14 ປີ.

ການ​ສະກົດ​ຄຳ​ມີ​ຊື່ວ່າ bee ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ​ນັບ​ແຕ່​ປີ 1925 ​ເປັນຕົ້ນມາຍົກ​ເວັ້ນ​ແຕ່​ ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ ​ເວລາ​ເດີນທາງ ​ແລະ​ຊັບພະຍາກອນ​ໄດ້​ຖືກຈຳກັດ ​ເພື່ອ ນຳ​ໃຊ້​ໃນ​ການ​ຊຸກ​ຍູ້​ຄວາມພ​ະຍາ​ຍາມ ​ໃນ​ການ​ເຮັດ​ສົງຄາມ​ເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

US National Spelling
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG