ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ຮັກສາຄວາມໝັ້ນຄົງ ຂອງ ສຫລ ກໍາລັງສືບສວນ ເລື້ອງຄົນລັກເຈາະຂໍ້ມູນຕ່າງໆ


ແປ້ນພິມຄອມພີວເຕີ ໂດຍມີການສະແດງໃຫ້ເຫັນລະຫັດເຂົ້າອິນເຕີເນັດ (ພາບຖ່ານໃນວັນທີ 1 ມີນາ, 2017 ໂດຍ REUTERS/Kacper Pempel/Illustration)
ແປ້ນພິມຄອມພີວເຕີ ໂດຍມີການສະແດງໃຫ້ເຫັນລະຫັດເຂົ້າອິນເຕີເນັດ (ພາບຖ່ານໃນວັນທີ 1 ມີນາ, 2017 ໂດຍ REUTERS/Kacper Pempel/Illustration)

ລັດຖະບານທ່ານທຣໍາໄດ້ຮັບຮູ້ໃນວັນອາທິດວານນີ້ວ່າ ສະຖາບັນຫຼາຍແຫ່ງຂອງສະຫະລັດ ໄດ້ຖືກລັກເຈາະຂໍ້ມູນ ໂດຍພວກທີ່ເຮັດວຽກຕາງໜ້າໃຫ້ລັດຖະບານຕ່າງປະເທດ.

ນັກຊ່ຽວຊານດ້ານຄວາມປອດໄພທາງອິນເຕີແນັດເຊື່ອວ່າຣັດເຊຍຂ້ອນຂ້າງວ່າຈະເປັນຜູ້ຢູ່ເບື້ອງຫຼັງ ໃນການໂຈມຕີກະຊວງການເງິນ ແລະກະຊວງການຄ້າຂອງສະຫະລັດໃນສິ່ງທີ່ສື່ມວນຊົນສະຫະລັດກຳລັງເອີ້ນວ່າເປັນການໂຈມຕີທີ່ສະຫລັບ ຊັບຊ້ອນທີ່ສຸດ ຕໍ່ລະບົບຂອງລັດຖະບານສະຫະລັດໃນຊຸມປີທີ່ຜ່ານມານີ້.

"ພວກເຮົາໄດ້ຂໍໃຫ້ອົງການຮັກສາຄວາມປອດໄພທາງອິນເຕີແນັດ ແລະທາງພື້ນຖານໂຄງລ່າງ ແລະອົງການສັນຕິບານກາງ ຫລື FBI ດຳເນີນການສືບສວນຢູ່, ແລະ ພວກເຮົາບໍ່ສາມາດໃຫ້ຄຳເຫັນຫຍັງຕື່ມໄດ້ເທື່ອໃນເວລານີ້" ນັ້ນຄືຄໍາເວົ້າຂອງກະຊວງການຄ້າທີ່ກ່າວໃນຖະແຫຼງການສະບັບນຶ່ງທີ່ຢືນຢັນວ່າ ນຶ່ງໃນບັນ ດາອົງການຂອງຕົນໄດ້ຖືກລັກເຈາະເຂົ້າໄປ.

ທັງອົງການ FBI ແລະອົງການຮັກສາຄວາມປອດໄພທາງອິນເຕີແນັດຂອງກະ ຊວງຮັກສາຄວາມໝັ້ນຄົງແຫ່ງຊາດກຳລັງດຳເນີນການສືບສວນກ່ຽວກັບການລັກເຈາະເຂົ້າໄປໃນລະບົບດັ່ງກ່າວ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຂອບເຂດຂອງການລັກເຈາະເຂົ້າໄປ, ເຫດຜົນຂອງການເຮັດແນວນັ້ນ, ຫຼືວ່າອົງການອື່ນໄດ້ຮັບຜົນກະທົບຫລືບໍ່.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ, ທ່ານຈອນ ອັນລິຢອດ (John Ullyot) ກ່າວວ່າ "ລັດຖະບານສະຫະລັດແມ່ນຮູ້ກ່ຽວກັບກາຍລາຍງານເຫຼົ່ານີ້, ແລະພວກເຮົາ ກຳລັງດຳເນີນທຸກບາດກ້າວທີ່ຈຳເປັນເພື່ອກຳນົດ ແລະແກ້ໄຂບັນຫາທີ່ອາດຈະເກີດຂຶ້ນທີ່ກ່ຽວຂ້ອງກັບສະຖານະການນີ້."

ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌ ທີ່ເປັນຜູ້ທໍາອິດລາຍງານກ່ຽວກັບການລະລັກເຈາະເຂົ້າໄປດັ່ງກ່າວເວົ້າວ່າ ບັນດາເຈົ້າໜ້າທີ່ສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດໄດ້ພົບປະກັນໃນວັນເສົາຜ່ານມາຢູ່ທີ່ທຳນຽບຂາວເພື່ອປຶກສາຫາລືກັນກ່ຽວກັບການທຳການໂຈມຕີ ທີ່ພົວພັນເຖິງການລັກຂໍ້ມູນທີ່ກ່ຽວຂ້ອງກັບການສ້າງນະໂຍບາຍທາງອິນເຕີແນັດແລະດ້ານໂທລະຄົມ.

ການລັກເຈາະເຂົ້າໄປດັ່ງກ່າວນີ້ ມີຂຶ້ນນຶ່ງອາທິດຫຼັ ງຈາກບໍລິສັດຟາຍຣ໌ໄອ (FireEye) ຂອງສະຫະລັດ, ຊຶ່ງເປັນບໍລິສັດຮັກສາຄວາມປອດໄພທາງອິນເຕີແນັດທີ່ມີສັນຍາກັບລັດຖະບານແລະບໍລິສັດຕ່າງໆ ກ່າວວ່າຕົນຕົກເປັນເປົ້າໝາຍຂອງການໂຈມຕີທີ່ພວກນັກລັກເຈາະຂໍ້ມູນຂອງລັດຖະບານຕ່າງປະເທດໄດ້ລັກເອົາເຄື່ອງມືໃນການລັກເຈາະຂໍ້ມູນຈໍານວນນຶ່ງຂອງຕົນໄປ.

ຢູ່ໃນການຂຽນບົດຂ່າວລົງໃນເວັບໄຊທ໌ ຫລືບລັອກໃນວັນອາທິດວານນີ້, ບໍລິສັດ FireEye ກ່າວວ່າຕົນໄດ້ຄົ້ນພົບ "ການປຸກລະດົມທີ່ກວ້າງຂວາງ" ເຊິ່ງພວກລັກເຈາະຂໍ້ມູນ ສາມາດໃຊ້ການປັບປຸງຊອຟແວຈາກບໍລິສັດເທັກໂນໂລຈີຂໍ້ມູນຂ່າວ ສານ SolarWinds ເພື່ອເຂົ້າເຖິງລະບົບຄອມພິວເຕີຂອງ "ອົງການຈັດຕັ້ງລັດແລະເອກະຊົນຫລາຍແຫ່ງຢູ່ທົ່ວໂລກ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG