ທີ່ປຶກສາຄວາມປອດໄພແຫ່ງຊາດ, ທ່ານເຈກ ຊູລລິວັນ (Jake Sullivan) ໄດ້ພົບປະກັບ
ບັນດາຜູ້ຕາງໜ້າຂອງ ລັດຖະບານ ທ້ອນໂຮມແຫ່ງຊາດມຽນມາ (NUG) ທີ່ໄດ້ຕັ້ງຂຶ້ນໂດຍ
ຝ່າຍຄ້ານການປົກຄອງ ຂອງທະຫານທີ່ທຳນຽບຂາວ ໄດ້ກ່າວໃນຕອນແລງວັນຈັນວານນີ້, ”
ອີງຕາມອົງການຂ່າວຣອຍເຕີ.
ຢູ່ໃນກອງປະຊຸມຜ່ານທາງຄອມພິວເຕີ ທ່ານຊູລລິວັນ ໄດ້ກ່າວຢໍ້າເຖິງການສືບຕໍ່ຂອງສະ
ຫະລັດໃນການສະໜັບສະໜູນຂະບວນການເຄື່ອນໄຫວ ເພື່ອປະຊາທິປະໄຕຢູ່ໃນມຽນ
ມາ ແລະໄດ້ສືບຕໍ່ສົນທະນາກ່ຽວກັບຄວາມພະຍາຍາມໃນການຟື້ນຟູຊ່ອງທາງຂອງປະ
ເທດໄປສູ່ປະຊາທິປະໄຕກັບບັນດາຜູ້ຕາງໜ້າ NUG, ທ່ານດູວາ ລາຊີ (Duwa Lashi)
ແລະທ່ານລາ ຊິນ ມາ ອອງ (La Zin Mar Aung) , ອີງຕາມທຳນຽບຂາວທີ່ໄດ້ກ່າວຢູ່
ໃນຖະແຫຼງການສະບັບນຶ່ງ.
ທ່ານຊູລລີວັນ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບຄວາມຮຸນແຮງຂອງ ທະຫານ ແລະ
ກ່າວວ່າ “ສະຫະລັດຈະສືບຕໍ່ໃຫ້ການສົ່ງເສີມຄວາມຮັບ ຜິດຊອບຕໍ່ການເຮັດລັດຖະປະ
ຫານ” ອີງຕາມທຳນຽບຂາວ.
ພວກປະທ້ວງ ແລະຄວາມບໍ່ສະຫງົບໄດ້ເຮັດໃຫ້ມຽນມາອ່ອນກຳລັງລົງ ນັບແຕ່ ວັນທີ 1
ກຸມພາ ທີ່ທະຫານຖືກກ່າວຫາວ່າທຳການຂ້າລ້າງເຜົ່າພັນ ແລະໃຊ້ກຳລັງຮຸນແຮງຕໍ່ພົນ
ລະເຮືອນ. ລັດຖະບານທະຫານຖີ້ມໂທດ ໃນການພາໃຫ້ມີຄວາມບໍ່ສະງົບໃສ່ “ພວກກໍ່
ການຮ້າຍ” ທີ່ເປັນພັນທະມິດກັບ ລັດຖະບານທີ່ເປັນເງົາ.
ການຮັບຮູ້ລັດຖະບານທະຫານມຽນມາວ່າເປັນລັດຖະບານຂອງປະເທດ ຈະບໍ່ຢຸດເຊົາ
ການເພີ້ມທະວີການໃຊ້ຄວາມຮຸນແຮງ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ທີ່ກຳລັງຈະພົ້ນຈາກ
ຕຳແໜ່ງເປັນທູດພິເສດຂອງສະຫະປະຊາ ຊາດ ປະຈຳມຽນມາ ທີ່ໄດ້ກ່າວໃນຕອນເຊົ້າ
ວັນຈັນວານນີ້