ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ປຶກສາດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ: ການດັດແປງບັນຫາສັງຄົມ ຈະຖືກລຶບອອກຈາກ​ງົບ​ປະ​ມານການໃຊ້ຈ່າຍ​ດ້ານປ້ອງກັນປະເທດ


ຮູບພາບທຳນຽບຫ້າແຈ ທີ່ເຫັນຈາກ ເຮືອບິນປະຈຳຕຳແໝ່ງປະທານາທິບໍດີ Air Force One ວັນທີ 2 ມີນາ 2022
ຮູບພາບທຳນຽບຫ້າແຈ ທີ່ເຫັນຈາກ ເຮືອບິນປະຈຳຕຳແໝ່ງປະທານາທິບໍດີ Air Force One ວັນທີ 2 ມີນາ 2022

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານເຈກ ຊູລລິວັນ ໄດ້ທຳ ນາຍໃນວັນອາທິດວານນີ້ວ່າ ພັກເດໂມແຄຣັດທີ່ຄວບຄຸມສະພາສູງ ຈະຕັດນະ ໂຍບາຍສັງຄົມ​ທີ່​ເປັນ​ບັນ​ຫາ​ໂຕ້ຖຽງ​ນັ້ນ ອອກຈາກງົບປະມານການໃຊ້ຈ່າຍປະ​ຈຳປີ​ໃນ​ດ້ານປ້ອງກັນປະເທດ ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ສະ​ພາ​ຕ່ຳ ທີ່​ຄອບ​ງຳໂດຍພັກຣີພັບບລິກັນ.

ສະພາຕໍ່າໃນອາທິດແລ້ວນີ້ໄດ້ອະນຸມັດຢ່າງ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຫວຸດ​ຫວິດ 888 ພັນລ້ານໂດລາ ສຳລັບ​ດ້ານປ້ອງກັນປະເທດປະ​ຈຳປີ ທີ່ຈະເລີ້ມໃນເດືອນຕຸລາ ແຕ່ໄດ້ຍອມ​ຮັບ​ການ​ຮຽກ​ຮ້ອງຈາກບັນດາສະມາຊິກສະພານິຍົມແນວທາງເດີມ​ຫົວ​ແຂງ​ກະ​ດ້າງ ເພື່ອເພີ້ມ​ຂໍ້ກຳນົດ ໃນ​ການຈຳກັດການເຂົ້າຫາການ​ເຮັດແທ້ງລູກ ໃນການບໍລິການແກ່ສະມາຊິກ​ທະ​ຫານຈຳນວນນຶ່ງ ໃນຂະນະທີ່ຕັດ​ການຮັກສາສຳ​ລັບ​ພວກປ່ຽນເພດ ແລະເຝິກອົບຮົມກຸ່ມເຊື້ອຊາດຕ່າງໆ.

ຕາມປົກກະຕິແລ້ວ ມີຄວາມກວ້າງຂວາງ ທາງດ້ານການເມືອງໃຫ້ການສະໜັບສະໜູນທັງສອງຝ່າຍໃນວໍຊິງຕັນ ສຳລັບມາດຕະການງົບປະມານປ້ອງກັນປະ ເທດປະຈຳປີ ແຕ່ວ່ານະໂຍບາຍສັງຄົມທີ່​ມີດັດແປງ​ໄດ້​ພ​າ​ໃຫ້​ເກີດຄວາມສົງໄສ
ກ່ຽວ​ກັບຂໍ້ຕົກລົງຢ່າງໄວ ກ່ອນສົ່ງຮ່າງກົດໝາຍໄປຫາ ປະທານາທິບໍດີໂຈ ໄບເດັນ ເພື່ອເຊັນຮັບ.

ສະພາສູງກຳລັງພິຈາລະນາ ຮ່າງກົດໝາຍໃໝ່​ໃນອາທິດນີ້ ແລະຫລັງຈາກນັ້ນ ບັນດາສະມາຊິກສະພາຈະບັນລຸຊ່ອງ​ທາງ​ໃນການປະນີປະນອມລະຫວ່າງ ບັນ ດາສິ້ນສ່ວນຂອງຮ່າງກົດໝາຍຕ່່າງໆທີ່ແຂ່ງຂັນກັນນັ້ນ.

ທ່ານຊູລລິວັນ ກ່າວຕໍ່ລາຍການ “State of the Union” ຂອງໂທລະພາບ CNN ວ່າ ​ຮ່າງ​ກົດ​ໝາຍ​ທີ່ສະພາຕໍ່າໄດ້​ຮັບ​ຜ່ານນີ້ “ຈະບໍ່​ສົ່ງໄປເຖິງໂຕະຂອງປະທານາທິບໍດີ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG