ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທີ່​ປຶກ​ສາ​ ດ້ານ​ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ ສ​ຫລ ວ່າການ​ແຊກ​ແຊງ ເລືອກ​ຕັ້ງຂອງ ​ຣັດ​ເຊຍ ເປັນ '​ເລື້ອງທີ່ບໍ່​ໜ້າ​ສົນ​ໃຈ'


ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ກ່າວ​ໃນ​ລະ​​ຫ​ວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່ນອກກອງ​ປະ​ຊຸມສຸດຍອດ ອາ​ຊຽນ ຄັ້ງ​ທີ 35 ໃນ​ຈັງ​ວັດ ນົນ​ທະ​ບູ​ຣີ ປະ​ເທດ​ໄທ, ວັນ​ຈັນ ທີ 4 ພະ​ຈິກ 2019.
ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ກ່າວ​ໃນ​ລະ​​ຫ​ວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່ນອກກອງ​ປະ​ຊຸມສຸດຍອດ ອາ​ຊຽນ ຄັ້ງ​ທີ 35 ໃນ​ຈັງ​ວັດ ນົນ​ທະ​ບູ​ຣີ ປະ​ເທດ​ໄທ, ວັນ​ຈັນ ທີ 4 ພະ​ຈິກ 2019.

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານບໍ່​ໄດ້​ເຫັນ “ຫຼັກ​ຖານ​ໃດໆ” ທີ່​ວ່າ ຣັດ​ເຊຍ ເຮັດ​ແນວ​ໃດ​ແນວ​ນຶ່ງ ເພື່ອ​ຊ່ອຍ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ໄດ້​ຖືກ​ເລືອກ​ອີກ​ຄັ້ງ​ນຶ່ງ ແຕ່​ໄດ້​ຍອມ​ຮັບວ່າ ທ່ານບໍ່​ໄດ້​ສະ​ແຫວງ​ຫາ​ບົດ​ລາຍ​ງານ​ດ້ານ​ການ​ສືບ​ລັບ ທີ່​ໄດ້​ກ່າວວ່າ ມົ​ສ​ກູ ກຳ​ລັງ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ຢູ່.

ບົດ​ລາຍ​ງານ​ດັ່ງ​ກ່າວ ໄດ້​ຖືກ​ເຜີຍ​ແບ​ອອກ​ມາ​ໃນ​ສັບ​ປະ​ດາ​ແລ້ວນີ້ ຊຶ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ວ່າ ຣັດ​ເຊຍ ໄດ້ດຳ​ເນີນ​ການ​ເພື່ອ​ຊ່ອຍ​ທ່ານ​ທ​ຣຳ ໃຫ້​ຊະ​ນະ​ສະ​ໄໝ​ທີ​ສອງ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ ຫຼັງ​ຈາກ​ທີ່ ໃນ​ເມື່ອ​ກ່ອນ ໄດ້​ແຊກ​ແຊງ​ເພື່ອ​ຊ່ອຍທ່ານ​ທ​ຣຳ ໃນການ​ເລືອກ​ຕັ້ງ​ປີ 2016.

ແຕ່​ ທ່ານ​ໂອບ​ຣາຍ​ແອນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ ABC News ໃນ​ລາຍ​ການ “This Week” ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ເລີຍ. ມັນ​ບໍ່ສົມ​ເຫດ​ສົມ​ຜົນ. ເປັນ​ຫຍັງ​ພວກ​ເຂົາຢາກ​ຈະ​ໃຫ້​ທ່ານ​ຖືກ​ເລືອກ​ອີກ?” ທ່ານ​ໂອບ​ຣາຍ​ແອນ ໄດ້ໂຕ້​ແຍ້ງວ່າ ທ່ານ​ທ​ຣຳ ໄດ້​ເສີມຂະ​ຫຍາຍ​ຄວາມ​ເຂັ້ມ​ແຂງ​ອົງ​ການເນ​ໂຕ້ ເພື່ອ​ຕໍ່​ຕ້ານແສນ​ຍາ​ນຸ​ພາບ​ຂອງກອງ​ທັບ​ຣັດ​ເຊຍ ໂດຍ​ຊຸກ​ຍູ້​ໃຫ້​ປະ​ເທດໃນ​ຢູ​ໂຣບທັງຫຼາຍ​ເພີ້ມ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ໂອບ​ຣາຍ​ແອນ ໄດ້​ເອີ້ນ​ຂໍ້​ມູນ​ຂອງ​ບົດ​ລາຍ​ງານ ທີ່​ໄດ້​ສົ່ງ​ຕໍ່​ໄປ​ໃຫ້​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ນັ້ນ ​ວ່າ “ເປັນເລື້ອງບໍ່​ໜ້າ​ສົນ​ໃຈ.”

ທ່ານໂອບ​ຣາຍ​ແອນ ໄດ້ກ່າວ​ອີກວ່າ “ຂ້າ​ພະ​ເຈົ້າ ໄດ້​ເຫັນສູນ​ການ​ສືບ​ລັບ ທີ່​ວ່າ ຣັດ​ເຊຍ​ພວມ​ພະ​ຍາ​ຍາມ​ທີ່​ຈະ​ຊ່ອຍ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເພື່ອ​ໃຫ້​ຖືກ​ເລືອກ​ຄືນ​ອີກ.”

ທ່ານ​ກ່າວອີກວ່າ “ຂ້າ​ພະ​ເຈົ້າ ບໍ່​ໄດ້​ເຫັນ​ການ​ສືບ​ລັບ ແລະ​ຂ້າ​ພະ​ເຈົ້າ ບໍ່​ໄດ້​ເຫັນ​ການ​ວິ​ເຄາະ​ນັ້ນ.”

“ຂ້າ​ພະ​ເຈົ້າ​ຢາກ​ໄດ້​ການ​ວິ​ເຄາະ​ອັນ​ໃດ​ກໍ​ຕາມ ທີ່​ພວກ​ເຂົາ​ເຈົ້າ​ມີ ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ແນ່​ໃຈ​ວ່າ ການ​ວິ​ເຄາະ​ນັ້ນ ແມ່ນໜັກ​ແໜ້ນ​” ທ່ານ​ໂອ​ບຣາຍ​ແອນ ໄດ້​ກ່າວ​ໄປ. ແລະ​ກ່າວ​ຕໍ່​ໄປ​ວ່າ “ຈາກ​ອັນ​ທີ່​ຂ້າ​ພະ​ເຈົາ​ໄດ້​ຍິນ--ອີກ​ເທື່ອ​ນຶ່ງ--ອັນ​ນີ​ພຽງ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ຢູ່​ໃນ​ຂ່າວ ມັນ​ບໍ່​ສົມ​ເຫດສົມ​ຜົນ​ເລີຍ.”

ທ່ານ​ໂອບ​ຣາຍ​ແອນ ໄດ້​ສະ​ຫລຸບ​ວ່າ “ຖ້າ​ຫາກ​ຜູ້​ໃດ​ຜູ້​ນຶ່ງຈ​າກ​ປະ​ຊາ​ຄົມ​ສືບ​ລັບ ທີ່​ມີ​ສິ່ງ​ໃດ​ສິ່ງ​ນຶ່ງ ​ທີ່​ແຕກ​ຕ່າງ ຂ້າ​ພະ​ເຈົ້າ ກໍ​ຍິນ​ດີ ທີ່​ຈະ​ນຳ​ເອົາມັນ​ມາ​ເບິ່ງ. ຂ້າ​ພະ​ເຈົ້າ​ພຽງ​ແຕ່ບໍ່​ໄດ້​ເຫັນ​ມັນ​ເທື່ອ.”

ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ​ສະ​ມາ​ຊິກ​ສະ​ພາ​ສູງຈາກ​ລັດ​ເວີມ​ອນ​ຕ໌ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ເປັນ​ຜູ້​ນຳ​ໜ້າ​ບັນ​ດາ​ຄູ່​ແຂ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ຈະ​ປະ​ເຊີນ​ກັບ ທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ໃນ​ເດືອນ​ພະ​ຈິກ​ນີ້ ກໍ​ໄດ້​ຮັບ​ການ​ແຈ້ງ​ໃຫ້​ຊາບ ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫະ​ລັດ ທີ່​ວ່າ ຣັດ​ເຊຍ ​ຍັງ​ແຊ​ກ​ແຊງ​ເພື່ອ​ພະ​ຍາ​ຍາມມ​ຊ່ອຍ​ໃຫ້ທ່ານ​ ຊະນະ ການ​ຖືກ​ສະ​ເໜີ​ຊື່​ຕາງ​ໜ້າ​ພັກ​ເດ​ໂມ​ແຄ​ຣັດໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ເປັນ​ໄປ​ໄດ້​ວ່າ ຍ້ອນ​ທິດ​ສະ​ດີ​ການ​ປະ​ກາດ​ຕົນ​ເອງວ່າ ເປັນ​ນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ທີ່​ວ່າ ທ່ານ​ແຊນ​ເດີ​ຣ​ສ໌ ຈະ​ເປັນ​ຄູ່​ແຂ່ງຂອງ​ທ່ານ​ທ​ຣຳ ທີ່​ອ່ອນ​ແອທີ່​ສຸດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG