ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ທ່ານ​ໄບ​ເດັນ ໂອ້​ລົມ ແບບ “ກົງໄປກົງມາ ມີເນື້ອຫາສາລະແລະສ້າງສັນ” ກັບ ລມ​ຕ ຕ່າງ​ປະ​ເທດ​ຈີນ


ແຟ້ມ - ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອ​ງ​ທຳ​ນຽບ​ຂາວ ທ່ານ​ເຈກ ຊູ​ລ​ລີ​ວານ ຊີ້​ແຈງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2023 ທີ່​ວໍ​ຊິງ​ຕັນ.
ແຟ້ມ - ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອ​ງ​ທຳ​ນຽບ​ຂາວ ທ່ານ​ເຈກ ຊູ​ລ​ລີ​ວານ ຊີ້​ແຈງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2023 ທີ່​ວໍ​ຊິງ​ຕັນ.

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ ທີ່ປະ​ເທດ​ເກາະມາ​ລ​ຕາ ໃນວັນທ້າຍ​ສັບ​ປະ​ດາ​ຜ່ານ​ມາ ປັກ​ກິ່ງ ແລະ​ວໍ​ຊິງ​ຕັນ​ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ໃນ​ຂະ​ນະ​ທີ່​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ທັງ​ສອງ​ພວມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ ​ໃຫ້​ແກ່​ຄວາມ​ສຳ​ພັນ ​ທີ່​ມີ​ບັນ​ຫາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທັງ​ສອງ​ຝ່າຍ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຫາ​ລື​ ແບບ​ “ກົງ​ໄປ​ກົງມາ ມີ​ເນື້ອ​ຫາ​ສາ​ລະ​ແລະ​ສ້າງ​ສັນ” ຫຼາຍ​ເທື່ອ ໃນ​ລະ​ຫວ່າງວັນ​ທີ 16 ຫາ 17 ກັນ​ຍາ ອີງ​ຕາມ​ຖະ​ແຫຼງ​ຂ່າວ​ ທີ່​ແຍກ​ກັນຈາກ​ທຳ​ນຽບ​ຂາວ​ ແລະ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອາ​ທິດ​ວານນີ້.

ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ຊູ​ລ​ລີ​ວານແລະ​ທ່ານ​ຫວັງ ແມ່ນ​ການ​ປຶກ​ສາ​ຫາ​ລື​ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັ​ບ​ສູງ ສະ​ຫະ​ລັດ​ແລະ​ຈີນເທື່ອ​ຫຼ້າ ທີ່​ມີ​ມາ​ເປັນ​ລຳ​ດັບ ທີ່​ອາດ​ວາງ​ພື້ນ​ຖານ​ສຳ​ລັບ​ການ​ພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານ​ໂຈ ໄບ​ເດັນ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ອາດ​ມີ​ຂຶ້ນ​ໃນ​ທ້າຍ​ປີນີ້.

ທ່ານ​ຊູ​ລ​ລີ​ວານ​ໄດ້​ພົບ​ປະ​ເທື່ອ​ຫຼ້າ​ສຸດ​ກັບ​ທ່ານ​ຫວັງແມ່ນ​ຢູ່​ນະ​ຄອນ​ວຽນ​ນາ ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ທີ່​ຈະ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ໃນ​ລະ​ດັບ​ສູງ ແລະ​ຈັດ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ກ່ຽວ​ກັບ​ກິດ​ຈະ​ການ​ເອ​ເຊຍ-ປາ​ຊີ​ຟິກ ກິດ​ຈະ​ການ​ທາງ​ທະ​ເລ ແລະ​ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG