ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຕັດສິນນັກສຶກສາ ອາເມຣິກັນ ເຊື້ອສາຍ ຈີນ ໃສ່ຄຸກ 10 ປີ ຖານ 'ສືບລັບ'


ທ່ານ Gholamhossein Mohseni Ejeie, ຮອງຫົວໜ້າ ຝ່າຍຍຸຕິທຳ ຂອງອີຣ່ານ, ວັນທີ 14 ມີນາ 2017.
ທ່ານ Gholamhossein Mohseni Ejeie, ຮອງຫົວໜ້າ ຝ່າຍຍຸຕິທຳ ຂອງອີຣ່ານ, ວັນທີ 14 ມີນາ 2017.

ສານແຫ່ງນຶ່ງຂອງອີຣ່ານ ໄດ້ຕັດສິນລົງໂທດ ນັກສຶກສາຊາວອາເມຣິກັນ ເຊື້ອສາຍ
ຈີນຄົນນຶ່ງ ໃຫ້ຈຳຄຸກ 10 ປີ ໃນຂໍ້ຫາວ່າ “ແຊກຊຶມ” ຊຶ່ງ ໂຄສົກຝ່າຍຕຸລາການຂອງ
ອີຣ່ານ ໄດ້ກ່າວໃນວັນອາທິດວານນີ້.

ຄຳປະກາດດັ່ງກ່າວ ໄດ້ກະຕຸ້ນໃຫ້ມີການປະທ້ວງຂຶ້ນ ໃນທັນທີທັນໃດ ຈາກກະຊວງ
ການຕ່າງປະເທດ ສະຫະລັດ.

ທ່ານ Xiyue Wang ອາຍຸ 37 ປີ ຖືສອງສັນຊາດ ຂອງຈີນ ແລະ ສະຫະລັດ ໄດ້ຖືກ
ຈັບກຸມ ເກືອບນຶ່ງປີກ່ອນ ອີງຕາມ ສື່ອອນລາຍ Mizan ຊຶ່ງເປັນອົງການຂ່າວ ດຳເນີນ
ການໂດຍທາງການຕຸລາການ ຂອງອີຣ່ານ.

“ລະບອບການປົກຄອງຂອງອີຣານ ສືບຕໍ່ກັກໂຕພົນລະເມືອງສະຫະລັດ ແລະ
ຊາວຕ່າງຊາດຄົນອື່ນໆ ໃນຂໍ້ຫາທີ່ເສກສັນປັ້ນແຕ່ງຂຶ້ນມາ ທີ່ກ່ຽວພັນກັບການ
ປ່ຽນແປງຕ່າງໆ ດ້ານຄວາມໝັ້ນຄົງແຫ່ງຊາດ. ພວກເຮົາຮຽກຮ້ອງໃຫ້ປ່ອຍໂຕ
ພົນລະເມືອງຊາວອາເມຣິກັນທັງໝົດ ທີ່ຖືກກັກໂຕໄວ້ ຢ່າງບໍ່ເປັນທຳຢູ່ໃນອີຣ່ານ
ເພື່ອພວກເຂົາທັງຫຼາຍ ຈະໄດ້ກັບຄືນໄປຫາຄອບຄົວຂອງພວກເຂົາເຈົ້າ.”
ນັ້ນ
ແມ່ນຂໍ້ຄວາມໃນຖະແຫຼງການສະບັບນຶ່ງ ຂອງກະຊວງການຕ່າງປະເທດ ຕໍ່ອົງການ
ຂ່າວຕ່າງໆ.

ຮອງຫົວໜ້າກົມຍຸຕິທຳຂອງອີຣ່ານ ທ່ານ Gholamhossein Mohseni Ejeie ໄດ້
ໃຫ້ລາຍລະອຽດໜ້ອຍດຽວ ກ່ຽວກັບຄະດີພົວພັນກັບ ທ່ານ Xiyue Wang ໃນເວລາ
ທ່ານໄດ້ປະກາດມາດຕະການຂອງສານ ໃນວັນອາທິດວານນີ້ ທີ່ວ່າ: “ບຸກຄົນນີ້ ໄດ້
ຖືກລະບຸໂຕ ແລະ ໄດ້ຖືກຈັບກຸມ ໂດຍກຳລັງສືບລັບ. ສານໄດ້ຕັດສິນລົງໂທດ
ບຸກຄົນນີ້ ໃຫ້ຈຳຄຸກ 10 ປີ.”
ຄຳຕັດສິນລົງໂທດນີ້ ສາມາດອຸທອນໄດ້.

ບັນດາເຈົ້າໜ້າທີ່ ມະຫາວິທະຍາໄລ Princeton ໄດ້ລະບຸໂຕ ທ່ານ Xiyue Wang
ວ່າເປັນນັກຄົ້ນຄວ້າ ແລະ ເປັນນັກສຶກສາປີທີສີ່ ຊຶ່ງກຳລັງຮ່ຳຮຽນເອົາປະລິນຍາເອກ
ໃນສາຂາປະຫວັດສາດຢູໂຣບເອເຊຍ ສະໄໝທ້າຍສັດຕະວັດທີ 19 ແລະ ຕົ້ນສັດຕະ
ວັດທີ 20.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG