ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈະມີທະຫານເຖິງ 15,000 ຄົນ ຮັກສາຄວາມປອດໄພ ໃນພິທີສາບານຕົວເຂົ້າຮັບຕໍາແຕ່ງ ປະທານທິບໍດີ ຂອງ ທ່ານ ໄບເດັນ


ທະຫານກໍາລັງຮັກສາດິນແດນແຫ່ງຊາດມາເຖິງຫໍລັດຖະສະພາໄດ້ຫລາຍມື້ແລ້ວນັບແຕ່ມີການບຸກລຸກຂອງພວກສະໜັບສະໜຸນທ່ານທຣໍາ ເຂົ້າໄປໃນຫໍລັດຖະສະພາໃນວັນພຸດ ທີ 6 ມັງກອນ 2021
ທະຫານກໍາລັງຮັກສາດິນແດນແຫ່ງຊາດມາເຖິງຫໍລັດຖະສະພາໄດ້ຫລາຍມື້ແລ້ວນັບແຕ່ມີການບຸກລຸກຂອງພວກສະໜັບສະໜຸນທ່ານທຣໍາ ເຂົ້າໄປໃນຫໍລັດຖະສະພາໃນວັນພຸດ ທີ 6 ມັງກອນ 2021

ມີທະຫານກໍາລັງຮັກສາດິນແດນແຫ່ງຊາດຫລາຍເຖິງ 15,000 ຄົນ ຈະຊ່ວຍໃນການດໍາເນີນຄວາມພະຍາຍາມຮັກສາຄວາມປອດໄພສຳລັບພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ທີ່ຖືກເລືອກໃໝ່, ທ່ານ ໂຈ ໄບເດັນ ໃນເດືອນນີ້, ອີງຕາມການປະກາດ ຂອງຫົວໜ້າກອງກໍາລັງຮັກສາດິນແດນແຫ່ງຊາດໄດ້ໃນວັນຈັນວານນີ້ ຫລັງຈາກໄດ້ມີການຮຽກຮ້ອງຫລາຍໆຄັ້ງວ່າໃຫ້ມີການຮັກສາຄວາມປອດໄພເພີ່ມຂຶ້ນ.

“ມາຮອດປັດຈຸບັນນີ້, ທະຫານຂອງພວກເຮົາໄດ້ຖືກຂໍຮ້ອງໃຫ້ສະໜັບສະໜຸນການປະຕິບັດງານດ້ານການຮັກສາຄວາມປອດໄພ, ດ້ານພະລາທິການ, ການຕິດຕໍ່ປະສານງານ ແລະການສື່ສານ,” ນັ້ນຄືຄໍາເວົ້າຂອງນາຍພົນດານຽລ ໂຮແຄນສັນ (Daniel Hokanson), ຫ້ອງການ ຜູ້ບັນຊາການກໍາລັງຮັກສາດິນ ແດນແຫ່ງຊາດກ່າວຢູ່ໃນຖະແຫຼງການສະບັບນຶ່ງ.

ກໍາລັງຮັກສາດິນແດນແຫ່ງຊາດມີປະຫວັດອັນຍາວນານໃນການຊ່ວຍເຫຼືອຮັບ ປະກັນຄວາມປອດໄພໃຫ້ພິທີສາບານຂອງປະທານາທິບໍດີສະຫະລັດ, ແຕ່ກົງ ກັນຂ້າມ, ມີທະຫານຂອງກໍາລັງຮັກສາດິນແດນແຫ່ງຊາດ ພຽງແຕ່ປະມານ 8,000 ຄົນເທົ່ານັ້ນທີ່ໄປຮັກສາຄວາມປອດໄພຢູ່ທີ່ນັ້ນຢູ່ໃນລະຫວ່າງການເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ດໍໂນລ ທຣໍາໃນປີ 2016.

ການປະກາດດັ່ງກ່າວມີຂຶ້ນທ້າມກາງການມີຄຳເຕືອນວ່າອາດຈະມີການກໍ່ຄວາມຮຸນແຮງຂຶ້ນໃນຫລາຍມື້ຈົນຮອດມື້ເປີດພິທີສາບານຕົວ, ຫລັງຈາກມີການບຸກລຸກທີ່ໃຊ້ຄວາມຮຸນແຮງເຂົ້າໄປໃນຫໍລັດຖະສະພາ ສະຫະລັດໂດຍພວກສະໜັບສະໜຸນທ່ານທຣໍາໃນອາທິດແລ້ວນີ້.

ອົງການສັນຕິບານກາງ ຫລື FBI ໄດ້ສົ່ງບົດບັນທຶກໄປຍັງກົມຕຳຫຼວດໃນທົ່ວປະເທດໃນວັນຈັນວານນີ້, ໂດຍເຕືອນວ່າ ມີການວາງແຜນການປະທ້ວງທີ່ມີການປະກອບອາວຸດຢູ່ໃນນະຄອນຫຼວງວໍຊິງຕັນ, ຕະຫລອດຫໍລັດຖະສະພາຂອງທັງໝົດ 50 ລັດ.

ຫ້ອງບໍລິການສວນສາທາລະນະແຫ່ງຊາດ ຫລື NPS ຂອງສະຫະລັດໄດ້ປະ ກາດໃນວັນຈັນນີ້ວ່າ ຕົນຈະປິດອະນຸສາວະລີວໍຊິງຕັນ ນັບຕັ້ງແຕ່ວັນທີ 11 ມັງກອນໄປຈົນເຖິງພາຍຫຼັງການເຮັດພິທີສາບານຕົວແລ້ວ, ໂດຍອ້າງເຖິງໄພຂົ່ມຂູ່ວ່າຈະເກີດຄວາມຮຸນແຮງ.

“ກຸ່ມທີ່ມີສ່ວນພົວພັນໃນເຫດການວັນທີ 6 ມັງກອນ, 2021, ພວກກໍ່ຈາລະຈົນ ຢູ່ຫໍລັດຖະສະພາ ສະຫະລັດສືບຕໍ່ໃນການຂົ່ມຂູ່ວ່າ ຈະລົບກວນຄວາມສະຫງົບຂອງພິທີສາບານຕົວ ຂອງປະທານາທິບໍດີ ຜູ້ທີ 59 ໃນວັນທີ 20 ມັງກອນ, 2021,” ນັ້ນຄືຄໍາເວົ້າຂອງ NPS ທີ່ຂຽນໃນຖະແຫຼງການສະບັບນຶ່ງໃນເວັບໄຊທ໌ຂອງຕົນ, ໂດຍອ້າງເຖິງກຸ່ມຜູ້ສະໜັບສະໜຸນທ່ານທຣໍາທີ່ໃຊ້ຄວາມຮຸນແຮງທັບມ້າງການຮັກສາຄວາມປອດໄພ ເພື່ອເຂົ້າໄປໃນຫໍລັດຖະສະພາໃນວັນພຸດທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG