ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົມເກັບມ້ຽນເອກະສານແຫ່ງຊາດ ວ່າ ທ່ານທຣຳ ເອົາເອກະສານລັບ 700 ໜ້າ ໄປລັດຟລໍຣິດາ


ແຟ້ມພາບ - ໃນເວລານັ້ນ-ປະທານາທິບໍດີ ດໍໂນລ ທຣຳ ຖືເອກະສານຂຶ້ນ ໃນຫ້ອງປະຊຸມຖະແຫລງຂ່າວ James Brady ຂອງທຳນຽບຂາວ ໃນວັນທີ 20 ພຶດສະພາ 2020, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມພາບ - ໃນເວລານັ້ນ-ປະທານາທິບໍດີ ດໍໂນລ ທຣຳ ຖືເອກະສານຂຶ້ນ ໃນຫ້ອງປະຊຸມຖະແຫລງຂ່າວ James Brady ຂອງທຳນຽບຂາວ ໃນວັນທີ 20 ພຶດສະພາ 2020, ໃນນະຄອນຫຼວງວໍຊິງຕັນ.

ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ອອກໄປຈາກວໍໍຊິງຕັນ ໂດຍນຳເອົາເອກະສານລັບ ຫຼາຍກວ່າ 700 ໜ້າໄປນຳ ທີ່ລວມມີເອກະສານຈຳນວນນຶ່ງທີ່ເປັນຄວາມລັບສູງສຸດຂອງລັດຖະບານ ເມື່ອການດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ ໄດ້ສິ້ນສຸດລົງເມື່ອປີກາຍນີ້ ອີງຕາມການເປີດເຜີຍຂອງກົມເກັບມ້ຽນເອກະສານແຫ່ງຊາດ ໃນວັນອັງຄານວານນີ້.

ການເປີດເຜີຍດັ່ງກ່າວນັ້ນ ໄດ້ມີຂຶ້ນໃນຈົດໝາຍສະບັບນຶ່ງ ລົງວັນທີ 10 ພຶດ ສະພາ ຈາກຜູ້ຮັກສາການນັກເກັບກຳເອກະສານຂອງສະຫະລັດ ທ່ານນາງ ເດບຣາ ສຕີແດລ ວອລ (Debra Steidel Wall) ໄປຫາທ່ານ ແອວິນ ຄອກໂກແຣນ (Evin Corcoran) ຜູ້ທີ່ເປັນທະນາຍຄວາມຄົນນຶ່ງຂອງທ່ານທຣຳ ໃນຂະນະທີ່ທ່ານນາງ ໄດ້ປະຕິເສດຕໍ່ຂໍ້ກ່າວອ້າງຈາກບັນດາຜູ້ຕາງໜ້າຂອງທ່ານທຣຳ ທີ່ວ່າ ອະດີດປະທານາທິບໍດີ ຄວນອະນຸຍາດໃຫ້ເກັບເອກະສານບາງສວນໄວ້ ໂດຍກ່າວອ້າງເຖິງສິດທິພິເສດຝ່າຍບໍລິຫານຈາກເວລາທີ່ທ່ານ ຢູ່ໃນທຳນຽບຂາວ.

ທ່ານນາງວອລ ໄດ້ອະທິບາຍເຖິງໄພທີ່ກຳລັງເພີ້ມຂຶ້ນໃນພະແນກຄວາມໝັ້ນຄົງແຫ່ງຊາດຂອງອົງການຍຸຕິທຳ ກ່ຽວກັບ “ຄວາມເສຍຫາຍທີ່ອາດເປັນໄປໄດ້ອັນເປັນຜົນມາຈາກລັກສະນະທີ່ປາກົດໃຫ້ເຫັນ ຊຶ່ງເອກະສານທັງຫຼາຍເຫຼົ່ານີ້ ໄດ້ຖືກເກັບມ້ຽນໄວ້ ແລະການຂົນສົ່ງ” ໄປຍັງຄະລືຫາດ Mar-a-Lago ຂອງທ່ານທຣຳ ແທນທີ່ວ່າ ຈະຖືກນຳສົ່ງຄືນໄປໃຫ້ ກົມເກັບມ້ຽນເອກະສານແຫ່ງຊາດ ເມື່ອການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານໄດ້ສິ້ນສຸດລົງ ຕາມຂໍ້ບັງຄັບຂອງກົດໝາຍສະຫະລັດ.

ຈົດໝາຍຂອງທ່ານນາງວອລ ໄດ້ກ່າວວ່າ ມີ “ເອກະສານ 100 ສະບັບທີ່ໝາຍດ້ວຍໂຕໜັງສື ທີ່ວ່າເປັນຄວາມລັບ” ໃນ 15 ຫີບຂອງເຄື່ອງຂອງຕ່າງໆທີ່ລັດຖະບານເອົາຄືນມາໄດ້ຈາກ Mar-a-Lago ໃນເດືອນມັງກອນຜ່ານມາ ຊຶ່ງເປັນຄັ້ງທຳອິດ ໃນສາມຄັ້ງພາຍໃນປີນີ້ ທີ່ ອົງການສັນຕິບານກາງ FBI ແລະເຈົ້າໜ້າທີ່ເກັບມ້ຽນເອກະສານຂອງສະຫະລັດ ໄດ້ເກັບກຳເອົາຫີບຂອງເອກະສານທີ່ເປັນຄວາມລັບມາໄດ້ຈາກບ້ານພັກໃນຍາມລະດູໜາວຂອງທ່ານທຣຳ ແລະເປັນສະໂມສອນສ່ວນຕົວຂອງທ່ານ ຢູ່ທີ່ແຄມຝັ່ງມະຫາສະໝຸດແອັດແລນຕິກ.

ທ່ານທຣຳ ແລະບັນດາຜູ້ຊ່ວຍຂອງທ່ານ ໄດ້ມອບເອກະສານທັງຫຼາຍດັ່ງກ່າວ ໃນເດືອນມິຖຸນາ ແລະຕໍ່ຈາກນັ້ນ ເຈົ້າໜ້າທີ່ FBI ໂດຍການປະຕິບັດຕາມໝາຍຄົ້ນທີ່ຖືກອະນຸມັດໂດຍສານ ກໍໄດ້ນຳເອົາຫີບເອກະສານ ສິບກວ່າຫີບອອກມາ ທີ່ລວມມີ 11 ຫີບຂອງແຟ້ມເອກະສານລັບ ໃນວັນທີ 8 ສິງຫາ ຂະນະທີ່ພວກເຂົາເຈົ້າ ໄດ້ຄົ້ນຫ້ອງການຂອງທ່ານທຣຳ ບໍລິເວນຫ້ອງເກັບເຄື່ອງໃຕ້ດິນ ແລະຫ້ອງອື່ນໆຢູ່ໃນຄະລືຫາດ.

ເອກະສານບາງສ່ວນ ທີ່ໄດ້ນຳອອກມານັ້ນ ໄດ້ຖືກລະບຸເປັນເອກະສານລັບ ຄື “TS/SCI” ຊຶ່ງໝາຍຄວາມວ່າ “ຄວາມລັບສູງສຸດ/ຂໍ້ມູນລະອຽດອ່ອນທີ່ຕ້ອງໄດ້ຖືກເກັບໄວ້ຢູ່ໃນຫ້ອງລັບ” ຫຼື ໄດ້ຖືກຈ້ຳກາວ່າເປັນ “ໂຄງການພິເສດໃນການເຂົ້າເຖິງ” ຊຶ່ງຈະມີຄວາມລັບທີ່ລັດຖະບານຮັກສາໄວ້ຢ່າງໃກ້ຊິດທີ່ສຸດ ແລະໃຫ້ເບິ່ງໄດ້ພຽງແຕ່ຢູ່ໃນສະຖານທີ່ປອດໄພຂອງລັດຖະບານເທົ່ານັ້ນ ບໍ່ແມ່ນຢູ່ໃນບ້ານພັກຄື Mar-a-Lago.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG