ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ເກົາຫຼີເໜືອ ຍັງກັກໂຕ ທ່ານ Newman ນັກລົບເກົ່າ ສົງຄາມ ເກົາຫຼີ (ວີດີໂອ)


ທ່ານ Jeff Newman ລູກຊາຍຂອງ ທ່ານ Merill Newman ອອກ ມາກ່າວຕໍ່ບັນດານັກຂ່າວ ກ່ຽວກັບສະພາບການ ພໍ່ຂອງທ່ານ
ພັນລະ​ຍາ​ຂອງນັກ​ລົບ​ເກົ່າ​ອາ​ເມຣິກັນ ປາງສົງຄາມ​ເກົາຫລີ
ອາຍຸ 85 ປີ ​ທີ່​ຖືກ​ກັກຂັງ​ຢູ່​ເກົາຫລີ​ເໜືອ ​ໃນ​ເດືອນ​ແລ້ວ​ນີ້ໄດ້​
ຮ້ອງ​ຂໍ​ໃຫ້​ກຸງ​ພຽງ​ຢາງ ປ່ອຍ​ໂຕສາ ມີ​ຂອງຍານາງ ​ໂດຍ​ກ່າວ​
ວ່າ ​ເລື້ອງ​ດັ່ງກ່າວ “​ເປັນ​ເລື້ອງ​ທີ່​ເຂົ້າ​ໃຈ​ຜິດ​ທີ່​ສຸດ.”

ທ່ານ Merrill Newman ​ພວມ​ຢູ່​ເທິງ​ເຮືອບິນ​ກັບ​ກຸ່ມ​ນັກ​ທ່ອງ​
ທ່ຽວ ທີ່​ຕຽມ​ອອກເດີນທາງຈາກເກົາຫຼີ​ເໜືອ ໃນ​ທ້າຍ​ເດືອນ​ຕຸ
ລາ ຜ່ານ​ມາ ​ເວລາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ ​ໄດ້ນໍາ​ໂຕ​ທ່ານ
​ອອກ​ຈາກ​ເຮືອບິນ. ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ກ່າວ
​ວ່າ ພຽງ​ຢາງຮັບ​ຮູ້​ວ່າ ​ຕົນ​ໄດ້​ກັກຊາວ​ອາ​ເມຣິກັນຄົນ​ດັ່ງກ່າວ​ໄວ້.

ພັນ​ລະ​ຍາ ທ່ານ Newman ຍາ​ນາງ Lee ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຄອບຄົວ​ ຂອງ​ຍານາງ​ຍັງບໍ່​ທັນໄດ້​ຮັບ​ຂ່າວຄາວ​ໃດໆກ່ຽວ​ກັບສະພາບ​ສຸຂະພາບ​ຂອງທ່ານ ​ຢາ​ທີ່​ສົ່ງ​ໄປໃຫ້​ນັ້ນ ​ທ່ານໄດ້​ຮັບ​ແລ້ວ​ຫຼືບໍ່ ຫລື​ເປັນ​ຫຍັງ​ທ່ານ​ຈຶ່ງຖືກ​ກັກໂຕໄວ້.

​ເກົາ​ຫລີ​ເໜືອ ຍັງກັກໂຄ​ພົນລະ​ເມືອງອາ​ເມຣິກັນອີກ​ຄົນ​ນຶ່ງ ຄືທ່ານ Kenneth Bae ທີ່ໄດ້ຖືກຈັບ​ໃນ​ປີ​ກາຍ​ນີ້ ​ແລະ​ຖືກຕັດສິນ​ລົງ​ໂທດ ​ໃຫ້​ອອກ​ແຮງ​ງານ​ໜັກ ​ເປັນ​ເວລາ 15 ປີ ໃນ​ຂໍ້​ຫາ​ພະຍາຍາມ​ໂຄ່ນ​ລົ້ມລັດຖະບານ. ທ່ານ Bae ອາຍຸ 45 ປີ ​ເປັນນັກ​ແຜ່ຜາຍ​ສາສະໜາຄຣິສຕຽນ ​ທີ່​ໄດ້​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ ​ໃນ​ນາມ​ຜູ້​ນໍາພາ​ນັກ​ທ່ອງ​ທ່ຽວ.

us n korea
please wait
Embed

No media source currently available

0:00 0:00:10 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG