ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ປະນາມ ການຍິງຈະຫຼວດ ຂອງເກົາຫຼີເໜືອ


ການ​ທົດ​ລອງ​ຍິງ​ລູກຈະຫຼວດ​ໄລຍະ​ໄກຂອງເກົາຫຼີເໜືອ ທີ່ລົ້ມ​ແຫຼວໃນ​ເວລາແຕ່ພຽງ​ບໍ່​ເທົ່າ​ໃດ​ນາ​ຫຼັງ​ຈາກໄດ້​ບິນ​ຂຶ້ນ​ສູ່​ຫ້ວງ​ອາ​ວະ​ກາດ
ການ​ທົດ​ລອງ​ຍິງ​ລູກຈະຫຼວດ​ໄລຍະ​ໄກຂອງເກົາຫຼີເໜືອ ທີ່ລົ້ມ​ແຫຼວໃນ​ເວລາແຕ່ພຽງ​ບໍ່​ເທົ່າ​ໃດ​ນາ​ຫຼັງ​ຈາກໄດ້​ບິນ​ຂຶ້ນ​ສູ່​ຫ້ວງ​ອາ​ວະ​ກາດ

ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດໄດ້​ປະນາມ​ເກົາຫຼີ​ເໜືອ​ຢ່າງ​ແຂງ​ແຮງ ​ກ່ຽວ​
ກັບການ​ຍິງ​ລູກຈະຫຼວດ​ໄລຍະ​ໄກ ​ໃນ​ອາທິດ​ແລ້ວນີ້​ ແລະໄດ້​ເຫັນ​ດີໃຫ້ທຳ​ການການ​ລົງ
ໂທດຮອບ​ໃໝ່​ຕໍ່ເກົາຫຼີ​ເໜືອ ທີ່​ຢູ່​ຢ່າງ​ໂດດ​ດ່ຽວ​ເພີ່ມ​ຂຶ້ນ ນັ້ນ.

ສະພາຄວາມ​ໝັ້ນຄົງຍັງ​ໄດ້​ຮັບ​ຮອງ​ເອົາຢ່າງ​ເປັນ​ເອກ​ກະສັນ ​ອັນ​ທີ່​ເອີ້ນ​ວ່າ​ “ຖະ​ແຫຼງ
ການຂອງ​ປະທານ”
ທີ່ເອີ້ນການ​ຍິງ​ຈະ​ຫຼວດ​ໃນ​ວັນ​ສຸກ​ແລ້ວ​ນີ້​ວ່າ ​ເປັນການ​ລ່ວງ​ລະເມີດ
ຢ່າງ​ຮ້າຍ​ແຮງ​ຕໍ່​ມະຕິ​ຕ່າງໆ​ຂອງ​ສະພາ​ຄວາ​ມໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ ທີ່​ມີເປົ້າ
ໝ​າຍ​ແນ​ໃສ່​ເພື່ອຈະ​ຢຸດ​ເຊົາ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ລູກສອນ​ໄຟຂີ​ປະ​ນາ​ວຸດ ຂອງ​ກຸງ Pyongyang ນັ້ນ.

ໃນ​ຂະນະ​ດຽວ​ກັນ ສື່​ມວນ​ຊົນຂອງ​ຍີ່​ປຸ່ນ ອ້າງ​ແຫຼ່ງຂ່າວທາງ​ການ​ທູດທີ່​ເວົ້າ​ວ່າ ​ກຸງ
Pyongyang ​ໄດ້ຍົກ​ເລີກ​ການເຊື້ອ​ເຊີນ​ຄະນະກວດກາ​ຂອງອົງການພະລັງງານ​ປະ
ລະມານູ​ສາກົນ ​ເພື່ອ​ເຂົ້າ​ໄປ​ກວດກາເບິ່ງສະຖານ​ທີ່ນີວ​ເຄລຍ​ແຫ່ງ​ຕ່າງໆຂອງ​ຕົນນັ້ນ.
ລາຍ​ງານເວົ້າວ່າ ການ​ເອົາ​ບາດກ້າວ​ດັ່ງກ່າວ ແມ່ນ​ເພື່ອ​ເປັນ​ການຕອບ​ໂຕ້ຕໍ່ການ​ຕັດ
ສິນ​ໃຈຂອງສະຫະລັດ ທີ່​ໄດ້ໂຈະ​ການ​ສົ່ງ​ສະບຽງ​ອາຫານ​ໄປ​ໃຫ້ ເນື່ອງ​ຈາກ​ການ
ພະຍາຍາມສົ່ງ​ຈະ​ຫຼວດ ​ໃນ​ມື້ວັນ​ສຸກ​ແລ້ວ.​

ການຍິງ​ລູກ​ຈະຫຼວດທີ່​ລົ້ມ​ແຫຼວຊຶ່ງ​ໄດ້​ໃຊ້​ເວລາແຕ່ພຽງ​ບໍ່​ເທົ່າ​ໃດ​ນາທີ ​ຫຼັງ​ຈາກໄດ້​ທະຍານ
ຂຶ້ນ​ສູ່​ທ້ອງຟ້າ ​ແລະ​ສິ້ນສຸດ​ລົງ​ດ້ວຍ​ຄວາມ​ອັບອາຍ​ຂາຍໜ້າ​ໃຫ້​ແກ່ກຸງ Pyongyang ​ເວລາ
​ລູກ​ຈະ​ຫຼວດ ລະ​ເບີດແຕກອອກ​ຈາກ​ກັນ ແລະ​ຕົກລົງໃສ່​ທະ​ເລ​ເຫຼືອງ.

ເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ​ປະ​ຈໍາ​ອົງກາ​ນສະຫະ​ປະຊາ​ຊາດ ທ່ານ​ນາງ Susan Rice ຊຶ່ງ​ເປັນ​ປະທານ​ວຽນຂອງສະພາຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດໃນ​ເດືອນ​ນີ້​ນັ້ນ​ກ່າວ​ວ່າ ​ການພະຍາຍາມ​ຂອງ​ເກົາຫຼີ​ເໜືອໄດ້​ກໍ່​ໃຫ້ເກີດ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງແຮງ​ໃນທົ່ວ​ພາ​ກພື້ນ​ເອ​ເຊຍ​ຕາ​ເວັນ​ອອກ. ທ່ານ​ນາງ​ຍັງໃຫ້​ຂໍ້​ສັງ​ເກດຕື່​ມວ່​າ ຖ້າ​ຫາກ​ວ່າກຸງ Pyongyang ​ເລືອກ​ທີ່​ຈະ​ທ້າ​ທາຍຫຼື​ເປັນ​ປໍ​ລະ​ປັກ​ກັບປະຊາ​ຄົມ​ນາໆ​ຊາດ​ອີກ ສະພາ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດກໍ​ດຳ​ເນີນ​ການ​ຕາມ​ນັ້ນ.

XS
SM
MD
LG