ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ມຽນມາ ຄວນປະຕິບັດ ຕໍ່ຊາວໂຣຮິງຢາ ໃນຖານະ ພົນລະເມືອງ ຂອງ​ຕົນ


Asia Migrants
please wait
Embed

No media source currently available

0:00 0:01:00 0:00

ໃນວັນພຸດມື້ນີ້ ນັກການທູດຂັ້ນສູງຂອງສະຫະລັດຄົນນຶ່ງ ໄດ້ຕິຕຽນ
ມຽນມາໃນການປະຕິບັດ ຕໍ່ຊາວໂຣຮິງຢາທີ່ເປັນຊົນກຸ່ມນ້ອຍ.

ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ທ່ານນາງ Anne
Richards ກ່າວຕໍ່ ກອງປະຊຸມນັກຂ່າວ ທີ່ບາງກອກວ່າ “ຊາວໂຣ
ຮິງຢາ ຈຳເປັນທີ່ຈະຕ້ອງຮັບການປະຕິບັດຕໍ່ ໃນຖານະເປັນ
ພົນລະເມືອງຂອງມຽນມາ.”

ທ່ານນາງ Richards ໄດ້ກ່າວນຶ່ງມື້ ຫຼັງຈາກທີ່ ໄດ້ໄປຢ້ຽມຢາມ
ສູນອົບພະຍົບທີ່ອິນໂດເນເຊຍ ບ່ອນທີ່ຊາວໂຣຮິງຢາແລະອົບ
ພະຍົບອື່ນໆ ຫລາຍຮ້ອຍຄົນ ໄດ້ພັກພາອາໄສຢູ່ຢ່າງ ເປັນການ
ຊົ່ວຄາວນັ້ນ.

ນັບຕັ້ງແຕ່ເດືອນແລ້ວນີ້ມາ ໄດ້ມີຊາວອົບພະຍົບທີ່ໝົດຫວັງຫຼາຍພັນຄົນຈາກມຽນມາ ແລະບັງກລາແດັສ ທີ່ເປັນປະເທດເພື່ອນບ້ານ ໄດ້ໄປຮອດໄປເຖິງ ຝັ່ງທະເລຂອງບັນດາ
ປະເທດໃນເອເຊຍອາຄະເນ.

ຄາດກັນວ່າ ມີອີກຫຼາຍພັນຄົນຍັງຕົກຄ້າງຢູ່ໃນທະເລອັນດາມັນ ແລະອ່າວເບັງການ ບ່ອນທີ່ພວກເຂົາເຈົ້າກຳລັງພາຢູ່ໃນເຮືອທີ່ບໍ່ແຂງແຮງ ແລະແອອັດຈົນເກີນໄປ ພ້ອມທັງ
ອາຫານ ການກິນຈະໝົດລົງແລ້ວ.

ໃນວັນຈັນຜ່ນມານີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວວ່າ ສ່ວນນຶ່ງ
ຂອງເຫດຜົນທີ່ພາໃຫ້ຊາວໂຣຮິງຢາ ໜີອອກມານັ້ນ ແມ່ນວ່າ “ພວກ​ເຂົາ​ໄດ້​ຖືກຈຳແນກ​ກີດ​ກັນ​ຢ່າງ​ໜັກໜ່ວງ​ໃນ​ມຽນມາ.”

XS
SM
MD
LG