ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ບໍ່ພໍໃຈ ຕໍ່ການລົງໂທດ ຜູ້ກໍ່ການຮ້າຍ ໂຈມຕີມູມໄບ


ໃນຮູບແຕ້ມນີ້ ທ້າວ David Coleman Headley ອາຍຸ 52 ປີ (ຊ້າຍ) ຖືກຕັດສິນລົງໂທດ ໃຫ້ຈຳຄຸກ 35 ປີ ໂດຍຜູ້ພິພາກສາ ປະຈຳເຂດ ທ່ານ Harry Leinenweber ທີ່ສານ ລັດຖະບານກາງ ໃນນະຄອນ Chicago (24 ມັງກອນ 2013)
ໃນຮູບແຕ້ມນີ້ ທ້າວ David Coleman Headley ອາຍຸ 52 ປີ (ຊ້າຍ) ຖືກຕັດສິນລົງໂທດ ໃຫ້ຈຳຄຸກ 35 ປີ ໂດຍຜູ້ພິພາກສາ ປະຈຳເຂດ ທ່ານ Harry Leinenweber ທີ່ສານ ລັດຖະບານກາງ ໃນນະຄອນ Chicago (24 ມັງກອນ 2013)
ອິນເດຍກ່າວວ່າ ຕົນຮູ້ສຶກເສຍໃຈກ່ຽວກັບການຕັດສິນລົງໂທດ
ຂອງສານສະຫະລັດ ຕໍ່ຜູ້ຊາຍຊາວອາເມຣິກັນເຊື້ອສາຍປາກິສ
ຖານຄົນນຶ່ງ ຍ້ອນບົດບາດຜູ້ກ່ຽວ ໃນການໂຈມຕີກໍ່ການຮ້າຍທີ່
ນະຄອນມູມໄບໃນປີ 2008.

ທ່ານ Salman Khurshid ລັດຖະມົນຕີກິດຈະການພາຍນອກ
ຂອງອິນເດຍ ກ່າວໃນວັນສຸກມື້ນີ້ວ່າ ທ້າວ David Coleman
Headley ສົມຄວນຖືກຈຳຄຸກ ດົນກວ່າ 35 ປີ ໃນການຕັດສິນ
ລົງໂທດຂອງສານລັດຖະບານກາງທີ່ນະຄອນ Chicago ໃນມື້
ວັນພະຫັດວານນີ້.

ອິນເດຍ ໄດ້ຊອກຫາຊ່ອງທາງ ຢາກໃຫ້ສົ່ງໂຕທ້າວ Headley
ໄປຂຶ້ນສານຢູ່ທີ່ປະເທດອິນເດ ຍ້ອນບົດບາດຂອງລາວໃນການ
ໂຈມຕີດັ່ງກ່າວ.

ທ້າວ Headley ອາດໄດ້ຮັບໂທດຈຳຄຸກຕະຫຼອດຊີວິດ ແຕ່ຄະນະໄອຍະການຂອງລັດຖະ ບານກາງສະຫະລັດໄດ້ຮ້ອງຂໍໃຫ້ຜ່ອນຜັນໂທດແກ່ຜູ້ກ່ຽວ ຍ້ອນລາວໄດ້ໃຫ້ຂໍ້ມູນທີ່ນຳພາ ໄປສູ່ການຟ້ອງຮ້ອງບຸກຄົນອື່ນໆ ທີ່ມີສ່ວນພົວພັນກັບກຸ່ມກໍ່ການຮ້າຍ Laskhar-e-Taiba ຂອງປາກິສຖານ.

ໃນເດືອນພະຈິກປີ 2008 ກຸ່ມກໍ່ການຮ້າຍ Laskhar-e-Taiba ໄດ້ເຂົ້າຢຶດໂຮງແຮມ ສູນ
ກາງແຫ່ງນຶ່ງຂອງຊາວຢິວ ແລະຕຶກອາຄານອື່ນໆ ທີ່ນະຄອນມູມໄບເປັນເວລາ 3 ມື້. ການ ໂຈມຕີທີ່ວ່ານີ້ ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນ ຮວມທັງຊາວອາເມຣິກັນ 6 ຄົນ.

ກ່ຽວຂ້ອງກັນ

XS
SM
MD
LG