ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ພິ​ຈາ​ລະ​ນາ​ ເພື່ອໂດດ​ດ່ຽວກຸ່ມຕາລິບານ ​ຍ້ອນການຫ້າມ ການສຶກສາຕໍ່​ແມ່​ຍິງ ໂດຍບໍ່​ມີ​ຜົນ​ກະ​ທົບ​ ໃນ​ການຊ່ວຍເຫຼື​ອຕໍ່ຊາວອັຟການິສຖານ


ແຟ້ມ-ສະມາຊິກຂອງກຸ່ມຕາລິບານ ພາກັນຢືນຍາມຂັດຂວາງ ປະຕູທາງເຂົ້າ ມະຫາວິທະຍາໄລ ໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2022.
ແຟ້ມ-ສະມາຊິກຂອງກຸ່ມຕາລິບານ ພາກັນຢືນຍາມຂັດຂວາງ ປະຕູທາງເຂົ້າ ມະຫາວິທະຍາໄລ ໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2022.

ສະຫະລັດ ກໍາລັງສໍາຫຼວດ​ເບິ່ງ​ການ​ເອົາມາດຕະການເພີ້ມເຕີມກັບກຸ່ມຕາລິບານໃນອັຟການິສຖານ ເພື່ອສ້າງ​ຄວາມ​ໂດດ​ດ່ຽວ​ຕື່ມ ​ໃຫ້​ແກ່​ພວກ​ເຂົາ ເນື່ອງຈາກການຕັດສິນໃຈ “ທີ່​ບໍ່​ດີ" ຂອງ​ພວກ​ເຂົາ ທີ່ຫ້າມພວກ​ນັກ​ສຶກສາຍິງບໍ່​ໃຫ້​ຮຽນ​ຕໍ່, ອີງຕາມລາຍງານຂອງເຈົ້າໜ້າທີ່ການທູດລະດັບສູງສະຫະລັດ.

ທ່ານນາງແຄເຣັນ ເດັກເກີ້ (Karen Decker), ຫົວໜ້າຜູ້ແທນທາງການທູດຂອງສະຫະລັດຮັບ​ຜິດ​ຊອບ​ກ່ຽວ​ກັບ​ປະ​ເທດເຂດເອເຊຍໃຕ້ແຫ່ງນີ້, ໄດ້ເຕືອນ ໃນຕອນແລງວັນພຸດຜ່ານ​ມາ ນຶ່ງມື້ລຸນຫຼັງ​ພວກ​ຜູ້​ປົກ​ຄອງ​ປະ​ເທດອິສລາມໄດ້ລະງັບບໍ່ໃຫ້ບັນດານັກສຶກສາຍິງທັງຫຼາຍ ເຂົ້າຮຽນ​ໃນມະຫາວິທະຍາໄລເອກະຊົນ ແລະຂອງລັດທັງໝົດ ຈົນກວ່າ​ຈະ​ມີ​ປະກາດໃໝ່ອອກມາ ໃນຕໍ່ໜ້າ.

ທ່ານນາງເດັກເກີ້ ບອກກັບບັນດານັກຂ່າວ ໃນລະຫວ່າງການໂອ້ລົມຜ່ານທາງວີ ດີໂອຈາກຫ້ອງການຂອງທ່ານນາງ ທີ່ຕັ້ງຢູ່ໃນນະຄອນຫຼວງໂດຮາ ປະເທດກາຕາ ວ່າ “ຜູ້ນໍາຂອງຂ້າພະເຈົ້າ ຢູ່ໃນນະຄອນຫຼວງວໍຊິງຕັນ ກໍາລັງສຶກ​ສາ​ເບິ່ງ ການ​ເອົາ​ມາດ​ຕະ​ການ​ຕ່າງໆ ເພື່ອເປັນສັນຍານໃຫ້ຮູ້ວ່າກຸ່ມຕາລິບານດໍາເນີນງານຕາມເສັ້ນທາງທີ່ຜິດພາດແນວໃດ.”

ບັນດາແມ່ຍິງຊາວອັຟການິສຖານ ພາກັນຮ້ອງຄໍາຂ້ວນອອກມາ ໃນລະຫວ່າງການປະທ້ວງຕໍ່ຕ້ານການປິດມະຫາວິທະຍາໄລຕ່າງໆສໍາລັບແມ່ຍິງ ໂດຍກຸ່ມພວກຕາລິບານ ໃນນະຄອນຫຼວງກາບູລ, ວັນທີ 22 ທັນວາ 2022.
ບັນດາແມ່ຍິງຊາວອັຟການິສຖານ ພາກັນຮ້ອງຄໍາຂ້ວນອອກມາ ໃນລະຫວ່າງການປະທ້ວງຕໍ່ຕ້ານການປິດມະຫາວິທະຍາໄລຕ່າງໆສໍາລັບແມ່ຍິງ ໂດຍກຸ່ມພວກຕາລິບານ ໃນນະຄອນຫຼວງກາບູລ, ວັນທີ 22 ທັນວາ 2022.

ກາ​ຕາ ເຊິ່ງເປັນ​ປ​ະ​ເທດນ້ອຍໆໃນ​ອ່າວ​ເປີ​ເຊຍ ເປັນບ່ອນທີ່ລັດຖະບານວໍຊິງຕັນ ແລະລັດຖະບານຂອງປະເທດຕາເວັນຕົກຕ່າງໆໄດ້ສ້າງຕັ້ງຖານປະຕິບັດງານຂອງພວກເຂົາເຈົ້າ ກ່ຽວກັບພາລະກິດທາງດ້ານການທູດນັບຕັ້ງແຕ່ເດືອນສິງຫາປີ 2021 ເປັນຕົ້ນມາ, ເມື່ອກຸ່ມຕາລິບານໄດ້ເຂົ້າມາຢຶດຄອງປະເທດອັຟການິສຖານ ໃນຂະນະທີ່ສະຫະລັດເຊິ່ງເປັນຜູ້ນໍາ​ພາດ້ານການທະຫານລະຫວ່າງປະເທດໄດ້ຖອນອອກ ຫຼັງຈາກກ​ານ​ເຮັດສົງຄາມມາເປັນເວລາເກືອບ 20 ປີ.

ທ່ານນາງເດັກເກີ້ ກ່າວໂດຍບໍ່ມີລາຍລະອຽດໃດໆຕື່ມວ່າ “ພວກເຮົາຈະຕິດຕາມເບິ່ງວ່າ ແມ່ນຫຍັງຄືຜົນທີ່ຕາມມາອັນແນ່ນອນ ເຊິ່ງສາມາດຢຶດຄືນມາຈາກກຸ່ມຕາລິບານ ເພື່ອ​ສະ​ແດງ​ໃຫ້​ເຫັນວ່າ ມັນບໍ່ສາມາດດໍາເນີນວຽກງານທີ່ເປັນປົກກະ ຕິຮ່ວມກັບພວກເຂົາຕໍ່ໄປພາຍໜ້າໄດ້, ໂດຍກຸ່ມຕາລິບານບໍ່ສາມາດຄາດຫວັງໃຫ້ພວກເຮົາ ປະຕິບັດຕໍ່ພວກເຂົາໃນທິດທາງທີ່ດີ ໃນຖະນະຄູ່ຮ່ວມທີ່ມີຄວາມຮັບຜິດຊອບ.”

ນັກການທູດສະຫະລັດຍັງໄດ້ກ່າວເພີ້ມເຕີມອີກວ່າ “ກຸ່ມຕາລິບານອ້າງວ່າພວກເຂົາຕ້ອງການເພິ່ງພາຕົນເອງທາງດ້ານເສດຖະກິດ, ແລະດ້ວຍສອງຕີນຂອງພວກເຂົາເອງ, ແນ່ນອນວ່າ ບໍ່ມີໃຜທີ່ຈະດໍາເນີນງານຮ່ວມກັບພວກເຂົາໄດ້, ຂ້າພະເຈົ້າມີຄວາມໝັ້ນໃຈວ່າແນວນັ້ນແທ້.”

ທ່ານນາງເດັກເກີ້ ໄດ້ຕັ້ງຂໍ້ສັງເກດວ່າ ການຫ້າມບໍ່​ໃຫ້​ພວກນັກສຶກສາ​ຍິງ​ເຂົ້າ​ຮຽນໃນມະຫາວິທະຍາໄລ ໄດ້ຂັດຂວາງວໍຊິງຕັນທີ່ຈະຫຼຸດຜ່ອນການລົງໂທດຕ່າງໆໃນປັດຈຸບັນຕໍ່ກຸ່ມຕາລິບານ ຫຼື ລຶບລ້າງຂໍ້ຫ້າມ ການເດີນທາງໄປຕ່າງປະເທດຂອງບັນດາຜູ້ນໍາພວກເຂົາ ເພື່ອ​ໃຫ້​ເປັນ​ການ​ສອດ​ຄ່ອງ​ກັບຂໍ້ຕົກລົງທີ່ທັງສອງຝ່າຍໄດ້ເຊັນຮ່ວມກັນ ໃນນະຄອນຫຼວງໂດຮາ ປີ 2020.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG