ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນເຮືອ​ເອກ Mike Mullen ຢ້ຽມຢາມອີສຣາແອລ


ພົນເຮືອ​ເອກ Mike Mullen ນາຍທະຫານລະດັບສູງສຸດຂອງສະຫະລັດ ໄດ້ໄປຢຸດແວ່ອີສຣາແອລໂດຍ ທີ່ບໍ່ໄດ້ປະກາດໃຫ້ຮູ້ລ່ວງໜ້າ ເພື່ອທຳການພົບ ປະແບບເປັນການສ່ວນຕົວກັບເຈົ້າໜ້າທີ່ທະຫານຂອງອີສຣາແອລ.

ນາຍພົນ ມູລເລິນ ກ່າວເມື່ອວັນອາທິດວານນີ້ທີ່ກຸງ Tel Aviv ຫລັງ ຈາກເຈລະຈາກັບນາຍພົນ​ໂທ Gabi Ashkenazi ຫົວໜ້າເສນາທິການທະຫານ ຂອງອີສຣາແອລ ວ່າ ທ່ານພະຍາຍາມມອງເບິ່ງໄພຂົ່ມຂູ່ ແລະ ສິ່ງທ້າທາຍຕ່າງໆໃນຂົງ​ເຂດ​ນັ້ນ ຈາກ​ແງ່​ຂອງຝ່າຍອີສຣາແອລ. ນາຍພົນມູລເລິນ ກ່າວອີກວ່າເຖິງ​ແມ່ນ​ວ່າບັນຫາ​ດ້ານ​ຄວາມ​ປອດ​ໄພ​ຕ່າງໆ ທີ່ພວກຜູ້ນຳທະຫານໄດ້ປຶກສາຫາລືກັນນັ້ນ ຖືວ່າເປັນຜົນປະໂຫຍດ ຕໍ່ອີສຣາແອລ ແຕ່ກໍມີຄວາມສຳຄັນຕໍ່ສະຫະລັດນຳເຊັ່ນກັນ.

ນາຍພົນ Ashkenazi ​ໄດ້ກ່າວຍ້ອງຍໍຊົມ​ເຊີຍນາຍພົນມູລເລິນ ທີ່​ໄດ້ ເດີນທາງມາຢ້ຽມຢາມອີສຣາແອລ ຫລາຍໆຄັ້ງ​ແລ້ວ ​ແລະທີ່​ໄດ້ຊຸກຍູ້ສົ່ງ​ເສີມ​ການຮ່ວມ​ມືທາງທະຫານລະຫວ່າງປະເທດທັງສອງ. ນອກນັ້ນ ​ໃນວັນອາທິດວານນີ້ ພົນເຮືອ​ເອກ ມູລເລິນ ປະທານເສນາທິການຮ່ວມຂອງ ສະຫະລັດຍັງໄດ້ ພົບປະ ກັບລັດຖະມົນຕີປ້ອງກັນປະເທດຂອງອີສຣາແອລ ທ່ານ Ehud Barak ນຳອີກ.

ທ່ານມູລເລິນ ໄດ້ຢຸດແວ່ອີສຣາ​ແອ​ລໃນ​ລະຫວ່າງ​ການ​ເດີນທາງກັບ​ສະຫະລັດ ຈາກ​ການ​ໄປ​ຢ້ຽມຢາມ ອັຟການີສຖານແລະປາກີສຖານ. ຄັ້ງນີ້ເປັນຄັ້ງທີ່ສີ່ທີ່​ທ່ານ​ໄດ້ໄປຢ້ຽມຢາມອີສຣາແອລ.

XS
SM
MD
LG