ໂຕເລກຜູ້ເສຍຊີວິດ ຍ້ອນດິນເຈື່ອນຮ້າຍແຮງ ຢູ່ໃນສະ
ຫະລັດແມ່ນ 25 ຄົນແລ້ວ ແຕ່ຫົວໜ້າກູ້ໄພກ່າວວ່າ ຈຳ
ນວນພວກເຄາະຮ້າຍ ຈະເພີ້ມຂຶ້ນຢ່າງຫລວງຫຼາຍ ໃນ
ໄວໆນີ້.
ທ່ານ Travis Hots ຫົວໜ້າໜ່ວຍດັບໄຟຂອງລັດວໍຊິງ
ຕັນ ທາງພາກຕາເວັນຕົກ ຂອງສະຫະລັດ ກ່າວໃນວັນ
ພະຫັດວານນີ້ວ່າ ໃນຂະນະທີ່ ພວກເຈົ້າໜ້າການແພດ
ກວດສັນນະສູດເບິ່ງສົບ ທີ່ໄດ້ພົບເຫັນ ຢູ່ໃນກອງຂີ້ຕົມ
ຕົ້ນໄມ້ທີ່ຫັກ ແລະ ຊາກຫັກພັງນັ້ນ ທ່ານຄາດວ່າ ບັນຊີ
ລາຍຊື່ຂອງພວກເຄາະຮ້າຍຈະຍາວອອກຕື່ມຢ່າງຫຼວງ
ຫຼາຍ ໃນໄລຍະສອງມື້ຂ້າງໜ້ານີ້.
ພວກເຈົ້າໜ້າທີ່ກ່າວວ່າ ຍັງມີ 90 ຄົນຊອກຫາບໍ່ທັນພໍ້ເທື່ອແລະຈຳນວນນຶ່ງອາດຈະບໍ່
ສາມາດພົບເຫັນພວກກ່ຽວອີກເລີຍ. ເຫດດິນເຈື່ອນໄດ້ເກີດຂຶ້ນຢ່າງກະທັນຫັນ ໃນມື້
ວັນເສົາອາທິດແລ້ວນີ້ ໂດຍບໍ່ມີການເຕືອນລ່ວງໜ້າ ໃນເຂດເມືອງ Oso ທີ່ ສອກຫຼີກ
ຫ່າງໄກ ທາງທິດເໜືອຂອງນະຄອນ Seattle.
ມີພວກກູ້ໄພຫຼາຍກວ່າ 200 ຄົນ ຍັງຊອກຄົ້ນຫາຢູ່ຕາມກອງຂີ້ຕົມທີ່ມີລັກສະນະຄ້າຍ
ຄືກັນກັບຂີ້ຊາຍດູດ ພ້ອມທັງຊາກຫັກພັງຂອງເຮືອນຊານ 49 ຫລັງ ຕະຫຼອດທັງຊາກ
ລົດທີ່ບິດບ້ຽວແລະສິ່ງຂອງໆຜູ້ຄົນທີ່ອາໄສຢູ່ໃນເຂດດັ່ງກ່າວ.
ສະມາຊິກສະພາຕ່ຳ Suzan DelBene ຜູ້ແທນຂອງຂົງເຂດດັ່ງກ່າວ ໄດ້ລົງໄປຢ້ຽມ
ຢາມເຂດທີ່ປະສົບໄພໃນວັນພຸດຜ່ານມານີ້ ແລະໄດ້ກ່າວຊີ້ແຈງ ເຖິງຄວາມເສຍຫາຍ
ໂດຍເວົ້າວ່າ “ໄພພິບັດໃນຄັ້ງນີ້ແມ່ນຮ້າຍແຮງຫຼາຍ ຂ້າພະເຈົ້າບາງເທື່ອກໍຄິດວ່າ ຮູບ
ພາບທັງຫຼາຍຕ່າງໆນັ້ນແມ່ນບໍ່ໃຫ້ຄວາມຍຸຕິທຳສະເໝີໄປ. ມີຈຳນວນຫຼາຍໆຄອບຄົວ
ທີ່ໄດ້ຮັບຜົນກະທົບຈາກເຫດຮ້າຍຄັ້ງນີ້ ມີຫຼາຍຄົນທີ່ເຂົາເຈົ້າໄດ້ສູນເສຍໄປ ມີຫຼາຍໆ
ຄົນທີ່ຍັງຫາຍສາບສູນຢູ່ ມັນເປັນເລື່ອງທີ່ເສົ້າໂສກເສຍໃຈອີ່ຫລີ.”
ພວກກູ້ໄພໄດ້ພາກັນໃຊ້ອຸບປະກອນຂະໜາດໜັກ ກ້ອງຖ່າຍຮູບລະບົບພິເສດ ທັນສະ
ໄໝ ໝາດົມກິ່ນ ແລະມືເປົ່າ ຊອກຄົ້ນຫາຕາມຊາກຫັກພັງຊຶ່ງບາງທີຈະພົບພວກທີ່ອາດ
ມີຊີວິດລອດຊີວິດມາໄດ້ ຫຼືບໍ່ກໍຜູ້ເຄາະຮ້າຍ. ຍັງບໍ່ທັນພົບເຫັນຜູ້ໃດເທື່ອລອດຊີວິດມາ
ໄດ້ ນັບແຕ່ມື້ວັນເສົາແລ້ວນີ້ເປັນຕົ້ນມາ.