ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກໍາລັງກ້າວໄປສູ່ ການເປີດປະເທດ ເພື່ອໃຫ້ມີການຄ້າຂາຍຄືນ ຢ່າງວ່ອງໄວ


ປ້າຍ "ດຽວນີ້ຕ້ອງການຈ້າງຄົນ" ຕັ້ງຢູ່ບ່ອນລ້າງລົດຢູ່ລຽບຕາມຖະໜົນສາຍນຶ່ງ ຂະນະທີ່ການແຜ່ຜາຍຂອງໄວຣັສໂຄໂຣນາ ຫລື COVID-19 ກໍາລັງສືບຕໍ່ມີຂຶ້ນຢູ່ໃນເມືອງໄມອາມີ, ລັດຟລໍຣິດາ (ວັນທີ 8 ພຶດສະພາ, 2020)
ປ້າຍ "ດຽວນີ້ຕ້ອງການຈ້າງຄົນ" ຕັ້ງຢູ່ບ່ອນລ້າງລົດຢູ່ລຽບຕາມຖະໜົນສາຍນຶ່ງ ຂະນະທີ່ການແຜ່ຜາຍຂອງໄວຣັສໂຄໂຣນາ ຫລື COVID-19 ກໍາລັງສືບຕໍ່ມີຂຶ້ນຢູ່ໃນເມືອງໄມອາມີ, ລັດຟລໍຣິດາ (ວັນທີ 8 ພຶດສະພາ, 2020)

ສະຫະລັດກໍາລັງກ້າວໄປສູ່ການຜ່ອນຜັນຂໍ້ຈໍາກັດໃນການປິດປະເທດຍ້ອນໄວຣັສ ໂຄໂຣນາ ແລະເປີດໃຫ້ມີການຄ້າຂາຍຢ່າງວ່ອງໄວ ແຕ່ວ່ານັກຊ່ຽວຊານທີ່ນໍາພາ ດ້ານການລະບາດຢ່າງໜັກຂອງພະຍາດນີ້ເວົ້າວ່າ ຜົນຂອງມັນ ແມ່ນເຮັດໃຫ້ມີ ຄົນຕິດເຊື້ອພະຍາດນີ້ ແລະເສຍຊີວິດເພີ້ມຂຶ້ນ.

ບັນດາຜູ້ປົກຄອງລັດໃນ 47 ລັດຂອງທັງໝົດ 50 ລັດໃນປະເທດ ດຽວນີ້ໄດ້ ຜ່ອນຜັນຂໍ້ຈໍາກັດດ້ານການຄ້າໂດຍອະນຸຍາດໃຫ້ຮ້ານຄ້າ, ຮ້ານອາຫານແລະ
ທຸລະກິດອື່ນໆ ເປີດກິດຈະການຄືນແບບມີການຈໍາກັດ ໃນຂະນະທີ່ຮຽກຮ້ອງ ຮັກສາການຢູ່ຫ່າງກັນຢ່າງໜ້ອຍ 2 ແມັດ. ແຕ່ຢ່າງໃດກໍຕາມ ເກືອບໝົດທຸກລັດແມ່ນບໍ່ປະຕິບັດໄດ້ຕາມຄໍາແນະນໍາຂອງລັດຖະບານກາງໃນດ້ານການຫລຸດ ຜ່ອນຈໍານວນຄົນຕິດເຊື້ອພະຍາດນີ້ ໃນໄລຍະ 2 ອາທິດຜ່ານມາ.

ພວກປະທ້ວງຢູ່ໃນຫລາຍລັດ ໄດ້ຮຽກຮ້ອງໃຫ້ມີການເປີດການຄ້າຂາຍຄືນໃໝ່ ເພື່ອໃຫ້ເຂົາເຈົ້າກັບຄືນໄປເຮັດວຽກ ແລະເລາະຊື້ເຄື່ອງຂອງດັ່ງທີ່ເຄີຍໄດ້ເຮັດ ມາເຖິງແມ່ນວ່າ ການຢັ່ງຫາງສຽງຂອງອົງການຄົ້ນຄວ້າພີວໃນສະຫະລັດຈະສະ ແດງໃຫ້ເຫັນວ່າ ສອງສ່ວນສາມຂອງປະຊາຊົນອາເມຣິກັນຍັງລະມັດລະວັງກ່ຽວ ກັບການກັບຄືນໄປຫາການດໍາລົງຊີວິດແບບກ່ອນມີໂວຣັສໂຄໂຣນານັ້ນຢູ່.

ເກືອບຮອດ 80,000 ຄົນໄດ້ເສຍຊີວິດໄປຢູ່ໃນສະຫະລັດ ໂດຍທີ່ມີຈໍານວນສູງ ກວ່າປະເທດອື່ນຢູ່ທົ່ວໂລກຫລາຍ. ສະຖາບັນດ້ານການປະເມີນ ແລະວັດແທກ ທາງສຸຂະພາບ ຫລື IHME ຢູ່ມະຫາວິທະຍາໄລວໍຊິງຕັນ ດຽວນີ້ ຄາດຄະເນ ວ່າຈະມີຄົນອາເມຣິກັນຫລາຍກວ່າ 137,000 ຄົນເສຍຊີວິດເມື່ອຮອດຕົ້ນເດືອນ ສິງຫາຊຶ່ງເພີ້ມຂຶ້ນຈາກການຄາດຄະເນໃນເມື່ອກ່ອນວ່າ 134,000 ຄົນເມື່ອນຶ່ງ
ອາທິດກ່ອນ ສືບເນື່ອງມາຈາກການຜ່ອນຜັນຂໍ້ຈໍາກັດດ້ານໄວຣັສໂຄໂຣນາຢູ່ ທົ່ວສະຫະລັດ.

ຫົວໜ້າ IHME, ດຣ. ຄຣິສຕົຟເຟີ ເມີເຣ (Christopher Murray), ກ່າວວ່າ “ເວັ້ນ ເສຍແຕ່ວ່າ ແລະຕາບໃດພວກເຮົາຫາກບໍ່ມີການເລັ່ງການກວດກາເພີ້ມ ຂຶ້ນ, ນໍາທາວຫາຜູ້ຕິດຕໍ່ສໍາພັດກັບຄົນຕິດພະຍາດນີ້, ເອົາຄົນທີ່ກວດພົບວ່າເປັນພະຍາດນີ້ ອອກໄປໄວ້ບ່ອນທີ່ບໍ່ພົວພັນກັບໃຜ ແລະ ໃຊ້ຜ້າປິດປາກຢ່າງກວ້າງ ຂວາງຢູ່ໃນສາທາລະນະຊົນແລ້ວ ມັນກໍຂ້ອນຂ້າງວ່າ ຈະມີຄົນຕິດເຊື້ອໄວຣັສນີ້ ລາຍໃໝ່ ເພີ້ມຂຶ້ນຫລາຍ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາທີ່ກໍາລັງປະເຊີນກັບການແຂ່ງຂັນ ກັບອະດີດຮອງປະທານາທິບໍດີ ໂຈ ໄບເດັນເພື່ອໃຫ້ຖືກເລືອກຕັ້ງຄືນອີກໃນວັນ ທີ 3 ພະຈິກຈະມາເຖິງນີ້ ກໍາລັງຜັກດັນໃຫ້ສະຫະລັດເປີດຄືນອີກໃຫ້ໄວເທົ່າທີ່ ຈະໄວໄດ້ ໃນຂະນະທີ່ຮັບຮູ້ວ່າ ການເຮັດແນວນັ້ນ ອາດຈະເຮັດໃຫ້ ມີຄົນເສຍ ຊີວິດຫລາຍເພີ້ມຂຶ້ນກໍຕາມ.

ຢູ່ໃນທວີດເຕີນັ້ນ ທ່ານທຣໍາໄດ້ກ່າວອ້າງໃນວັນຈັນວານນີ້ວ່າ “ຈໍານວນຄົນຕິດ ໄວຣັສໂຄໂຣນາແມ່ນເບິ່ງແລ້ວດີກວ່າເກົ່າຫລາຍ, ຈໍານວນໄດ້ຫລຸດລົງຢູ່ທົ່ວ ທຸກຫົນທຸກແຫ່ງເລີຍ. ມີຄວາມກ້າວໜ້າຢ່າງໃຫຍ່ຫລວງ!”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG