ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ເຄື່ອນ​ໄຫວ​ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ຕ້ານ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຢູ່​ຕາມ​ທ່າ​ກຳ​ປັ່ນ​ຕ່າງໆ


ແຟ້ມ - ກຳ​ປັ່ນ​ບັນ​ທຸກ​ຕູ້​ຄອນ​ເທນ​ເນີ້ ພວມ​ເຂົ້າ​ຈອດ​ຢູ່​ທີ່​ທ່າ​ກຳ​ປັ່ນ​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ​ແນມຈາກ​ແຊນ​ເພ​ໂດ​ຣ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2023.
ແຟ້ມ - ກຳ​ປັ່ນ​ບັນ​ທຸກ​ຕູ້​ຄອນ​ເທນ​ເນີ້ ພວມ​ເຂົ້າ​ຈອດ​ຢູ່​ທີ່​ທ່າ​ກຳ​ປັ່ນ​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ​ແນມຈາກ​ແຊນ​ເພ​ໂດ​ຣ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2023.

ທຳ​ນຽບ​ຂາວ​ພວມ​ເຄື່ອນ​ໄຫວ​ທຳ​ການ​ປະ​ຕິ​ຮູບ​ທີ່​ແນ​ໃສ່​ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ໄຊ​ເບີ້ ​ຕາມ​ທ່າ​ກຳ​ປັ່ນ​ຕ່າງໆ​ຂອງ​ສະ​ຫະ​ລັດ ຊຶ່ງ​ໃນ​ບາງ​ແຫ່ງນັ້ນ ອາດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ແລ້ວ ຈາກ​ການຖືກໂຈມ​ຕີ​ຂອງ​ພວກ​ແຮັກ​ເກີ້ ທີ່​ເຊື່ອມ​ໂຍງ​ກັບ​ຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ວັນ​ພຸດ​ວານນີ້ ໄດ້​ອອກ​ດຳ​ລັດ​ສະ​ບັບ​ນຶ່ງ ມອບ​ຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ໄຊ​ເບີ້ ​ຢູ່​ຕາມ​ທ່າ​ກຳ​ປັ່ນ ​ແລະ​ສະ​ຖານ​ທີ່​ຄຸ້ມ​ຄອງ​ທາງ​ທະ​ເລ​ຕ່າງໆ ໃຫ້​ແກ່​ໜ່ວຍ​ຍາມ​ຝັ່ງ​ຂອງ​ສະ​ຫະ​ລັດ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ ​ຄວາມ​ໝັ້ນ​ຄົງ​ໃນ​ລະ​ດັບ​ຕ່ຳ​ສຸດ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ນອກນັ້ນ​ແລ້ວ ຄຳ​ສັ່ງ​ດັ່ງ​ກ່າວ ​ຍັງ​ໄດ້​ອະ​ນຸ​ຍາດ​ໃຫ້​ໜ່ວຍ​ຍາມ​ຝັ່ງ ດຳ​ເນີນ​ການກວດ​ກາ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ໄຊ​ເບີ້ ຢູ່​ຕາມ​ສະ​ຖານ​ທີ່​ແລະ​ກຳ​ປັ່ນ ແລະ​ແມ່ນ​ກະ​ທັງ​ສາ​ມາດອອກ​ຄຳ​ສັ່ງ ໃຫ້ຈຳ​ກັດ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນ​ທີ່​ມີ​ການ​ສົງ​ໄສວ່າ ເປັນ​ໄພ​ຄຸກ​ຄາມ​ທາງ​ດ້ານ​ໄຊ​ເບີ້​ຕໍ່​ທ່າ​ກຳ​ປັ່ນ​ຕ່າງໆ​ຂອງ​ສະ​ຫະ​ລັດ.

ການ​ປ່ຽນ​ແປງ​ທີ່​ວ່ານີ້ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ບັງ​ຄັບ​ ໃນ​ກາ​ນ​ລາຍ​ງານ ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ຕໍ່​ສະ​ຖານ​ທີ່​ທາງ​ທະ​ເລ​ຕ່າງໆ.

“ການ​ສືບ​ຕໍ່​ປະ​ຕິ​ບັດ​ງານ​ຢູ່​ຕາມ​ທ່າ​ກຳ​ປັ່ນ​ຕ່າງໆ ແມ່ນ​ຈະ​ແຈ້ງ​ແລະ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ການ​ເຂົ້າ​ເຖິງ​ປະ​ເທດ​ ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ພວກ​ເຮົາ” ຮອງ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ແອນ ນິວ​ເບີ​ເກີ (Ann Neuberger) ກ່າວ​ຕໍ່​ພວກ​ນັກ​ຂ່າວ. “ການ​ໂຈມ​ຕີ​ທາງ​ດ້ານ​ໄຊ​ເບີ້ ສາ​ມາດ​ສ້າງ​ຄວາມ​ເສຍ​ຫາຍ​ໄດ້​ເທົ່າໆ​ກັນ ຖ້າ​ຫາກ​ບໍ່​ແມ່ນ​ເພີ້ມ​ຕື່ມຫຼາຍໄປ​ກວ່າ​ລົມ​ພາ​ຍຸ ​ຫຼື​ໄພ​ຂົ່ມ​ຂູ່​ອື່ນໆ.”

ສະ​ຫະ​ລັດ​ມີ​ທ່າ​ກຳ​ປັ່ນ​ຫຼາຍກວ່າ 300 ແຫ່ງ ຊຶ່ງ​ໄດ້​ວ່າ​ຈ້າງ​ຊາວ​ອາ​ເມ​ຣິ​ກັນ​ປະ​ມານ 31 ລ້ານ​ຄົນ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ທ່າ​ກຳ​ປັ່ນ​ເຫຼົ່າ​ນັ້ນ ມີ​ສ່ວນ​ຊ່ວຍສະ​ໜັບ​ສະ​ໜຸນ​ປະ​ມານ 5 ພັນ 400 ຕື້​ໂດ​ລາ​ເຂົ້າ​ໃນ​ເສດ​ຖະ​ກິດ​ຂອງ​ປະ​ເທດ ໃນ​ຂະ​ນະ​ທີ່​ໃຫ້​ການ​ບໍ​ລິ​ການ​ຢູ່​ຕາມ​ຈຸດ​ສຳ​ຄັນໆເພື່ອ​ຮັບ​ເຄື່ອງ​ຂອງ​ທີ່​ສົ່ງ​ມາ​ຈາກ​ທົ່ວ​ໂລກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG