ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຄື່ອນ​ໄຫວ ເພື່ອ​ຕັດຣັດເຊຍ ​ບໍ່​ໃຫ້ເຂົ້າເຖິງເງິນໂດລາ


ແຟ້ມ - ສຳ​ນັກ​ງານ​ໃຫຍ່ ຂອງ​ທະ​ນາ​ຄານ​ກາງ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ວັນ​ທີ 22 ກຸມ​ພາ 2018.
ແຟ້ມ - ສຳ​ນັກ​ງານ​ໃຫຍ່ ຂອງ​ທະ​ນາ​ຄານ​ກາງ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ວັນ​ທີ 22 ກຸມ​ພາ 2018.

ທໍານຽບຂາວກ່າວໃນວັນຈັນມື້ວານນີ້ວ່າ ກະຊວງການເງິນສະຫະລັດໄດ້ດໍາເນີນການປະຕິບັດຢ່າງເຂັ້ມແຂງ ເພື່ອຂັດຂວາງການເຂົ້າເຖິງຊັບສິນທາງການເງິນຂອງ ຣັດເຊຍ, ດ້ວຍມາດຕະການທີ່ແນເປົ້າໝາຍໃສ່ທັງລະບົບທະນາຄານກາງ ແລະການລົງທຶນໂດຍກົງຕໍ່ຣັດເຊຍ.

ການເຄື່ອນໄຫວດັ່ງກ່າວ ໄດ້ເຮັດໃຫ້ ພົບກັບບັນຫາໃນອາທິດທີສອງຂອງພວກເຂົາທີ່ທຳ​ການຮຸກຮານປະເທດ​ເພື່ອນ​ບ້ານຂອງພວກເຂົາເຈົ້າແບບບໍ່ສົນໃຈຜູ້ໃດ ພາຍໃຕ້ການກົດດັນທາງດ້ານການທູດ ແລະເສດຖະກິດຢ່າງໜັກໜ່ວງ. ບັນດາຜູ້ແທນຈາກນະຄອນຫຼວງກີຢິບ ແລະນະຄອນຫຼວງມົສກູ ໄດ້ພົບ​ປະ​ກັນຢູ່ໃກ້ກັບບໍລິເວນເຂດຊາຍແດນຂອງ ຢູເຄຣນ-ເບລາຣຸສ ເພື່ອເຈລະຈາສັນຕິພາບ ໃນມື້ວັນຈັນວານນີ້. ໃນຂະນະດຽວກັນ, ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ໄດ້ຈັດການປະຊຸມສຸກເສີນ, ນອກຈາກນັ້ນເງິນຂອງຣັດເຊຍ ກໍໄດ້ ຕົກ​ລາ​ຄາຢ່າງເປັນປະຫວັດການ.

ການດໍາເນີນການໃນມື້ວັນຈັນວານນີ້ ເພື່ອຕໍ່ຕ້ານການເຮັດສົງຄາມທີ່ສໍາຄັນຂອງ ​ລັດ​ຖະ​ບານ​ປູ​ຕິນ ແມ່ນຈະມີຜົນກະທົບທີ່ຕາມມາຢ່າງຫຼວງຫຼາຍ, ເຈົ້າໜ້າທີ່ລະ ດັບສູງໃນລັດຖະບານຂອງທ່ານໄບເດັນກ່າວຕໍ່ພວກນັກຂ່າວໃນມື້ວັນຈັນວານນີ້. ເຈົ້າໜ້າທີ່ຂອງທໍານຽບຂາວປະເມີນວ່າ ທະນາຄານດັ່ງ​ກ່າວ ​ມີ​ເງິນຈໍານວນປະ ມານ 630 ພັນລ້ານໂດລາໃນຫຼາຍສະກຸນເງິນ ເຊິ່ງລວມທັງເງິນໂດລານໍາອີກດ້ວຍ.

ເຈົ້າໜ້າທີ່ດັ່ງກ່າວ ໄດ້ກ່າວໃນລະຫວ່າງການຖະແຫຼງຂ່າວກ່ຽວກັບປະຫວັດທາງການເງິນຂອງ ຣັດເຊຍ ແບບສັ້ນໆ ກ່ອນໜ້າທີ່ຕະຫຼາດຂອງສະຫະລັດຈະໄດ້ເປີດຂຶ້ນວ່າ “ທະນາຄານກາງຂອງ ຣັດເຊຍ ໄດ້ພະຍາຍາມຢ່າງໜັກທີ່ຈະນໍາຊັບສິນດັ່ງກ່າວກັບຄືນປະເທດ ຣັດເຊຍ ຫຼືເອົາໄປໄວ້ໃນສະຖານທີ່ທີ່ປອດໄພ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງສາມາດໃຊ້ເພື່ອຊຸກຍູ້ຕໍ່ລະບົບເສດຖະກິດ ແລະການເງິນຂອງພວກເຂົາເຈົ້າ.

“ການປະກາດແຈ້ງການໃນມື້ນີ້ ເພື່ອຂັດຂວາງການດໍາເນີນງານທາງດ້ານການເງິນກັບທະນາຄານກາງຂອງ ຣັດເຊຍ ແລະກອງທຶນຄວາມໝັ້ນຄົງແຫ່ງຊາດຈະຂັດຂວາງຄວາມສາມາດຂອງພວກເຂົາເຈົ້າຢ່າງຈິງຈັງໃນການປະຕິບັດງານດັ່ງກ່າວ, ແລະຍັບຢັ້ງການເຂົ້າເຖິງຊັບສິນຈໍານວນຫຼາຍແສນລ້ານໂດລາຂອງພວກເຂົາເຈົ້າ,” ເຈົ້າໜ້າທີ່ລະດັບສູງກ່າວ. “ຈາກການປະຕິບັດງານຂອງພວກເຮົາພຽງຜູ້ດຽວ, ພວກເຂົາເຈົ້າຈະບໍ່ສາມາດເຂົ້າເຖິງຊັບສິນທີ່ຢູ່ໃນສະຫະລັດ ຫຼືຢູ່ໃນສະກຸນເງິນໂດລາ ຂອງສະຫະລັດນັ້ນໄດ້.”

ຮວມ​ຢູ່​ໃນການເຄື່ອນໄຫວກ່ຽວກັບການລົງໂທດທາງເສດຖະກິດແບບໃໝ່ໃນມື້ວັນຈັນວານນີ້, ສະຫະລາດຊະອານາຈັກອັງກິດ ໄດ້ຫ້າມ​ບໍ່ໃຫ້ໜ່ວຍງານຕ່າງໆຂອງອັງກິດດໍາເນີນການຕິດຕໍ່ພົວພັນທາງການເງິນຕ່າງໆ ກັບທະນາຄານກາງ ຂອງ ຣັດເຊຍ, ກະຊວງການເງິນ ແລະກອງທຶນຄວາມໝັ້ນຄົງ. ໃນຂະນະທີ່ ສິງກະໂປ ໄດ້ປະກາດການລົງໂທດທາງເສດຖະກິດຕ່າງໆ ເຊິ່ງເປົ້າໝາຍຫຼັກແມ່ນລວມມີການຄວບຄຸມກ່ຽວກັບການຕິດຕໍ່ພົວພັນທາງການເງິນ ແລະຄວບຄຸມການສົ່ງອອກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG