ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ໂທດ ແບບ​ມີ​ການ​ປະ​ສານ​ງານ​ກັນ ເຮັດ​ໃຫ້​ເສດ​ຖະ​ກິດ ​ຂອງ​ຣັດ​ເຊຍ ໄດ້​ຮັບ​ຄວາມ​ເສຍ​ຫາຍ ຂະ​ນະ​ເງິນ​ຣູ​ໂບ​ຕົກ​ລາ​ຄາ


ຜູ້​ຊາຍ​ຄົນ​ນຶ່ງ​ ຍ່າງ​ຜ່ານ​ຕະ​ຫຼາດ​ຄ້າ​ຮຸ້ນ ໃນ​ເຂດ​ໃຈ​ກາງ ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 28 ກຸມ​ພາ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ ຍ່າງ​ຜ່ານ​ຕະ​ຫຼາດ​ຄ້າ​ຮຸ້ນ ໃນ​ເຂດ​ໃຈ​ກາງ ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 28 ກຸມ​ພາ 2022.

ສະ​ຫະ​ລັດ​ ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ ໄດ້​ເອົາ​ບາດ​ກ້າວ​ພິ​ເສດ​ເພື່ອ​ຕັດ​ຣັດ​ເຊຍ​ອອກ​ຈາກ​ລະ​ບົບ​ການ​ເງິນຂອງ​ໂລກ ຍ້ອນ​ປະ​ເທດ​ດັ່ງ​ກ່າວ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໂດຍ​ຂັດ​ຂວາ​ງ​ຄວາມ​ສາ​ມາດ​ໃນ​ການ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເງິນ​ຣູ​ໂບ​ຫຼຸດ​ຄ່າ​ລົງ​ໃນ​ການ​ແລກ​ປ່ຽນ​ຢູ່​ໃນ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ທະ​ນາ​ຄານ​ຕ່າງໆ ທີ່​ຈະ​ທຳ​ການໂອນ​ເງິນ​ລະ​ຫວ່າງ​ປະ​ເທດ.

ໃນຕອນ​ເຊົ້າວັນ​ຈັນ​ວານນີ້ ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ຕົນ​ໄດ້​ຫ້າມ​ບໍ່​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຂອງ​ສະ​ຫະ​ລັດ ເຮັດ​ທຸ​ລະ​ກິດ​ກັບ​ທະ​ນາ​ຄານ​ກາງ​ ກອງ​ທຶນຄວາມ​ຮັ່ງ​ມີ​ແຫ່ງ​ຊາດ​ ແລະ​ກະ​ຊວງ​ການ​ເງິນ​ ຂອງ​ສະ​ຫະ​ພັນ​ຣັດ​ເຊຍ. ນັ້ນ​ແມ່ນ​ຮວມ​ທັງ​ທະ​ນາ​ຄານ​ຕ່າງໆ ທີ່​ມີ​ຊັບ​ສິນ​ເປັນ​ຂອງ​ພະ​ແນກ​ການ​ເຫຼົ່າ​ນັ້ນ.

ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ເງິນ​ຂອ​ງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແອ​ລ ແຢ​ລ​ເລັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ມາດ​ຕະ​ການ​ຕ່າງໆ​ທີ່​ພວກ​ເຮົາ​ກຳ​ລັງ​ເອົາ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ມື້ນີ້ ຈະ​ຈຳ​ກັດ​ຢ່າງ​ສຳ​ຄັນ​ຕໍ່​ຄວາມ​ສາ​ມາດ​ຂອງ​ຣັດ​ເຊຍ​ທີ່​ຈະ​ນຳ​ໃຊ້​ຊັບ​ສິນ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ​ຕໍ່​ກິດ​ຈະ​ກຳ​ທີ່​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຕ່າງໆ ແລະ​ແນ​ເປົ້າ​ໝາຍ​ໃສ່​ກອງ​ທຶນທີ່​ປູ​ຕິນ​ແລະ​ພວກວົງ​ໃນຂ​ອງ​ລາວ​ເພິ່ງ​ພາ ເພື່ອ​ຊຸກ​ຍູ້​ການ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ຂອງ​ລາວ. ມື້ນີ້ ໃນ​ການ​ປະ​ສານ​ງານ​ກັບ​ປະ​ເທດ​ພາ​ຄີ ແລະ​ພັນ​ທະ​ມິດ ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາຍ​ທີ່​ສຳ​ຄັນໆ ເພື່ອ​ຈຳ​ກັດ​ໃນ​ການ​ເຂົ້າ​ເຖິງ​ຂອງ​ຣັດ​ເຊຍ ​ຕໍ່​ຊັບ​ພະ​ຍາ​ກອນ​ທີ່ມີ​ຄ່າ​ເຫຼົ່າ​ນີ້.”

ໃນ​ຂະ​ນະ​ດຽວ​ກັນ ບັນ​ດາ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ ຮວມ​ທັງສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງກິດ, ຍີ​ປຸ່ນ, ສິງ​ກະ​ໂປ, ອອ​ສ​ເຕ​ຣ​ເລຍ ແລະ ​ປະ​ເທດ​ອື່ນໆ​ອີກ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຈຳ​ກັດ​ຮັດ​ແຄບ​ແບບ​ດຽວ​ກັນ​.

ການ​ເອົາ​ມາດ​ຕະ​ການ​ເຫຼົ່າ​ນີ້ແມ່ນ​ເພີ້ມ​ໃສ່​ຂໍ້​ຕົກ​ລົງ​ລະ​ຫວ່າງ​ປະ​ເທດ ທີ່​ຈະ​ຕັດ​ທະ​ນາ​ຄານ​ຈຳ​ນວນ​ນຶ່ງ​ຂອງ​ຣັດ​ເຊຍ ອອກ​ຈາກ​ລະ​ບົບ​ການ​ເງິນ SWIFT ​ຊຶ່ງ​ທະ​ນາ​ຄານ​ຕ່າງໆ​ນຳ​ໃຊ້​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ການ​ໂອນ​ເງິນ​ລະ​ຫວ່າງ​ປະ​ເທດ. ຕາ​ໜ່າງ SWIFT ຊຶ່ງ​ບໍ​ລິ​ຫານ​ງານ​ໂດຍ​ກຸ່ມ​ສັງ​ຄົມ​ເພື່ອ​ການ​ສື່​ສານ​ທາງ​ດ້ານ​ການ​ເງິນ​ລະ​ຫວ່າງ​ທະ​ນາ​ຄານ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກນັ້ນ ແມ່ນ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ປະ​ຕິ​ງານ​ແບບ​ຄ່ອງ​ຕົວ​ຂອງ​ລະ​ບົບ​ການ​ເງິນ​ໂລກ.

ຮວມ​ຢູ່​ໃນ​ການ​ລົງ​ໂທດ ​ທີ່​ມີ​ການ​ປະ​ກາດ​ໃນ​ວັນ​ຈັນ​ວານນີ້ ແມ່ນຂັດ​ຂວາງ​ບໍ່​ໃຫ້​ທະ​ນາ​ຄານກາງ​ຂອງ​ຣັດ​ເຊຍ ເຂົ້າ​ເຖິງ​ສ່ວນ​ໃຫຍ່​ຂອງກອງ​ທຶນສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ 630 ພັນ​ລ້ານ​ໂດ​ລາ.

ເຫດ​ຜົນ​ທີ່​ສຳ​ຄັນ​ອັນ​ນຶ່ງ​ຂອງ​ທະ​ນາ​ຄານ​ກາງ​ຕ່າງໆ ມີ​ເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ຮອງ ກໍ​ເພື່ອ​ອະ​ນຸ​ຍາດ​ໃຫ້​ທະ​ນາ​ຄານ​ເຫຼົ່າ​ນີ້​ສາ​ມາດ​ປົກ​ປ້ອງ​ເງິນ​ຕາ​ຂອງ​ຕົນ​ຈາກ​ການ​ປ່ຽນ​ແປງ​ຂອງ​ລາ​ຄາ​ຢ່າງ​ກະ​ທັນ​ຫັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG