ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ເຜີຍ ແຜນຮັບມື ຕໍ່ການຈາ​ລະ​ກໍາ​ ທາງ​ອິນ​ເທີ​​ແນັດ (ສະໄລດ໌)


ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ
ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ
ສະ​ຫະລັດ​ກໍາລັງ​ເປີດ​ເຜີຍ​ຍຸ​ທະ​ສາດ​ແຜນ​ໃໝ່ ​ເພື່ອ​ຮັບ​ມື​ກັບ​ໄພ
​ຂົ່ມຂູ່ ທີ່ເພີ່ມ​ທະວີຂຶ້ນຢ່າງ​ຫຼວງຫຼາຍ ​ຈາກ​ພວກໂຈມ​ຕີ​ເຈາະ​ເອົາ​
ຂໍ້​ມູນ ​ແລະ​ຈາ​ລະ​ກໍາ​ທາງ​ອິນ​ເທີແນັດ.

ທ່ານ Eric Holder ລັດຖະມົນຕີ​ກະ​ຊວງ​ຍຸຕິ​ທໍາ​ສະຫະລັດ ​ໄດ້​
ຊ່ວຍ​ຊີ້​ແຈງວິທີ​ການໃໝ່ ທີ່​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ພຸດ
​ວານ​ນີ້ ທີ່​ເຕືອນ​ວ່າ ​ເຖິງ​ແມ່ນ​ເທັ​ກ​ໂນ​ໂລ​ຈີທັນ​ສະ​ໄໝ​ ​ເຮັດ​ໃຫ້​
ເປັນ​ການ​ງ່າຍ​ຂຶ້ນສໍາລັບ​ສ່ວນ​ບຸກຄົນແລະ​ປະ​ເທດ​ຕ່າງໆ​ ທີ່ຈະ​
ໂຈມ​ຕີ​ສະຫະລັດ ​ໂດຍ​ກ່າວ​ວ່າ ຕົວຢ່າງ​ທັງ​ໝົດ​ເຫຼົ່ານີ້ ສະ​ແດງ​
ໃຫ້​ເຫັນ​ໄພ​ຂົ່ມຂູ່​ທີ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ແລະ​ສໍາຄັນ​ປະການ​ນຶ່ງ
ຕໍ່​ເສດຖະກິດ ​ແລະ​ຜົນ​ປະໂຫຍ​ດຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ
​ສະຫະລັດ.

ທ່ານ Holder ​ເວົ້າ​ວ່າ ກະຊວງ​ຍຸຕິ​ທໍາສະຫະລັດ ກໍ​ກໍາລັງ​ຕໍ່ສູ້​ຄືນ​ຢ່າງ​ຕັ້ງໜ້າໂດຍການ​
ປະຕິບັດ​ງານຮ່ວມກັບ​ໜ່ວຍ​ງານ​ກົມ​ກອງ​ຕ່າງໆ​ຂອງ​ພາກ​ລັດ ​ແລະ​ຂອງລັດຖະບານ ​ເພື່ອ
​ຕິດຕາມ​ແລະດໍາ​ເນີນ​ຄະດີ​ຕໍ່​ພວກ​ທີ່​ມີ​ສ່ວນ​ພົວພັນ​ກັບ​ການ​ລັກຂະ​ໂມ​ຍແລະການ​ຈາລະ​
ກຳທາງ​ອິນ​ເ​ທີ​ແນັດ. ​ແລະ ທ່ານ Holder ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ເພີ່ມຂຶ້ນ​ກັບ​ບັນດາ​
ບໍລິສັດ​ເອກ​ກະ​ຊົນ​. ທ່ານ Holder ​ເວົ້າ​ວ່າ:

“ຄວາມ​ລັບ​ການ​ຄ້າ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ສາມາດ​ມີ​ຄຸນຄ່າ​ເຖິງຫຼາຍລ້ານ
ຫຼືຫຼາຍພັນ​ລ້ານ​ໂດ​ລາ. ການ​ລັກຂະໂມ​ຍເອົາ​ຄວາມ​ລັບ​ທາງ​ການ​ຄ້າ ສາ
ມາດ​ບັງຄັບ​ໃຫ້​ບໍລິສັດ​ຕ່າງໆ​ສັ່ງ​ພັກ​ງານພະນັກງານ​ໄດ້ ປິດ​ໂຮງງານ ຫຼື
ສູນ​ເສຍ​ຍອດ​ການ​ຂາຍ ​ແລະ​ຂາດທຶນ ພ້ອມ​ກັບປະ​ເຊີນ​ກັບ​ລະດັບ​ການ​
ແຂ່ງຂັນ​ກັນທີ່ຕົກ​ຕໍ່າລົງ ​ແລະ​ເສຍປຽບ ຫຼື​ແມ່ນ​ແຕ່​ຢຸດ​ກິດຈະການ​ໄປ​ເລີຍ.”



ຍຸ​ທະ​ສາດແຜນ​ໃໝ່​ດັ່ງກ່າວ​ນີ້ ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ໃໝ ​ແລະ​ການເອົາ​ມາດ​ຕະການ
​ດ້ານ​ການ​ຄ້າ​ຕໍ່ຕ້ານ​ສ່ວນ​ບຸກຄົນ ຫຼືປະ​ເທດ​ຕ່າງໆ​ທີ່ແນ ເປົ້າໝາຍການ​ໂຈມ​ຕີ​ໃສ່​ຄວາມ
​ລັບການ​ຄ້າ​ຂອງ​ສະຫະລັດນັ້ນ. ສະມາຊິກ​ລັດຖະສະພາສະຫະລັດ​ບາງ​ຄົນ ປະ​ເມີນວ່າ
ບໍລິສັດ​ຕ່າງໆ​ຂອງ​ອະ​ເມ​ຣິກັນ ສູນ​ເສຍຄວາ​ມລັບ​ດ້ານ​ການ​ຄ້າ​ທີ່​ຖືກ​ລັກຂະ​ໂມ​ຍ​ໄປ
ຫຼາຍກ​ວ່າ 300 ພັນ​ລ້ານໂດ​ລາ​ເມື່ອ​ປີຜ່ານມາ ສ່ວນ​ໃຫຍ່​ແມ່ນ​ຍ້ອນການ​ໂຈມ​ຕີ​ລັກເຈາະ
​ເອົາ​ຂໍ້​ມູນ​ແລະ​ຈາລະ​ກຳຊາວ​ຈີນ.

​ເລຶ່ອງນີ້​ມີ​ຂຶ້ນມື້​ນຶ່ງ ຫຼັງຈາກ​ບໍລິສັດ​ຄວາມ​ໝັ້ນຄົງດ້ານ​ອິນ​ເທີ​ແນັດບໍລິສັດ​ນຶ່ງ​ທີ່​ມີ​ສໍານັກງານ
​ຢູ່​ໃນ​ສະຫະລັດ ​ໄດ້​ພິມ​ເຜີຍ​ແຜ່ລາຍ​ງານ​ສະບັບ​ນຶ່ງ ທີ່​ເຊື່ອມໂຍງໜ່ວຍ​ງານ​ລັບຂອງ ​ກອງທັບ
​ຈີນ ກັບ​ການ​ໂຈມ​ຕີ​ທາງ​ທາງ​ອິນ​ເທີ​ແນັດ​ຕໍ່​ບໍລິສັດ​ຕ່າງໆ​ຂອງ​ສະຫະລັດ​ມາ​ໄດ້ຫຼາຍປີ​ແລ້ວ
​ນັ້ນ ບໍລິສັດ Mandiant ​ເວົ້າ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ໂຈມ​ຕີ​ເກືອບ 150 ຄັ້ງ​ໃນ​ລະດັບກວ້າງຂວາງ​
ຕໍ່​ເປົ້າໝາຍ​ຕ່າງໆ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ຂອງສະຫະລັດ ນັບ​ຕັ້ງ​ແຕ່​ປີ 2006 ​ເປັນຕົ້ນ​ມາ.

​ເມື່ອ​ວັນ​ພຸດ​ວານ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ ​ໄດ້​ຕໍາ​ໜິຕິຕຽນ​ລາຍ​ງານ ຂອງ​ບໍລິສັດ Mandiant ​ໂດຍ​ເວົ້າ​ວ່າ ບໍ່​ມີ​ມູນ​ຄວາມ​ຈິງ ​ແລະ​ຂາດຫຼັກຖານ​ດ້ານ​ວິຊາ​ການ ​ໃນເລຶ່ອງນີ້
XS
SM
MD
LG