ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕົກລົງປ່ອຍໂຕ ຊາວອີຣ່ານ 5 ຄົນ ໃນການແລກປ່ຽນນັກໂທດ ຂະນະທີ່ອີຣ່ານ ຢືນຢັນລາຍຊື່ ຕໍ່ວີໂອເອ


ແຟ້ມພາບ - ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ສື່ມວນຊົນຢູ່ກະຊວງການຕ່າງປະເທດ ໃນວັນທີ 15 ສິງຫາ 2023 ໃນນະຄອນຫຼວງວໍຊິງຕັນ. ລັດຖະມົນຕີການຕ່າງປະເທດ ທ່່ານແອນໂທນີ ບລິງເກັນ ໄດ້ລົງນາມໃນການຍົກເລີກການລົງໂທດອີຣ່ານ
ແຟ້ມພາບ - ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ສື່ມວນຊົນຢູ່ກະຊວງການຕ່າງປະເທດ ໃນວັນທີ 15 ສິງຫາ 2023 ໃນນະຄອນຫຼວງວໍຊິງຕັນ. ລັດຖະມົນຕີການຕ່າງປະເທດ ທ່່ານແອນໂທນີ ບລິງເກັນ ໄດ້ລົງນາມໃນການຍົກເລີກການລົງໂທດອີຣ່ານ

ລາຍ​ລະ​ອຽດ​ໃໝ່​ໄດ້​ປາກົດ​ຂຶ້ນ ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ນັກ​ໂທດ​ລະ​ຫວ່າງ​ສະ​ຫະ​ລັດ ​ແລະ​ອີ​ຣ່ານ ທີ່ໃກ້​ຈະ​ມາ​ເຖິງ, ໂດຍ​ສະ​ຫະ​ລັດ​ໄດ້​ຮັບ​ຮູ້​ເປັນ​ຄັ້ງ​ທໍາ​ອິດ​ວ່າ​ເປັນ​ສ່ວນນຶ່ງ​ຂອງ​ຂໍ້​ຕົກ​ລົງ, ພວກເຂົາ​ຈະ​ປ່ອຍ​ຕົວ​ຊາວ​ອິ​ຣ່ານ 5 ຄົນ​ ທີ່ລັດ​ຖະ​ບານ​ອີ​ຣ່ານ​ໄດ້​ຢືນ​ຢັນຊື່ຂອງພວກເຂົາ​ກັບ VOA.

ການ​ຮັບ​ຮູ້​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຂອງ​ຕົນ​ທີ່​ຈະ​ປ່ອຍ​ຊາວ​ອິ​ຣ່ານ 5 ຄົນ​ແມ່ນ​ມີ​ຂຶ້ນ​ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດທີ່ສົ່ງ​ໃຫ້ VOA ໃນ​ຕອນ​ແລງ​ວັນ​ຈັນ. ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ, ອົງການຂ່າວ ຂອງຕາເວັນ ຕົກໄດ້ລາຍງານວ່າ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ແຈ້ງໃຫ້ລັດຖະສະພາສະຫະລັດຊາບ ກ່ຽວກັບຄວາມເຄື່ອນໄຫວທີ່ກຳລັງຈະເກີດຂຶ້ນ.

ສະຫະລັດ ​ແລະ ອີຣ່ານ ​ໄດ້​ຢືນຢັນ​ແລ້ວ​ໃນ​ວັນ​ທີ 10 ສິງຫາ​ນີ້​ວ່າ, ພາຍ​ໃຕ້​ຂໍ້​ຕົກລົງ​ນັກ​ໂທດ, ​ເຕ​ຫະຣ່ານ ຍັງ​ຈະ​ປ່ອຍ​ຕົວ​ພົນລະ​ເມືອງ​ອາ​ເມ​ຣິກັນ 5 ຄົນ ທີ່​ວໍ​ຊິງ​ຕັນ​ກ່າວ​ວ່າ ຖືກ​ເຕຫະຣ່ານ ກັກ​ຕົວ​ຢ່າງບໍ່ຖືກຕ້ອງ.

"ດັ່ງທີ່ພວກເຮົາໄດ້ກ່າວໄປກ່ອນໜ້ານີ້, ສະຫະລັດໄດ້ຕົກລົງທີ່ຈະອະນຸຍາດໃຫ້ໂອນເງິນຈາກເກົາຫຼີໃຕ້ ໄປສູ່ບັນຊີທີ່ຖືກກັກຢູ່ໃນສະຖາບັນການເງິນໃນປະເທດກາຕາ ແລະ ປ່ອຍໂຕຊາວອີຣ່ານ 5 ຄົນທີ່ໃນປັດຈຸບັນຖືກກັກຂັງໂຕ ຢູ່ໃນສະ ຫະລັດ ເພື່ອອຳນວຍຄວາມສະດວກ ໃນການປ່ອຍພົນລະເມືອງສະຫະລັດ 5 ຄົນ ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ອີຣ່ານ,” ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ໄດ້​ຂຽນ​ເຖິງ VOA.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG