ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະ​ຍຶດ​​ຊັບ​ສິນ ທີ່​ຖືກລັກ​ຂະ​ໂມ​ຍ ຈາກ​ກອງ​ທຶນ ​ມາ​ເລ​ເຊຍ


ພວກ​ພະນັກ​ງານ​ກໍ່ສ້າງ ຢືນ​ຢູ່​ຂ້າງ​ໜ້າ​ຂອງປ້າຍ​ໂຄສະນາ​​ກອງ​ທຶນ 1Malaysia Development Berhad (1MDB) ​ໃນ​ນະຄອນ Kuala Lumpur, Malaysia.
ພວກ​ພະນັກ​ງານ​ກໍ່ສ້າງ ຢືນ​ຢູ່​ຂ້າງ​ໜ້າ​ຂອງປ້າຍ​ໂຄສະນາ​​ກອງ​ທຶນ 1Malaysia Development Berhad (1MDB) ​ໃນ​ນະຄອນ Kuala Lumpur, Malaysia.

ການ​ເອົາ​ບາດກ້າວ​ຂອງ​ລັດຖະບານກາງສະຫະລັດກ່ຽວ​ກັບ​ການ​ກ່າວ​ຫາ​ໃນການ​ລັດ ​ຂະ​ໂມ​ຍ ຈາກກອງ​ທຶນ ການ​ລົງທຶນ​ຂອງ​ມາ​ເລ​ເຊຍ ຊຶ່ງ​ເກືອບ​ວ່າ​ແນ່ນອນ ​ຈະ​ພາ​ໃຫ້​ມີ​ການ​ຮຽກຮ້ອງ​ແບບ​ປະຈຸ​ບັນ​ທັນ​ດ່ວນ ​ໂດຍ​ພັກການ​ເມືອງ​ຝ່າຍ​ຄ້ານ ​ໃຫ້ນາຍົກລັດຖະມົນຕີ ທ່ານ Nijib Razak ລາ​ອອກ. ​ໃນ​ຂະນະ​ທີ່​ການ​ດຳ​ເນີນ​ຄະດີ​ທາງ​ກົດໝາຍ ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ຕື່ມ ຂຶ້ນ​ໃຫ້​ແກ່​ກຸ່ມ​ຝ່າຍ​ຄ້ານທີ່​ຍັງ​ອ່ອນ​ແອ​ຢູ່ ​ໃນ Kuala Lumpur ​ແຕ່ນັ້ນກໍ​ບໍ່​ຄາດ​ວ່າຈະ​ສາມາດບີບ​ບັງຄັບ​ໃຫ້​ຜູ້ນຳລາ​ອອກ ຢ່າງໄວວາ​ໄດ້.

ພັກ​ UNMO ທີ່​ປົກຄອງ​ປະ​ເທດ ຢູ່​ໃນ​ຂະນະ​ນີ້ ຈະ​ໜຸນຫຼັງ ທ່ານ Najib ​ແລະ​ຖິ້ມ​ໂທດ​ໃສ່ “ມະຫາອຳນາດ​ຕ່າງ​ປະ​ເທດ ທີ່​ຮວມທັງຊາວ​ຢິວ” ທີ່​ພະຍາຍາມ​ຈະໂຄ່ນ​ລົ້ມລັດຖະບານ ທີ່​ມີ​ການ​ເລືອກ​ຕັ້ງແບບ​ປະຊາທິປະ​ໄຕ​ ນັ້ນຄື​ຄຳ​ທຳນາຍ​ຂອງ​ນັກການ​ເມືອງ​ຝ່າຍ​ຄ້ານ ທ່ານ Charles Santiago ໃນ​ວັນ​ພຸດ​ວານ​ນີ້.

“ພັກ​ຝ່າຍ​ຄ້ານ​ ​ແລະ​ກຸ່ມ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ທັງຫຼາຍ ຈະຮຽກຮ້ອງ​ໃຫ້​ອະທິ​ໄອຍະການ ທຳ​ການສືບສວນ​ສອບ​ສວນ ການ​ກ່າວ​ຫາ​ໃນ​ສະຫະລັດ,” ທ່ານ Santiago ​ຊຶ່ງ​ເປັນສະມາຊິກ​ລັດຖະສະພາ​ຈາກ​ພັກກິດ​ສັງ​ຄົມປະຊາທິປະ​ໄຕ ​ໄດ້ກ່າວ​ກັບ VOA ອີກ​ຕື່ມ​ວ່າ “ນີ້​ຈະ​ບໍ່​ໄປ​ໄດ້​ໄກ ​ໃນ​ຂະນະ​ທີ່​ຫ້ອງການ​ອະທິ​ໄອ​ຍະ​ການ ​ໄດ້​ປິດ​ຄະດີ​ນີ້ ຫຼາຍໆ​ເດືອນ​ຜ່ານ​ມາ​ແລ້ວນັ້ນ.

​ໃນ​ການ​ລິ​ເລີ້​ມທີ່​ໃຫຍ່​ສຸດ​ຂອງ​ຄະດີ​ແບບ​ນີ້ ​ໂດຍ​ກະຊວງຍຸຕິ​ທຳ​ຂອງ​ສະຫະລັດ ທີ່​ເອີ້ນ​ວ່າ Kleptocracy Asset Recovery Initiative ຫຼື ການກູ້​ຄືນ​ຊັບ​ສິນ​ໃນ​ການ​ສໍ້​ລາດ​ບັງ​ຫຼວງນັ້ນ ​ເຈົ້າ​ໜ້າ​ທີ່​ຕ້ອງການ​ທີ່​ຈະ​ຍຶດເອົາຊັບ​ສິນ ອະສັງຫາ ສິນລະປະ ​ອັນຍະ​ມະນີ ​ຕະຫຼອດ​ຈົນ​ລິ​ຂະ​ສິດ​ຂອງ​ຮູບ​ເງົາ​ຂອງ Hollywood ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ 1 ພັນ​ລ້ານ​ໂດ​ລາ ທີ່​ເຈົ້າ ​ໜ້າ​ກ່າວ​ຫາ​ວ່າ ໄດ້ຖືກ​ລັກ​ຂະ​ໂມ​ຍ​ໄປຈາກກອງ​ທຶນພັດທະນາ 1ມາ​ເລ​ເຊຍ Berhad ຫຼື 1MBD ຊຶ່ງ​ທ່ານ Najib ​ເປັນ​ຜູ້​ສ້າງ​ຕັ້ງ​ຂຶ້ນ​ມາ ​ໃນ​ປີ 2009 ​ແລະ​ປະຈຸ​ບັນ​ນີ້​ ທາງ​ກະຊວງ​ການ​ເງິນ​ເປັນ​ເຈົ້າ​ຂອງ ທີ່​ນາຍົກລັດຖະມົນຕີ​ເປັນ​ຜູ້​ຄວບ​ຄຸມ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG