ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຈະຍ້າຍ ສະຖານທູດ ໄປນະຄອນ ເຈຣູຊາແລັມ ໃນເດືອນພຶດສະພາ ນີ້


ມີຄົນຍ່າງຂ້າມທາງຜູ້ນຶ່ງ ໃກ້ສະຖານທູດ ສຫລ ໃນນະຄອນ ແທລອາວິບ ປະເທດອິສຣາແອລ. (ວັນທີ 6 ທັນວາ 2017)
ມີຄົນຍ່າງຂ້າມທາງຜູ້ນຶ່ງ ໃກ້ສະຖານທູດ ສຫລ ໃນນະຄອນ ແທລອາວິບ ປະເທດອິສຣາແອລ. (ວັນທີ 6 ທັນວາ 2017)

ສະຫະລັດກ່າວວ່າ ຕົນຈະເປີດສະຖານທູດແຫ່ງໃໝ່ຂອງຕົນ ທີ່ນະຄອນເຈຣູຊາແລັມ ໃນເດືອນພຶດສະພານີ້ ຊຶ່ງບັງເອີນມີຂຶ້ນພ້ອມໆກັນ ກັບວັນສະຫຼອງຄົບຮອບ 70 ປີໃນ
ການສ້າງຕັ້ງອິສຣາແອລ.

ກະຊວງການຕ່າງປະເທດ ກ່າວໃນວັນສຸກວານນີ້ວ່າ ສະຖານທູດແຫ່ງໃໝ່ຈະຕັ້ງຢູ່ທີ່
ຕຶກອາຄານ ຊຶ່ງໃນປັດຈຸບັນ ແມ່ນກົງສຸນສະຫະລັດ ໃນນະຄອນເຈຣູຊາແລັມກ່ອນທີ່
ຈະຍ້າຍໄປຢູ່ຕຶກອາຄານແຫ່ງໃໝ່ ໃນປີ 2019.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດໃນ
ເດືອນທັນວາປີກາຍນີ້ວ່າ ສະຫະລັດຮັບຮູ້ນະຄອນເຈຣູຊາແລັມເປັນເມືອງຫຼວງຂອງ
ອິສຣາແອລ ແລະມີແຜນການທີ່ຈະຍ້າຍສະຖານທູດສະຫະລັດໄປຢູ່ທີ່ນັ້ນ.

ມາຮອດປັດຈຸບັນນີ້ ສະຖານທູດສະຫະລັດ ແມ່ນຕັ້ງຢູ່ໃນນະຄອນແທລອາວີບ.

ການເລືອກວັນທີ ຊຶ່ງມີຂຶ້ນນຶ່ງປີ ໄວກວ່າທີ່ທຳນາຍໄວ້ ໄດ້ກໍ່ໃຫ້ເກີດມີການສະແດງ
ປະຕິກິລິຍາຕອບໂຕ້ ແບບໂກດແຄ້ນ ຈາກຝ່າຍປາແລສໄຕນ໌ ທີ່ກ່າວວ່າ ການສ້າງ
ຕັ້ງປະເທດອິສຣາແອລໃນວັນທີ 4 ພຶດສະພາປີ 1948 ນັ້ນແມ່ນມີການໄວ້ທຸກໂດຍ
ຊາວປາແລສໄຕນ໌ ເປັນວັນແຫ່ງ Nakba ຫຼືໄພພິບັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG