ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ ໄວ້​ອາ​ໄລ ໃນ​ການ​ສິ້ນ​ພະ​ຊົນ ຂອງ​ພະ​ຣາ​ຊີ​ນີ ທີ່​ຄອງ​ຣາດ​ດົນ​ນານ​ທີ່​ສຸດ ແຫ່ງ​ອັງ​ກິດ


ມີ​ການ​ຊັກ​ທຸງ​ຊາດ​ສະ​ຫະ​ລັດ ລົງ​ເຄິ່ງ​ເສົາ ທີ່​ທຳ​ນຽບ​ຂາວ ຫຼັງ​ຈາກ​ການ​ສິ້ນ​ພະ​ຊົນ​ຂອງ​ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2 ເມື່ອ​ວັນ​ທີ 8 ກັນ​ຍາ 2022.
ມີ​ການ​ຊັກ​ທຸງ​ຊາດ​ສະ​ຫະ​ລັດ ລົງ​ເຄິ່ງ​ເສົາ ທີ່​ທຳ​ນຽບ​ຂາວ ຫຼັງ​ຈາກ​ການ​ສິ້ນ​ພະ​ຊົນ​ຂອງ​ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2 ເມື່ອ​ວັນ​ທີ 8 ກັນ​ຍາ 2022.

ສະ​ຫະ​ລັດ ​ໄວ້ອາ​ໄລ​ໃນການ​ສິ້ນ​ພະ​ຊົນ ​ຂອງ​ພະ​ຣາ​ຊີ​ນີ​ທີ່​ສະ​ເຫວີຍ​ຣາດ​ດົນ​ນານ​ທີ່​ສຸດ​ຂອງ​ອັງ​ກິດ ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ແລະ​ພວກ​ນັກ​ການ​ເມືອງ​ຮັບ​ຮູ້​ກ່ຽວ​ກັບຄວາ​ມພິ​ເສດ​ແລະ​ຜົນ​ສຳ​ເລັດ​ຂອງ​ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2.

“ພະ​ບໍ​ຣົມ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2 ແມ່ນ​ຍິ່ງ​ໃຫຍ່​ໄປ​ກວ່າພະ​ເຈົ້າ​ແຜ່ນ​ດິນ. ພະ​ນາງໃຫ້​ຄຳ​ນິ​ຍາມ​ຍຸກ​ສະ​ໄໝ. ​ຢູ່​ໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ສະ​ເໝີນັ້ນ ພະ​ນາງ​ແມ່ນ​ມີ​ໜ້າດ້ວຍ​ຄວາມ​ໝັ້ນ​ຄົງ​ແລະ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຄວາມ​ຜາ​ສຸກ​ສຳ​ລັບ​ຊາວ​ອັງ​ກິດ​ຫຼາຍໆ​ຮຸ້ນ​ຄົນ” ນັ້ນ​ຄື​ຄຳ​ເວົ້າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ສ​ະ​ຕີ​ໝາຍ​ເລກ​ນຶ່ງ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ ໃນ​ວັນ​ພະ​ຫັດ​ວານນີ້.

ພະ​ຣາ​ຊະ​ວັງ​ບັກ​ກິງ​ແຮມ​ໄດ້​ປະ​ກາດ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້ວ່າ ພະ​ຣາ​ຊີ​ນີ​ທີ່​ມີ​ພະ​ຊົນ​ມາ​ຍຸ 96 ພັນ​ສານັ້ນ ໄດ້​ສິ້ນ​ພະ​ຊົນ​ດ້ວຍ​ຄວາມ​ສະ​ຫງົບ ທີ່​ພະ​ຣາ​ຊະ​ວັງ​ແບ​ລ​ມໍ​ຣານ ໃນ​ສະ​ກັອດ​ແລນ. ​ພະ​ຣາ​ຊະ​ໂອ​ຣົດອົງທຳ​ອິດ​ຂອງພະ​ນາງ​ຈະ​ຂຶ້ນ​ສະ​ເຫວີຍ​ຣາດ​ເປັນ​ກະ​ສັດ ສືບ​ທອດ​ບັນ​ລັງ.

Biden, US Officials Mourn Death of Queen Elizabeth II
please wait

No media source currently available

0:00 0:02:09 0:00

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອ​ບາ​ມາ ແລະ​ພັນ​ລະ​ຍາ ທ່ານ​ນາງ​ມີ​ແຊ​ລ ໂອ​ບາ​ມາ ກໍ​ພາ​ກັນ​ໄວ້​ອາ​ໄລ​ໃຫ້​ແກ່​ພະ​ຣາ​ຊີ​ນີ ໃນ​ສານ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ພະ​ຫັດ​ວານນີ້.

“ເຊັ່ນ​ດຽວ​ກັນ​ກັບ​ຫຼາຍໆ​ຄົນ ທ່ານ​ນາງ​ມີ​ແຊ​ລ ແລະ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ທີ່​ມີ​ໂອ​ກາດ​ຮູ້​ເຫັນ​ເປັນ​ພະ​ຍານ​ໃນ​ການ​ອຸ​ທິດ​ຕົນ​ຕໍ່​ການເປັນ​ຜູ້​ນຳ​ ແລະ​ພວກ​ເຮົາແມ່ນ​ຮູ້​ສຶກ​ເຄົາ​ລົບ​ຢຳ​ເກງ​ໃນ​ມູນ​ເຊື້ອ​ທີ່​ບໍ່​ຮູ້​ອິດ​ເມື່ອຍ ເຮັດ​ໃຫ້​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ເປັນ​ຍົດ​ຖາ​ບັນ​ດາ​ສັກ​ຂອງ​ພະ​ນາງ​.”

ໃນລະ​ຫວ່າງການ​ຄອງ​ຣາດ​ເປັນ​ເວ​ລາ 70 ປີ​ນັ້ນ ພະ​ນາງ​ໄດ້​ເຮັດ​ວຽກ​ກັບ​ປະ​ທາ​ນາ​ທິ​ບໍ​ດີ 14 ຄົ​ນ​ຂອງ​ສະ​ຫະ​ລັດ ເລີ້ມແຕ່​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣີ ແອັ​ສ ທ​ຣູ​ແມນ. ພະ​ນາງ​ໄດ້​ຖືກ​ຕ້ອນ​ຮັບ​ຢູ່​ໃນ​ສະ​ຫະ​ລັດ ໃນ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຫຼາຍໆ​ຄັ້ງ ຮວມ​ທັງ​ການ​ສະ​ເດັດ​ປະ​ພາດ​ໃນ​ປີ 1976 ເພື່ອ​ສະ​ຫຼອງວັນ​ຄົບ​ຮອບ 200 ປີ​ໃນ​ການ​ໄດ້​ຮັບ​ເອກ​ກະ​ລາດ​ຂອງ​ສະ​ຫະ​ລັດ, ໃນ​ປີ 1991 ເວ​ລາ​ພະ​ນາງ​ຊົງ​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖ​ະ​ສະ​ພາຮ່ວມຄົບ​ຄະ​ນະ ແລະ​ໃນ​ປີ 2007 ເວ​ລາ​ພະ​ນາງ​ສະ​ເດັດ​ມາ​ຢ້ຽມ​ຢາມ​ລັດ​ເວີ​ຈີ​ເນຍ ເພື່ອ​ສະ​ຫຼອງວັນ​ຄົບ​ຮອບ 400 ປີ ໃນ​ການ​ສ້າງ​ຕັ້ງ​ເມືອງ​ເຈມ​ສ໌​ທາວ ຊຶ່ງ​ເປັນ​ບ່ອນ​ຕັ້ງ​ຖິ່ນ​ຖານ​ຖາ​ວອນ​ແຫ່ງ​ທຳ​ອິດ​ຂອງ​ຊາວ​ອັງ​ກິດ ໃນ​ທະ​ວີບ​ອາ​ເມ​ຣິ​ກາ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ມານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ ໄດ້​ນຳ​ສະ​ເໜີ​ບົດ​ຝຶກ​ຫັດ​ທີ່​ເກັ່ງ​ຫຼາຍ ໃນ​ການໃຫ້​ກຽດ​ແລະ​ຄວາມ​ເຂັ້ມ​ແຂງ ໃນ​ການ​ສະ​ແດງ​ກຳ​ລັງ​ແລະ​ຄວບ​ຄຸມ​ສະ​ຕິ​ອາ​ລົມ. ຊີ​ວິດ​ອັນ​ພິ​ເສດ ແລະ​ການ​ນຳ​ພາ​ຂອງ​ພະ​ນາງ ຈະ​ສືບ​ຕໍ່​ເປັນ​ແຮງ​ດົນ​ໃຈ​ໃຫ້​ແກ່​ພວກ​ຍິງ​ສາວ​ ແລະ​ເດັກ​ນ້ອຍ​ແມ່​ຍິງ ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ທັງ​ໃນ​ປັດ​ຈຸ​ບັນ​ແລະ​ຮຸ້ນ​ຄົນ​ຕໍ່​ໄປ​ໃນ​ອະ​ນາ​ຄົດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG