ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງ ບໍ່ໃຫ້ພວກຄົນເດີນທາງ ຕື່ນຕົກໃຈ ກ່ຽວກັບ ການຂາດແຄນນໍ້າມັນ


ພາບສາງນໍ້າມັນ ທີ່ເຫັນຢູ່ Colonial Pipeline's Linden ທີ່ເມຶອງ Woodbridge ລັດ New Jersey.
ພາບສາງນໍ້າມັນ ທີ່ເຫັນຢູ່ Colonial Pipeline's Linden ທີ່ເມຶອງ Woodbridge ລັດ New Jersey.

ທ່າມກາງທີ່ມີການຂາດແຄນ ຢູ່ໃນບາງຂົງເຂດ ແລະເກີດຄວາມຕື່ນຕົກໃຈ ໃນການຊື້ນໍ້າມັນ ລັດຖະບານສະຫະລັດກຳລັງຊອກຫາທາງເພື່ອໃຫ້ການຄໍ້າປະກັນ ຕໍ່ບັນດາຄົນເດີນທາງ ທີ່ຈະເຮັດໃຫ້ນໍ້າມັນຂາຍຄືນອີກຢ່າງເຕັມທີ່ພາຍໃນບໍ່ເທົ່າ ໃດມືຶ້ຕໍ່ໜ້ານີ້ ເຖິງແມ່ນທໍ່ສົ່ງນໍ້າມັນທີ່ສຳຄັນໄດ້ຖືກປິດລົງ ຫຼັງຈາກມີການໂຈມຕີ
ທາງໄຊເບີ້ຂອງຣັດເຊຍ.

ບັນດາລັດຖະມົນຕີກະຊວງພະລັງງານ ແລະລັດຖະມົນຕີຮັກສາຄວາມປອດໄພ ພາຍໃນຂອງສະຫະລັດ ໄດ້ໄປຖະແຫຼງຂ່າວ ທີ່ທຳນຽບຂາວ ໃນຕອນບ່າຍວັນອັງຄານວານນີ້ ໃນຄວາມພະຍາຍາມເພື່ອຈະລະງັບຄວາມເປັນຫ່ວງ ແລະອອກ ຄຳເຕືອນ ທ່າມກາງທີ່ມີການທຳນາຍ ກ່ຽວກັບລາຄານໍ້າມັນທີ່ຈະສູງຂຶ້ນ ແບບບໍ່ເຄີຍເຫັນມາ ໃນຮອບຫຼາຍປີ.

ລັດຖະມົນຕີກະຊວງພະລັງງານ ທ່ານນາງເຈັນນີເຟີ ແກຣນໂຮມ ຮັບຮູ້ວ່າ ບັນດາຜູ້ປົກຄອງຫຼາຍລັດ ໄດ້ພາກັນມີຄວາມເປັນຫ່ວງ ກ່ຽວກັບ “ປໍ້ານໍ້າມັນ ພວມຈະໝົດ ບໍ່ມີເຊື້ອໄຟ.”

ລັດຄາໂຣໄລນາເໜືອ ແລະຄາໂຣໄລນາໃຕ້ ເທັນເນັສຊີ ຈໍເຈຍ ແລະເວີຈີເນຍ ກຳລັງໄດ້ຮັບຜົນກະທົບຢ່າງໃຫຍ່ ຈາກການປິດລົງຂອງທໍ່ນໍ້າມັນ ທີ່ຍາວເກືອບ 9,000 ກິໂລແມັດ ນັ້ນຄືຄຳເວົ້າທີ່ທ່ານນາງໄດ້ກ່າວ ຕໍ່ພວກນັກຂ່າວ.

ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍແທມ ໄດ້ປະກາດພາວະສຸກເສີນ ໃນວັນ ອັງຄານວານນີ້.

ຜຸ້ປົກຄອງລັດ ກ່າວຢູ່ໃນຖະແຫຼງການວ່າ “ການປະກາດພາວະສຸກເສີນດັ່ງກ່າວ ນີ້ ຈະຊ່ວຍລັດເວີຈີເນຍກະກຽມກ່ຽວກັບການຂາດແຄນທີ່ອາດຈະເກີດຂຶ້ນແລະ ຄໍ້າປະກັນໃຫ້ບັນດາຜູ້ມີຍວດຍານພາຫະນະ ໃນລັດເວີຈີເນຍ ເຂົ້າເຖິງເຊື້ຶອໄຟ ໃນຂະນະທີ່ພວກເຮົາຮັບມືກັບສະຖານະການທີ່ພວມເກີດຂຶ້ນ.”

ລັດຄາໂຣໄລນາເໜືອ ໄດ້ອອກຄຳປະກາດທີ່ຄ້າຍຄືກັນນີ້.

ທ່ານນາງແກຣນໂຮມ ໄດ້ຮັບຮູ້ ແລະຍັງໄດ້ເຕືອນ ອຸດສາຫະກຳວ່າ “ພາຍໃນ ສອງສາມມື້ຂ້າງໜ້ານີ້ ຈະເປັນຊ່ວງໄລຍະຂອງການທ້າທາຍ.”

ລັດຖະມົນຕີກະຊວງພະລັງງານກ່າວວ່າ “ພວກເຮົາຈະບໍ່ຮັບເອົາການຂຶ້ນລາຄານໍ້າມັນ. ຈະບໍ່ມີເຫດຜົນໃດໆຕໍ່ການກັກຕຸນນໍ້າມັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG