ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ສະຫະລັດ ແລະປະເທດໃນ ສະຫະພາບຢູໂຣບ ສ່ວນຫຼາຍ ນັດກັນບໍ່ເຂົ້າຮ່ວມໃນພິທີສາບານຕົວ ເປັນປະທານາທິບໍດີ ຂອງທ່ານປູຕິນ


ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ກັບບັນດາສະມາຊິກຄະນະລັດຖະບານ ໃນມຸສກູ, ວັນທີ 6 ພຶດສະພາ 2024. ທ່ານປູຕິນ ຂອບໃຈບັນດາຄະນະລັດຖະມົນຕີ ສຳລັບວຽກງານຂອງພວກເຂົາເຈົ້າ ກ່ອນໜ້າພິທີສາບານຕົວຂອງທານ ໃນວັນທີ 7 ພຶດສະພາ 2024.
ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ກັບບັນດາສະມາຊິກຄະນະລັດຖະບານ ໃນມຸສກູ, ວັນທີ 6 ພຶດສະພາ 2024. ທ່ານປູຕິນ ຂອບໃຈບັນດາຄະນະລັດຖະມົນຕີ ສຳລັບວຽກງານຂອງພວກເຂົາເຈົ້າ ກ່ອນໜ້າພິທີສາບານຕົວຂອງທານ ໃນວັນທີ 7 ພຶດສະພາ 2024.

ສະຫະລັດ ແລະບັນດາປະເທດໃນສະຫະພາບຢູໂຣບ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະບໍ່ໄປຮ່ວມໃນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ວລາດີເມຍ ປູຕິນ ໃນວັນອັງຄານມື້ນີ້.

“ພວກເຮົາຈະບໍ່ມີຜູ້ຕາງໜ້າໃດໆຢູ່ທີ່ພິທີສາບານຕົວ” ທ່ານແມັດຕີວ ມີລເລີ (Matthew Miller) ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວໃນວັນຈັນວານນີ້.

ເຈົ້າໜ້າທີ່ອາວຸໂສຂອງວັງເຄຣມຣິນ ໄດ້ກ່າວວ່າ ບັນດາຜູ້ນຳຂອງສະຖານທູດຢູ່ໃນນະຄອນຫຼວງມຸສກູ ທັງໝົດໄດ້ຖືກເຊື້ອເຊີນໃຫ້ມາຮ່ວມໃນງານດັ່ງກ່າວ ອົງການຂ່າວ ອິນເຕີແຟັກສ໌ (Interfax) ໄດ້ລາຍງານ ອີງຕາມອົງການຂ່າວຣອຍເຕີສ໌.

ຊາວປະເທດທີ່ເປັນສະມາຊິກຂອງສະຫະພາບຢູໂຣບ ວາງແຜນຮ່ວມກັນບໍ່ໄປເຂົ້າຮ່ວມ ຫຼືທີ່ເອີ້ນວ່າ boycott ນັ້ນ ໃນພິທີສາບານຕົວຂອງທ່ານປູຕິນ ເປັນປະທານາທິບໍດີ ສະໄໝທີຫົກ ແຕ່ອີກເຈັດປະເທດ ແມ່ນຄາດກັນວ່າ ຈະສົ່ງຜູ້ຕາງໜ້າໄປ ດັ່ງທີ່ນັກການທູດຂອງປະເທດຢູໂຣບ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌.

ສ່ວນຢູເຄຣນ ໄດ້ຮຽກຮ້ອງຕໍ່ບັນດາພັນທະມິດຂອງຕົນ ບໍ່ໃຫ້ໄປຮ່ວມ.

ຢູເຄຣນ ເຫັນວ່າ ບໍ່ມີພື້ນຖານທາງກົດໝາຍໃດໆສຳລັບການຮັບຮູ້ລາວ ຄືຜູ້ຖືກເລືອກຢ່າງເປັນປະຊາທິປະໄຕ ແລະມີຄວາມຊອບທຳໃຫ້ເປັນປະທານາທິບໍດີຂອງສະຫະພັນຣັດເຊຍ” ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ໄດ້ກ່າວ ໃນຖະແຫລງການສະບັບນຶ່ງ.

ທ່ານປູຕິນ ໄດ້ຊະນະການເລືອກຕັ້ງ ດ້ວຍຄະແນນສຽງເກືອບ 88 ເປີເຊັນ ໃນເດືອນມີນາ ພຽງບໍ່ເທົ່າໃດອາທິດ ຫຼັງຈາກທີ່ ຄູ່ແຂ່ງດ້ານການເມືອງທີ່ໃຫຍ່ທີ່ສຸດຂອງທ່ານ ກໍຄື ທ່ານອາແລັກເສ ນາວາລນີ ໄດ້ເສຍຊີວິດຢູ່ໃນຄຸກ.

ບັນດາປະເທດຕາເວັນຕົກທັງຫຼາຍ ໄດ້ປະນາມການເລືອກຕັ້ງຄືນໃໝ່ນັ້ນ ວ່າ ບໍ່ເປັນໄປຕາມປະຊາທິປະໄຕ.

ພິທີສາບານຕົວ ມີຂຶ້ນຫຼາຍກວ່າສອງປີ ຫຼັງຈາກທີ່ ຣັດເຊຍ ໄດ້ເລີ້ມບຸກລຸກຢູເຄຣນຢ່າງເຕັມຮູບແບບ.

ຝຣັ່ງ ແມ່ນຄາດໝາຍວ່າ ຈະສົ່ງຜູ້ຕາງໜ້າໄປຮ່ວມໃນງານ ເຖິງແມ່ນວ່າ ປາຣີ ເພີ້ມການສະໜັບສະໜຸນຂອງຕົນແກ່ຢູເຄຣນ ເມື່ອບໍ່ເທົ່າໃດມໍ່ໆມານີ້ ກໍຕາມ. ປະທານທິບໍດີຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວເມື່ອອາທິດແລ້ວນີ້ ວ່າ ທ່ານຈະພິຈາລະນາສົ່ງທະຫານໄປຍັງຢູເຄຣນ.

The United States and most European Union countries said they will skip Russian President Vladimir Putin’s swearing-in ceremony on Tuesday.

"We will not have a representative at his inauguration," Matthew Miller, U.S. State Department spokesman, said Monday.

A senior Kremlin official said the heads of all the foreign diplomatic missions in Moscow had been invited to attend the event, the Interfax news agency reported, according to Reuters.

Twenty EU member states plan to boycott Putin’s inauguration for a sixth term, but seven others are expected to send a representative, a European diplomat told Reuters.

Ukraine urged allies to not attend.

"Ukraine sees no legal grounds for recognizing him as the democratically elected and legitimate president of the Russian Federation," the Ukrainian Foreign Ministry said in a statement.

Putin won nearly 88% of the vote in the presidential election in March, just weeks after his greatest political foe Alexey Navalny died in jail.

Western nations condemned the reelection as undemocratic.

The inauguration comes more than two years after Russia launched its full-scale invasion of Ukraine.

France is expected to send a representative to the event despite Paris increasing its support for Ukraine in recent months. French President Emmanuel Macron said last week he would consider sending troops to Ukraine.

Germany's Foreign Ministry said it would not be represented at the inauguration, while Gabrielius Landsbergis, Lithuania’s foreign minister, said Russia must continue to be isolated because of its “criminal leader.”

"Participation in Putin's inauguration is not acceptable for Lithuania,” he said. “Our priority remains support for Ukraine and its people fighting against Russian aggression."

Some information for this report came from Reuters and Agence France-Presse.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG