ໜັງສືພິມສະບັບນຶ່ງຂອງສະຫະລັດ ລາຍງານວ່າ ລັດຖະບານກາງຂອງສະຫະລັດມີກຳນົດທີ່
ຈະຍື່ນສຳນວນຟ້ອງຕໍ່ສະຖາບັນການເງິນຂະໜາດໃຫຍ່ຫຼາຍກວ່າ 12 ສະຖາບັນ ທີ່ໄດ້ບິດ
ເບືອນກ່ຽວກັບຄຸນນະພາບຂອງຫຼັກຊັບ ທີ່ໄດ້ຮັບການໜຸນຫຼັງໂດຍການໃຫ້ເງິນກູ້ຢືມໃນການ
ຊື້ເຮືອນຫຼື Mortgage ທີ່ມີບົດບາດອັນສຳຄັນໃນວິກິດການດ້ານການເງິນປີ 2008 ນັ້ນ.
ໜັງສືພິມ New York Times ລາຍງານວ່າ ອົງການຄຸ້ມດ້ານການເງິນສຳລັບຊື້ບ້ານເຮືອນ ຂອງລັດຖະບານກາງສະຫະລັດ ພວມດຳເນີນມາດຕະການຕໍ່ທະນາຄານ Bank of Ame-
rica, JPMorgan Chase, Goldman Sachs ແລະທະນາຄານອື່ນໆອີກ.
ທະນາຄານເຫຼົ່ານີ້ໄດ້ນຳເອົາເງິນທີ່ໃຫ້ການກູ້ຢືມໃນການຊື້ເຮືອນມາໂຮມເຂົ້າກັນແລ້ວກໍຂາຍ
ໃຫ້ແກ່ພວກນັກລົງທຶນ ຮວມທັງບັນດາບໍລິສັດໃຫ້ເງິນກູ້ຢືມໃນການຊື້ເຮືອນທີ່ໄດ້ຮັບການສະ ໜັບສະໜຸນຂອງລັດຖະບານກາງສະຫະລັດ Fannie Mae ແລະ Freddie Mac ໃນລະ
ຫວ່າງທີ່ເກີດຟອງສະບູກ່ຽວກັບລາຄາເຮືອນນັ້ນ.
ໜັງສືພິມຂອງສະຫະລັດສະບັບນີ້ເວົ້າວ່າ ອົງການຄຸ້ມດ້ານການເງິນສຳລັບຊື້ບ້ານເຮືອນຂອງ
ລັດຖະບານກາງສະຫະລັດ ຈະໂຕ້ແຍ້ງວ່າ ທະຫານນາຄານເຫຼົ່ານີ້ ບໍ່ມີຫຼັກຖານພຽງພໍທີ່ສະ
ໜັບສະໜຸນພວກເຈົ້າຂອງເຮືອນ ໄດ້ເພີ່ມ ຫຼືມີການປ່ຽນແປງລາຍໄດ້. ເວລາພວກເຈົ້າຂອງ ເຮືອນເຫຼົ່ານີ້ບໍ່ສາມາດຈ່າຍເງິນກູ້ຢືມຄ່າເຮືອນໄດ້ຫຼັກຊັບກໍຕົກລາຄາ.
ບໍລິສັດ Fannie Mae ແລະ Freddie Mac ໄດ້ລຸນທຶນກ່ຽວກັບຫຼັກຊັບຮວມກັນແລ້ວຕົກ
ເປັນເງິນຫຼາຍກວ່າ 30 ພັນລ້ານໂດລາ. ໜັງສືພິມ New York Times ລາຍງານວ່າອົງ
ການຄຸ້ມດ້ານການເງິນສຳລັບຊື້ບ້ານເຮືອນຂອງລັດຖະບານກາງສະຫະລັດພວມຊອກຫາຊ່ອງ
ທາງໃຫ້ທະນາຄານເຫຼົ່ານີ້ໃຊ້ໜີ້ໃນການລຸບທຶນນັ້ນ ຄືນໃຫ້ລັດຖະບານ.