ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ກັບຈີນ ໄດ້ວາງ​ອັດ​ຕາ ​ພາ​ສີ ​ຊຸດ​ໃໝ່ ຕໍ່​ກັນ ໃນການ ເຮັດ ສົງ​ຄາມ ​ການ​ຄ້າ

New York Police salute as a hearse carrying the casket of NYPD Officer Wilbert Mora is escorted down Fifth Avenue after his funeral service St. Patrick's Cathedral in New York. Mora was shot along with Officer Jason Rivera on Jan. 22 while responding to a call about a domestic argument in an apartment.

ບັນຫາການ​ເກັບ​ພາ​ສີ ທີ່​ຕອບ​ໂຕ້​ກັນ​ໄປ​ມາ ອີກ​ຊຸດ​ນຶ່ງ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ
ຕໍ່​ສິນ​ຄ້າ​ຂອງ​ກັນ​ ແລະ​ກັນ ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ໃນ​ວັນ​ຈັນ​ມື້ນີ້.

ການວາງ​ອັດ​ຕາ​ພາ​ສີຮອບ​ໃໝ່​ຂອງ​ສະ​ຫະ​ລັດ ​ຕໍ່​ສິນ​ຄ້າ​ຈີນ ​ທີ່​ມີ​ມູນ​ຄ່າ 200 ຕື້​ໂດ​ລາ
ແລະການ​ເກັບ​ພາ​ສີ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ ຊຸດ​ນຶ່ງ​ຂອງ​ຈີນຕໍ່​ສິນ​ຄ້າ​ຂອງ​ສະ​ຫະ​ລັດ
ໃນ​ມູນ​ຄ່າ 60 ຕື້​ໂດ​ລານັ້ນ ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ໃນ​ເວ​ລາ 12:01 ກາງ​ຄືນ ​ຕາມ​ເວ​ລາ
​ໃນ​ວໍ​ຊິງ​ຕັນ ຫລື 04:01 ໂມງ​ເຊົ້າ​ຕາມ​ເວ​ລາ​ສາ​ກົນ.

ອັດ​ຕາພາ​ສີ​ໃໝ່​ຂອງ​ສະ​ຫະ​ລັດ ແມ່ນກວາມ​ເອົາ​ສິນ​ຄ້າ​ຂອງ​ຈີນ ຫລາຍ​ພັນ​ຊະ​ໜິດ ຊຶ່ງ​
ລວມ​ມີເຄື່ອງ​ເອ​ເລັກ​ໂທ​ຣ​ນິກ, ອາ​ຫານ, ເຄື່ອງ​ມືແລະ​ເຄື່ອງ​ໃຊ້​ໃນ​ເຮືອນ. ການເກັບພາ
​ສີ​ຊຸດໃໝ່ນີ້ ເລີ້ມ​ຕົ້ນ​ແຕ່ອັດ​ຕາ 10 ເປີ​ເຊັນ ຈາກນັ້ນ ກໍ​ຈະ​ເພີ້ມຂຶ້ນ ​ເຖິງ 25 ເປີ​ເຊັນ​ໃນ​
ວັນ​ທີ 1 ມັ​ງກອນ, 2019. ຄະ​ນະ​ລັດຖະ​ບານ ຂອງ​ທ່ານ​ທ​ຣຳໄດ້​ຍົກ​ເວັ້ນ​ພາ​ສີ​ໃຫ້​ແກ່
​ສິນ​ຄ້າ​ປະ​ເພດ​ອື່ນຫລາຍ​ຢ່າງ ຢູ່​ໃນ​ການ​ເກັບ​ພາ​ສີ​ຊຸດ​ໃໝ່​ນີ້ ລວມ​ມີ ໂມງ​ສະ​ຫລາດ,
ເຄື່ອງ​ອຸ​ປະ​ກອນ​ບ​ລູ​ທູດ (Bluetooth) ແລະ​ຕັ່ງ​ນັ່ງສຳ​ລັບ​ເດັກ​ນ້ອຍ​ນັ່ງ​ຢູ່​ໃນ​ລົດ.

ເກີບ​ເດ​ັກນ້ອຍ​ທີ່ມີ​ທຸງ​ສະ​ຫະ​ລັດ ກັບທຸງ​ຈີນ ຖືກວາງ​ຂາຍ​ຢູ່​ໃນຮ້ານ​ຄ້າ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ປັກ​ກິ່ງ ໃນ​ວັນ​ທີ 13 ກໍ​ລະ​ກົດ 2018
ເກີບ​ເດ​ັກນ້ອຍ​ທີ່ມີ​ທຸງ​ສະ​ຫະ​ລັດ ກັບທຸງ​ຈີນ ຖືກວາງ​ຂາຍ​ຢູ່​ໃນຮ້ານ​ຄ້າ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ປັກ​ກິ່ງ ໃນ​ວັນ​ທີ 13 ກໍ​ລະ​ກົດ 2018

ຢູ່​ໃນ​ການ​ໃຫ້​ສຳ​ພາດ​ໂດຍໂທ​ລະ​ພາບ ຟັອກ​ສ໌ ນີວ​ສ໌ (Fox News) ໃນ​ວັນ ອາ​ທິດ
​ວານນີ້ ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ໃຫ້
​ຄຳ​ໝັ້ນສັນ​ຍາ​ວ່າ ສະ​ຫະ​ລັດ ຈະ​ຊະ​ນະ​ໃນ​ການ​ເຮັດ​ສົງ​ຄາມ​ທາງ​ການ​ຄ້າທຸກ​ອັນກັບ
​ຈີນ. ທ່ານ​ເວົ້າ​ວ່າ "ພວກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ຈາກ​ການ​ເກັບ​ພາ​ສີນີ້ ໂດຍທີ່ມັນ​ຈະ​ບັງ​ຄັບ
​ໃຫ້​ຈີນ ປະ​ພຶດ​ໃນ​ລັກ​ສະ​ນະ​ທີ່​ວ່າ ຖ້າ​ເຈົ້າ​ຫາກ​ຢາກເປັນ​ມະ​ຫາ​ອຳ​ນາດ, ມະ​ຫາ​ອຳ​ນາດ
ຂອງ​ໂລກ​ ປະ​ເທດ​ນຶ່ງ ເຈົ້າ​ກໍ​ຈະບໍ່ລັກຂະໂມຍຊັບ​ສິນທາງ​ດ້ານສະຕິປັນ​ຍາ​ຂອງ​ປະ​
ເທດ​ອື່ນ."

ແຕ່​ວ່າ ຢູ່​ໃນ​ຖະ​ແຫລງ​ການ​ດ້ານ​ນະ​ໂຍ​ບາຍທີ່​ເຜີຍ​ແຜ່​ອອກ​ມາ ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​
ພາຍ​ຫລັງ​ທີ່ ​ການ​ເກັບ​ພາ​ສີຂອງ​ທັງ​ສອງ​ຝ່າຍ ເລີ້​ມ​ມີ​ຜົນ​ບັງ​ຄັບ​ໃຊ້ ນັ້ນ ຈີນ​ໄດ້​ກ່າວ​ຫາ​
ວໍ​ຊິງ​ຕັນ​ວ່າ ໃຊ້​ການ​ເກັບ​ພາ​ສີເປັນ​ເຄື່ອງ​ມື ນາບ​ຂູ່​ປະ​ເທດ​ອື່ນ ໃຫ້​ຍອມ​ເຮັດ​ຕາມ​ໃຈ
​ຂອງ​ສະ​ຫະ​ລັດ ໃນ​ເລື້ອງ​ເສດ​ຖະ​ກິດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG