ອອກຕິດ ຕາມຂ່າວການຫາຍສາບສູນຂອງຄົນລາວອາເມຣິກັນ
ສາມຄົນຈາກລັດ ມິນນີໂຊຕາ.
ໃນວັນພະຫັດວານນີ້ ຫລັງຈາກວີໂອເອພາກພາສາລາວ ໄດ້
ອອກລາຍງານກ່ຽວກັບການຫາຍສາບສູນຂອງບຸກຄົນດັ່ງກ່າວ
ໄປແລ້ວນັ້ນ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການ
ຕ່າງປະເທດສະຫະລັດ ໄດ້ກ່າວຕໍ່ນັກຂ່າວວີໂອເອ ທີ່ປະຈໍາ
ຢູ່ກະຊວງ ວ່າ:
“ພວກເຮົາຊາບດີ ກ່ຽວກັບລາຍງານຂ່າວທີ່ວ່າ ພົນລະ
ເມືອງສະຫະລັດ ເຊື້ອສາຍລາວ 3 ຄົນ ໄດ້ຫາຍສາບ
ສູນໄປຢູ່ໃນປະເທດລາວ. ທາງສະຖານທູດຂອງພວກ
ເຮົາຢູ່ວຽງຈັນ ກໍກໍາລັງສືບສວນກ່ຽວກັບເລື້ອງນີ້ຢູ່ ແລະກໍໄດ້ຕິດຕໍ່ພົວພັນກັບ
ທາງການລາວຢູ່ຕະຫລອດມາ ເພື່ອຊອກຫາຂ່າວຄາວເພິ່ມຕຶ່ມ. ເວລານີ້ ເຈົ້າໜ້າທີ່ສະຖານທູດກໍໄດ້ເດີນທາງໄປຍັງເຂດທີ່ມີຂ່າວວ່າ ຜູ້ຊາຍທັງສາມໄດ້ຫາຍໂຕໄປນັ້ນແລ້ວ ເພື່ອຊອກຫາຂໍ້ມູນຄວາມຈິງກ່ຽວກັບຄະດີນີ້. ເຮົາບໍ່ສາມາດຈະໃຫ້ຂໍ້ມູນເພິ່ມຕຶ່ມອີກໄດ້ໃນເວລານີ້ ເພາະຕ້ອງຄໍານຶງເຖິງເລື້ອງຄວາມເປັນສ່ວນໂຕຂອງທາງຄອບຄົວຂອງພວກກ່ຽວ.
ທ່ານສຸຣິ ກອງດາຣາວົງ ກັບທ່ານບຸນມາ ປັນຍາພັນ ແລະທ່ານບຸນທ່ຽງ ອິນສີຊຽງໃໝ່
ໄດ້ເດີນທາງໄປຢ້ຽມຢາມປະເທດລາວ ຕັ້ງແຕ່ ທ້າຍປີ 2012 ແຕ່ວ່າຫລັງຈາກວັນທີ
5 ເດືອນມັງກອນປີນີ້ເປັນຕົ້ນມາ ກໍບໍ່ໄດ້ໂທລະສັບ ຕິດຕໍ່ຄືນມາຫາ ຄອບຄົວຢູ່ທາງສະຫະລັດພີ້ອີກເລີຍ.
ຕໍ່ມາ ກໍມີລາຍງານຂ່າວວ່າ ມີລົດຕູ້ຄັນນຶ່ງຖືກໄຟໄໝ້ໃນລະຫວ່າງທາງຈາກສະຫວັນນະເຂດ ໄປຫາແກ້ງກອກ ແລະມີສາມຄົນຖືກໄຟໄໝ້ເສຍຊີວິດ ຢູ່ໃນລົດຕູ້ຄັນນັ້ນ.
ທ່ານນາງຄໍາໝັ້ນ ພັນລະຍາຂອງທ່ານສຸຣິ ກົງດາຣາວົງ ກ່າວກັບວີໂອເອວ່າ ຕົນໄດ້ຍິນຂ່າວກ່ຽວກັບລົດທີ່ຖືກໄຟໄໝ້ນັ້ນຢູ່ ແຕ່ກໍຍັງບໍ່ໄດ້ຮັບການຢືນຢັນຈາກທາງການລາວເທື່ອວ່າ ນຶ່ງໃນສາມຄົນທີ່ເຄາະຮ້າຍຖືກໄຟໄໝ້ຕາຍໃນລົດຕູ້ນັ້ນ ແມ່ນສາມີຂອງຕົນຫລືບໍ່?
ເບິ່ງຄວາມເຫັນ (7)
ໂຫລດຄວາມເຫັນ ຕື່ມອີກ