ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເສີມສ້າງ ລະບົບປ້ອງກັນລູກສອນໄຟ ເພື່ອຮັບມືກັບ ເກົາຫຼີເໜືອ ແລະອິຣ່ານ


ລູກສອນໄຟສໍາລັບ​ຍິງ​ຂຶ້ນສະກັດ​ກັ້ນ​ ຫຼື Interceptor ລູກນຶ່ງຂອງ ສະຫະລັດ ທີ່ເກັບໄວ້ຢູ່ບ່ອນຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່
Ft. Greely ລັດ Alaska.
ລູກສອນໄຟສໍາລັບ​ຍິງ​ຂຶ້ນສະກັດ​ກັ້ນ​ ຫຼື Interceptor ລູກນຶ່ງຂອງ ສະຫະລັດ ທີ່ເກັບໄວ້ຢູ່ບ່ອນຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ Ft. Greely ລັດ Alaska.
ສະຫະລັດກໍາລັງຈະເສີມສ້າງລະບົບປ້ອງກັນລູກສອນໄຟ ທີ່ມີ
ຖານຕັ້ງຢູ່ ພາກພື້ນດິນຂອງ​ຕົນ ​ໃຫ້ເຂັ້ມແຂງຍິ່ງຂຶ້ນ ຫຼັງຈາກມີ​
ການຂົ່ມຂູ່ໂດຍເກົາຫຼີ ເໜືອ ຕໍ່ເກົາຫຼີໃຕ້ແລະສະຫະລັດ. Dan
Robinson ຜູ້ສື່ຂ່າວອາວຸໂສປະຈໍາທໍານຽບຂາວ ລາຍງານວ່າ
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດ​ໄດ້​ຖະ​ແຫຼງ​
ກ່ຽວ​ກັບ​ເລື້ອງ​ນີ້ຕໍ່ພວກນັກຂ່າວ ທີ່ວໍຊິງຕັນເມື່ອ​ໄວໆ​ມານີ້.

ລູກສອນໄຟສໍາລັບ​ຍິງ​ຂຶ້ນສະກັດ​ກັ້ນ​ 14 ລູກ ທີ່ສາມາດທໍາ
ລາຍລູກສອນໄຟຂີປະນາວຸດຢູ່ເທິງນ່ານຟ້າ ຈະຖືກຕິດຕັ້ງ
ເສີມຕື່ມໃສ່ ກັບລະບົບປ້ອງກັນຝັ່ງຕາເວັນຕົກ ທີ່ມີຢູ່ແລ້ວ.

ເກົາຫຼີເໜືອໄດ້ທໍາການທົດລອງນີວເຄຼຍຄັ້ງທີ່ສາມຂອງຕົນ
ເມື່ອເດືອນຜ່ານມາ. ພຽງຢາງໄດ້ຂົ່ມຂູ່ຈະໂຈມຕີສະຫະລັດ ແລະເກົາຫຼີໃຕ້ດ້ວຍນີວເຄຼຍກ່ອນ ແລະ​ໄດ້ເພີ່ມການຂົ່ມ
ຂູ່ຕື່ມຂຶ້ນອີກ ຕໍ່ໜ້າການຊ້ອມລົບຮ່ວມລະຫວ່າງສະຫະລັດ
ແລະເກົາຫຼີໃຕ້.

ນອກນີ້ແລ້ວ ເກົາຫຼີເໜືອຍັງໄດ້ຂົ່ມຂູ່ທີ່ຈະລົບລ້າງສັນຍາສະຫງົບ​ເສິກ ຄັ້ງປີ 1953 ທີ່ ຍຸດຕິສົງຄາມເກົາຫຼີນັ້ນ.

ລມຕ ປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ໂອ້ລົມກັບ ນັກຂ່າວ ຫລັງຈາກປະກາດແຜນການ ຂອງສະຫະລັດ ທີ່ຈະຕິດຕັ້ງ ລູກສອນໄຟ ສະກັດກັ້ນ ຕື່ມອີກ 14 ລູກ ຢູ່ຝັ່ງຕາເວັນຕົກ ຂອງສະຫະລັດ, ຢູ່ທໍານຽບ 5 ແຈ, ວັນທີ 15 ມີນາ 2013.
ລມຕ ປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ໂອ້ລົມກັບ ນັກຂ່າວ ຫລັງຈາກປະກາດແຜນການ ຂອງສະຫະລັດ ທີ່ຈະຕິດຕັ້ງ ລູກສອນໄຟ ສະກັດກັ້ນ ຕື່ມອີກ 14 ລູກ ຢູ່ຝັ່ງຕາເວັນຕົກ ຂອງສະຫະລັດ, ຢູ່ທໍານຽບ 5 ແຈ, ວັນທີ 15 ມີນາ 2013.

ທ່ານ Chuck Hagel ລັດຖະມົນຕີປ້ອງ​ກັນປະເທດ
ສະຫະລັດເວົ້າວ່າ ສະຫະລັດກໍາລັງເຄຶ່ອນໄຫວ ເພື່ອ
ກຽມຮັບມືກັບການທ້າທາຍ ທີ່ຈະ​ມາ​ຈາກຄວາມ​ສາ
ມາດ​ດ້ານການພັດທະນາລູກສອນໄຟຂີປະນາວຸດ
ໄລຍະໄກ ຂອງເກົາຫຼີເໜືອ ແລະອິຣ່ານ.

ທ່ານ ເຮເກິ່ລ ເວົ້າວ່າ: “ສະຫະລັດມີລະບົບປ້ອງກັນ
ລູກສອນໄຟຕິດຕັ້ງໄວ້ແລ້ວ ເພື່ອປ້ອງກັນພວກເຮົາ
ຈາກການໂຈມຕີດ້ວຍລູກສອນໄຟຂີປະນາ
ວຸດຂ້າມ
ທະວີບທີ່ຈໍາກັດ ແຕ່
ວ່າ ເກົາຫຼີເໜືອໂດຍສະເພາະ
ແມ່ນໄດ້ທໍາຄວາມກ້າວໜ້າໃນສະມັດຖະພາບຂອງຕົນ
ແລະໄດ້
ທໍາ​ການເກາະຜິດຄິດຮ້າຍຢ່າງຂາດສະຕິ ແລະຂາດຄວາມຮັບຜິດຊອບ
ຫຼາຍໆຄັ້ງ
ມື່ອບໍ່ດົນມານີ້.”

ລູກສອນໄຟສະກັດ​ກັ້ນ ຕື່ມອີກ 14 ລູກນີ້ ຈະເພີ່ມຈໍານວນ ທີ່​ມີຢູ່ໃນສະຫະລັດ ຂຶ້ນເປັນ
44 ລູກ ຊຶ່ງທ່ານ Hagel ເວົ້າວ່າ ນີ້ຈະເປັນການເພີ່ມສະມັດຖະພາບດ້ານການປ້ອງກັນ
ຂຶ້ນ 50 ເປີເຊັນ.

ນອກນີ້​ແລ້ວ ກໍ​ໄດ້​ມີ​ການປະກາດ​ໃຫ້​ຊາບ ກ່ຽວ​ກັບແຜນການທີ່ຈະສ້າງສະຖານີເຣດາ
ເພີ່ມອີກແຫ່ງນຶ່ງໃນຍີ່ປຸ່ນ ແລະການສຶກສາຄົ້ນຄວ້າດ້ານ​ສະພາບແວດລ້ອມ ສໍາລັບຕິດ
ຕັ້ງລະບົບລູກສອນໄຟຕໍ່ຕ້ານລູກສອນໄຟ ຂຶ້ນຕື່ມອີກແຫ່ງນຶ່ງ ໃນສະຫະລັດ.

ນອກ​ນັ້ນ​ອີກ ສະຫະລັດ​ຈະ​ຫັນປ່ຽນພາກສ່ວນນຶ່ງ ຂອງລະບົບປ້ອງກັນລູກສອນໄຟທີ່
ປັບຕົວເປັນຂັ້ນໆສໍາລັບພາກພື້ນຢູໂຣບນັ້ນ ​ໄປ​ສົ່ງ​ເສີມລະບົບຖານປ້ອງກັນຢູ່ພາກພື້ນ
ດິນ ຂອງສະຫະລັດ. ທ່ານ Hagel ເວົ້າວ່າ ການ ເຄຶ່ອນໄຫວຄັ້ງນີ້ ບໍ່ໄດ້ເຮັດໃຫ້ຄວາມ
ມຸ້ງໝັ້ນຂອງສະຫະລັດ ຕໍ່ລະບົບປ້ອງກັນລູກ​ສອນ​ໄຟຂອງເນໂຕ້ນັ້ນ ຫລຸດນ້ອຍລົງໄປ
ແຕ່ຢ່າງໃດ ຫຼືວ່າກະທົບຕໍ່ແຜນການທີ່​ຈະ​ຕິດ​ຕັ້ງລະບົບຕໍ່ຕ້ານ ຫຼືສະກັດກັ້ນລູກສອນ
ໄຟ 23 ລູກ ຢູ່ໃນປະເທດໂປແລັນ.

ທ່ານ James Miller ຮອງລັດຖະມົນຕີປ້ອງກັນປະເທດຮັບຜິດຊອບຝ່າຍນະໂຍບາຍ
ດ້ານ​ການ​ປ້ອງ​ກັນເວົ້າວ່າ ສະຫະລັດກໍໄດ້ແຈ້ງ​ແຜນການ​ເຫຼົ່ານີ້ ໃຫ້ເກົາຫຼີໃຕ້ແລະຍີ່ປຸ່ນ
ຮູ້ແລ້ວ ພ້ອມທັງຈີນນໍາ ແຕ່ທ່ານ Miller ບໍ່ຂໍ​ເວົ້າເຖິງປະຕິກິລິຍາຕອບຂອງປັກກິ່ງ.

ຂະນະ​ດຽວ​ກັນ ພົນເຮືອເອກ James Winnefeld ຮອງປະທານເສນາທິການຮ່ວມ
ສະຫະລັດ ກໍໄດ້ອ້າງເຖິງຄໍາປາໄສຂອງທ່ານ Tom Donilon ທີ່ປຶກສາຄວາມໝັ້ນຄົງ
ແຫ່ງຊາດຂອງປະທານາທິບໍດີໂອບາມາ ເມື່ອ​ໄວໆນີ້ ທີ່ເວົ້າວ່າ ສະຫະລັດມີຄວາມ
ສາມາດຢ່າງເຕັມສ່ວນໃນການຕອບໂຕ້ ຕໍ່ພຶດຕິກໍາຂອງເກົາຫຼີເໜືອ.

ພົນເຮືອເອກ Winnefeld ເວົ້າວ່າ: “ພວກເຮົາບໍ່​ໄດ້ຕັ້ງ​ໃຈ​ ແຕ່ພຽງຈະຕິດຕັ້ງ
ລະບົບກົນໄກເພື່ອຍັບຍັ້ງວັດຖຸປະສົງໃດໆທີ່ອາດເປັນໄປໄດ້ຂອງເກົາຫຼີເໜືອ
ທີ່ຈະຍິງລູກສອນໄຟ
ໂຈມ​ຕີສະຫະລັດເທົ່ານັ້ນ ແຕ່ຍັງຈະ​ສ້າງ​ຄວາມເສຍຫາຍ​ໃຫ້ແກ່ພວກເຂົາເຈົ້ານໍາ ຖ້າຫາກວ່າເຂົາເຈົ້າເຮັດ​ເຊ່ນນັ້ນແທ້ ແລະພວກເຮົາ
ກໍເຊື່ອວ່າ ມັນ​ໜ້າຈະ​ຍັບ​ຍັ້ງຂັດຂວາງໜຸ່ມນ້ອຍ ກິມຈົງອຸນ ໄວ້​ໄດ້ຕ່ຖ້າຫາກ
ວ່າ
ບໍ່​ໄດ້ ພວກເຮົາກໍ​ຈະພ້ອມທີ່​ຈະຮັບມື.”

ພົນ​ເຮືອ​ເອກ Winnefeld ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າວໃນ​ຂະນະ​ທີ່​ຖະ​ແຫຼງກ່ຽວ​ກັບຄວາມ ເປັນຫ່ວງຂອງສະຫະລັດ ​ໃນ​ເລື້ອງການເລັ່ງລັດພັດທະນາ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ທີ່ໄດ້ຖືກຍົກລະດັບຂຶ້ນ ຫຼັງຈາກທີ່ຈະຫຼວດ Taepodong-2 ຂອງ ເກົາຫຼີເໜືອ ນໍາສົ່ງດາວທຽມດວງນຶ່ງຂຶ້ນ ສູ່ວົງໂຄຈອນອ້ອມໂລກ ເມື່ອປີຜ່ານມາ.

ຮອງລັດຖະມົນຕີ ມິລເລີ ​ກ່າວວ່າ ມີລາຍງານວ່າ ຢ່າງໜ້ອຍລູກສອນໄຟ ລຸ່ນ KN-08 ຂອງເກົາຫຼີເໜືອ ອາດມີຄວາມສາມາດບິນໄປໄດ້ໄກເຖິງສະຫະລັດ ​ແຕ່ທ່ານຂໍບໍ່ເວົ້າ​ເຖິງລາຍລະອຽດຂອງ​ການ​ຕີ​ລາຄາຂ່າວລັບ ກ່ຽວກັບສະຖານະພາບການພັດທະນາ ຂອງລູກສອນໄຟດັ່ງກ່າວ.

ແຜນການ​ເສີມ​ກໍາລັງ​ຕໍ່ຕ້ານ​ລູກ​ສອນ​ໄຟ​ຂອງ​ສະຫະລັດນີ້ ຮຽກຮ້ອງ​ໃຫ້ນໍາ​ເອົາລູກສອນ
​ໄຟ​ສະກັດ​ກັ້ນຊຸດໃໝ່ 14 ລູກ​ນັ້ນ ອອກຕິດຕັ້ງປະ​ຈໍາ​ການ ພາຍໃນປີ 2017 ທີ່ຈະມີມູນ ຄ່າປະມານ ນຶ່ງພັນລ້ານໂດລາ. ທາງການສະຫະລັດເວົ້າວ່າ ການລົດລອງເພີ່ມຕື່ມຈະມີ
ຂຶ້ນໃນບໍ່ເທົ່າໃດເດືອນຕໍ່ໜ້ານີ້.
XS
SM
MD
LG