ກອງທັບສະຫະລັດ ກ່າວວ່າ ລະບົບປ້ອງກັນລູກສອນໄຟ ທີ່ກຳລັງຕິດຕັ້ງຢູ່ເກົາຫລີໃຕ້
ນັ້ນ ບັດນີ້ມີຄວາມສາມາດທີ່ໃນການສະກັດກັ້ນ ລູກສອນໄຟທີ່ຍິງມາຈາກເກົາຫຼີເໜືອ
ໄດ້ແລ້ວ.
ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດກ່າວວ່າ ລະບົບຕໍ່ຕ້ານລູກສອນໄຟທີ່ ຍິງ
ມາໃນລະດັບສູງທີ່ເອີ້ນວ່າ THAAD ນັ້ນ ມີ “ຄວາມສາມາດສະກັດກັ້ນໃນຂັ້ນຕົ້ນ”
ແຕ່ເຂົາເຈົ້າກໍໄດ້ລະມັດລະວັງໂດຍກ່າວວ່າ ວຽກງານຈະດຳເນີນຕໍ່ໄປໃນອີກຫຼາຍ
ເດືອນຂ້າງໜ້າ ເພື່ອເຮັດໃຫ້ລະບົບດັ່ງກ່າວ ປະຕິບັດງານໄດ້ຢ່າງ
ເຕັມອັດຕາ.
ລະບົບຕໍ່ຕ້ານລູກສອນໄຟ THAAD ກຳລັງຖືກຕິດຕັ້ງຢູ່ບ່ອນທີ່ເຄີຍເປັນເດີ່ນຫລີ້ນ
ກັອຟໃນເມືອງ Seongju ໂດຍມີເປົ້າໝາຍທີ່ຈະຊ່ວຍປ້ອງກັນຕໍ່ຕ້ານລູກສອນໄຟຂີ
ປະນາວຸດ ທີ່ຍິງມາຈາກເກົາຫລີເໜືອ.
ຈີນໄດ້ຄັດຄ້ານ ລະບົບຕໍ່ຕ້ານລູກສອນໄຟ THAAD ຢ່າງແຮງ ຍ້ອນເຫັນວ່າລະບົບ
ດັ່ງກ່າວອາດຈະເປັນໄພຂົ່ມຂູ່. ໂຄສົກກະຊວງຕ່າງປະເທດຈີນ ທ່ານ Geng Shuang
ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ ຈີນຮຽກຮ້ອງໃຫ້ຢຸດເຊົາການຕິດຕັ້ງ
ໃນທັນທີ.
ເກົາຫລີເໜືອໄດ້ພັດທະນາລູກສອນໄຟຂີປະນາວຸດ ແລະໃນໄລຍະຫລາຍເດືອນຜ່ານ
ມານີ້ ໄດ້ທຳການທົດລອງ ທີ່ປະສົບກັບຄວາມລົ້ມແຫລວຢ່າຕໍ່ເນື່ອງ ເທື່ອສຸດທ້າຍ ໄດ້
ມີຂຶ້ນໃນວັນເສົາແລ້ວນີ້.