ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາງງາມສະຫະລັດ ຄວ້າເອົາ ຕໍາແໜ່ງ ນາງງາມຈັກກະວານ ມາຄອງ (ສະໄລດ໌)


태국 방콕에서 영화 스타워즈 캐릭터 코스튬을 입은 사람들이 적십자사에 헌혈을 하러 왔다.
태국 방콕에서 영화 스타워즈 캐릭터 코스튬을 입은 사람들이 적십자사에 헌혈을 하러 왔다.
ຍິງສາວຊາວອາເມຣິກັນຜູ້ນຶ່ງ ໄດ້ຄວ້າເອົາຕໍາແໜ່ງນາງງາມ
ຈັກກະວານ ຄືນມາໄດ້ ຫລັງຈາກນຶ່ງທົດສະວັດຜ່ານໄປ.

ນາງ Olivia Culpo ອາຍຸ 20 ປີ ຊຶ່ງເປັນນັກສຶກສາ ຢູ່ມະຫາ
ວິທະຍາໄລ Boston ໄດ້ຊະນະພວກທີ່ເຂົ້າແຂ່ງຂັນເອົາຕໍາ
ແໜ່ງເປັນນາງງາມດັ່ງກ່າວ 88 ຄົນ ໃນງານປະກວດນາງງາມ
ທີ່ຈັດຂຶ້ນໃນວັນພຸດວານນີ້ ຢູ່ສະຖານທີ່ຫລິ້ນກາຊິໂນ Las
Vegas ໃນລັດ Nevada.

ໃນງານປະກວດນາງງາມ ທີ່ດໍາເນີນໄປເປັນເວລາສອງຊົ່ວໂມງ
ປະກອບດ້ວຍ ການນຸ່ງຊຸດລອຍນໍ້າ, ຊຸດລາຕີ ແລະທັກສະໃນ
ການຕອບຄໍາສໍາພາດຂອງ ຜູ້ເຂົ້າປະກວດ.

ນາງ Culpo ເປັນຜູ້ທໍາອິດທີ່ຄວ້າເອົາຕໍາແໜ່ງດັ່ງກ່າວກັບມາໃຫ້ອາເມຣິກາໄດ້ ນັບແຕ່ປີ 1997 ທີ່ນາງ Brook Lee ໄດ້ຊະນະຕໍາແໜ່ງນັ້ນ ເປັນຕົ້ນມາ.

ນາງງາມຈາກຟີລິບປີນ, ນາງ Janine Tugnon ໄດ້ເປັນທີສອງ ແລະນາງງາມຂອງ Venezuela, Irene Sofia Esser Quintero ໄດ້ເປັນທີສາມ.

ຕໍາແໜ່ງນາງງາມຈັກກະວານ ແມ່ນໄດ້ຮັບຕູ້ເຕັມໄປດ້ວຍເສື້ອຜ້າໃໝ່, ເງິນເດືອນທີ່ບໍ່ ເປີດເຜີຍໃຫ້ຮູ້ ແລະຫໍພັກຫຼືອາພາດເມັນໃໝ່ໃນນະຄອນນີວຢອກ.

ພາບປະກວດນາງງາມຈັກກະວານ ປີ 2012:
XS
SM
MD
LG